ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດ G4S ຂໍຂະມາໂທດ ຕໍ່ພວກເຈົ້າໜ້າທີ່ ໂອລິມປິກ



ທ່ານ Nick Buckles ຫົວໜ້າບໍລິຫານຂອງບໍລິສັດຮັກສາຄວາມປອດໄພ G4S
ທ່ານ Nick Buckles ຫົວໜ້າບໍລິຫານຂອງບໍລິສັດຮັກສາຄວາມປອດໄພ G4S

ບໍລິສັດ​ສັນຍາ​ຈ້າງ​ເອກ​ກະ​ຊົນເພື່ອ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ແຂ່ງຂັນ​ກິລາໂອ​ລິ​ມປິກ​ປີ
2012 ທີ່​ກຸງ​ລອນ​ດອນ ​ໄດ້​ຂໍ​ຂະ​ມາ​ໂທດ ​ຕໍ່​ພວກ​ເຈົ້າໜ້າ​ທີ່​ໂອ​ລິ​ມປິກ ທີ່​ບໍ່​ສາມາດ​ໃຫ້ການ
​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ແກ່​ພວກ​ພະນັກງານ​ທັງໝົດ ຕາມ​ທີ່​ບໍລິສັດ​ດັງ​ກ່າວ​ໄດ້​ສັນຍາ​ໄວ້.

ບໍລິສັດ G4S ​ໄດ້​ອອກ​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ​ ໃນ​ວັນ​ເສົາ​ມື້ນີ້ ​ເວົ້າວ່າ ທາງ​ບໍລິສັດ​ໄດ້​ປະ
ສົບ​ກັບ​ຄວາມ​ຍຸ່ງຍາກ​ໃນ​ການ​ຄັດ​ເລືອກ​ເອົາ​ຄຳ​ຮ້ອງ​ ຂອງ​ພວກ​ທີ່ສະມັກເຂົ້າມາ​ເຮັດ​ວຽກ​
ຮັກສາ​ຄວາມ​ປອດ​ໄພ.

​ເຈົ້າໜ້າ​ທີ່​ອັງກິດ​ກ່າວ​ວ່າ ຕົນ​ຈະ​ສົ່ງ​ກຳລັງ​ທະຫານ​ ຕື່ມ​ອີກ 13,500 ຄົນ​ໄປ​ປະຕິ​ບັດ​ໜ້າ​
ທີ່ແທນ​ຈຳນວນ​ທີ່​ຍັງ​ຂາດ​ເຂີນ.

ບໍລິສັດ G4S ​ເວົ້າວ່າ ຕົນ​ຈະ​ສູນ​ເສຍ​ເງິນ​ຫຼາຍ​ເຖິງ 54 ລ້ານ​ໂດ​ລາ ຂອງ​ຈຳນວນ​ທັງ​ໝົດ
77 ລ້ານ​ໂດ​ລາເພື່ອ​ນຳ​ໄປ​ໃຊ້​ຈ່າຍ​ໃຫ້​ພວກ​ທະຫານ​ທີີ່​ສົ່ງ​ໄປປະຕິບັດໜ້າທີ່ເປັນພິ​ເສດ​ນັ້ນ.

ທ່ານ Nick Buckles ຫົວໜ້າ​ບໍລິຫານ​ຂອງບໍລິສັດ G4S ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈກ່ຽວ
​ກັບ​ສະຖານະ​ການ​ດັ່ງກ່າວ​ໂດຍ​ເວົ້າວ່າຕົນ​ຫວັງ​ວ່າຈະ​ເຮັດ​ໃຫ້ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ
​ຄັ້ງນີ້​ປະສົບ​ກັບຄວາມ​ສຳ​ເລັດ​ແລະ​ມີ​ຄວາມ​ປອດ​ໄພ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຮ່ວມ​ກັບ​ພວກ​
ທະຫານ. ສ່ວນ​ນຶ່ງ​ໃນ​ການ​ມີໜ້າ​ຂອງກຳລັງ​ທະຫານ​ແມ່ນ​ຮວມທັງ​ກຳ​ປັ່ນ​ໂຈມ​ຕີ Ocean
ທີ່​ແລ່ນ​ເຂົ້າ​ໄປ ​ໃນ​ແມ່​ນໍ້າ Thames ​ເພື່ອ​ຍາມ​ຄຸ້ມ​ຄອງ ​ກຸງ​ລອນ​ດອນ​ ໃນ​ລະຫວ່າງ​ການ​
ແຂ່ງຂັນ​ກິລາ​ໂອ ລິ​ມປິກ ຊຶ່ງ​ຈະ​ເລີ່​ມ​ແຕ່​ວັນ​ສຸກ​ທີ 27 ກໍລະກົດ ​ໄປ​ຈົນ​ຮອດ​ ວັນ​ອາທິດ​ທີ
12 ສິງຫາ.

XS
SM
MD
LG