ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ໂອລິມປິກ ແນໃສ່ ການຮັກສາຄວາມປອດໄພ ທີ່ບໍ່ໂລດໂຜນເກີນໄປ (ວີດີໂອລາວ/ອັງກິດ)


ເຄຶ່ອງໝາຍ Olympic ທີ່ສະພານຂ້າມແມ່ນໍ້າ Thames ທີ່ລອນດອນ
ເຄຶ່ອງໝາຍ Olympic ທີ່ສະພານຂ້າມແມ່ນໍ້າ Thames ທີ່ລອນດອນ

​ໃນ​ຂະນະ​ທີ່​ລອນ​ດອນ​ກຽມ​​ໂຕ​​ເປັນ​ເຈົ້າພາບ ​ຈັດ​ງານ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ປີ 2012 ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້ຂ້າງ​ໜ້ານີ້​ ຄື​ເລີ່​ມຕັ້ງ​ແຕ່​ວັນ​ທີ 27 ​ກໍລະກົດ​ ​ໄປ​ຈົນ​ເຖິງວັນ​ທີ່ 12 ​ເດືອນ​ສິງ ຫານັ້ນ ຄວາມ​ເປັນ​ຫ່ວງ​ອັນ​ດັບ​ສູງ​ສຸດ​ຂອງ​ຄະນະ​ຈັດ​ງານ ​ກໍ​ຄື​​ການ​ຮັກສາ​ຄວາມປອດ​ໄພ. ນັບ​ຕັ້ງ​ແຕ່​ເຫດການ​ໂຈມ​ຕີ​ ຢູ່​ທີ່​ງານ​ແຂ່ງຂັນກິລາ​​ໂອ​ລິ​ມປິກ ທີ່​ເມືອງ Munich ປະ​ເທດ​ເຢຍຣະມັນ ​ເມື່ອ​ປີ 1972 ​ແລະ​ພ້ອມ​ກັບ​ການ​ຖີບ​ຕົວ​ສູງ​ຂຶ້ນຂອງ​ການ ກໍ່ການ​ຮ້າຍ​​ເມື່ອ​ບໍ່​ເທົ່າ​​ໃດ​ປີຜ່ານມາ​ນີ້ ການ​ຮັກສາ​ຄວາມ​ປອດ​ໄພ​ແມ່ນ​ໄດ້​ຍາດ​ເອົາຄ່າ​ໃຊ້​ຈ່າຍຈໍານວນ​ໃຫຍ່​ຂອງ​ງົບປະມານ​ກິລາ​ໂອ​ລິ​ມປິກ​ໄປ ​ແລະ​ ​ຄວາມ​​ເອົາ​ໃຈ​ໃສ່​ຢ່າງ​ໃຫຍ່​ຫລວງ​ ຈາກບັນດາ​ເຈົ້າໜ້າ​ທີ່ ​ແຟນກິລາ ​ແລະ​ຜູ້​ປະກອບສ່ວນ​ນັ້ນ​ ເຊັ່ນ​ກັນ. Al Pessin ຜູ້​ສື່​ຂ່າວ​ວີ​​ໂອ​ເອ ມີລາຍ​ງານ​ກ່ຽວ​ກັບ​ການຈັດ​ກຽມ​ຫ້າງ​ຫາ​ດ້ານ​ຄວາມ​ປອດ​ໄພ​ສໍາລັບ​ງານ​ແຂ່ງຂັນກິລາ​ໂອ​ລິມປິກທີ່​ກຸງ​ລອນ​ດອນປີ​ນີ້ ຊຶ່ງ​ທອງ​ປານຈະ​ນໍາ​ເອົາ​ລາຍ​ລະອຽດ​ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ວີດີໂອພາສາລາວ:

ນີ້​ຄື​ວີ​ວຫລື​ພາບ ທີ່​ບັນດາ​ນັກ​ບິນ​ກອງ​ທັບ​ອາກາດ​ອັງກິດ​ຈະ​ໄດ້​ເຫັນ ​ເວລາ​ພວກ​ເຂົາ​ເຈົ້າ
ບິນ​ໄປເຖິງ​ສະໜາມກິລາ​ໂອ​ລິ​ມປິກ ​ໃນ​ກໍ​ລະນີຖືກ​ຮຽກ​ຕົວ​ອອກ​ໄປ​ປະຕິ​ບັດ​ການ​ຮັບ​ມື
ກັບ​ເຫດການ​ສຸກ​ເສີນ.

​ເວລາ​ນີ້ ບັນດາ​ເຈົ້າໜ້າ​ທີ່​ອັງກິດ​ກໍາລັງນໍາໃຊ້​ຊັບພະຍາກອນ​ທັງ​ໝົດ​ ທີ່​ມີ​ຢູ່ຂອງພວກ​ເຂົາ
​ເຈົ້າ ​ເພື່ອ​ຕຽມ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ໃດໆ​ທີ່​ອາດເກີດ​ຂື້ນ ​ໂຮມ​ທັງການ​ຈັດ​ເຮືອບິນ
​ລົບ​ໄອ​ພົ່ນໃຫ້ຢູ່​ໃນ​ທ່າ​ຕຽມ​ພ້ອມ​ທຸກ​ເວລາ. ນອກ​ນີ້​ ທາງ​ກອງທັບຍັງ​ໄດ້​ສົ່ງ​ທະຫານ​ອອກ​
​ປະ​ຈໍາ​ການ 17,000 ຄົນ ​ແລະ​ຕິດ​ຕັ້ງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຕໍ່ຕ້ານ​ອາກາດ​ສະຍານ ຢູ່​
ຕາມ​ຄຸ້ມ​ຖິ່ນ ​ຢູ່​ອາ​ໃສຂອງ​ຊາວ​ເມືອງ​ ອ້ອມ​ແອ້ມ​ສວນ​ໂອ​ລິ​ມປິກ. ​ແມ່ນ​ແຕ່​ກອງທັບ​ເຮືອ
​ກໍ​ມີ​ສ່ວນ​ພົວພັນ​ນໍາ​ເຊັ່ນ​ກັນ ​ໂດຍ​ໄດ້​ນໍາ​ເອົາ​ກໍ່າ​ປັ່ນ​ລົບ​ນຶ່ງ​ລໍາແລະ​ເຮືອນ້ອຍຫຼາຍ​ລໍາ ອອກ
​ປະ​ຈໍາ​ການຢູ່​ຕາມ​ລໍາ​ແມ່​ນໍ້າ Thames.

ທາງກອງທັບ​ໄດ້​ເພີ່ມບົດບາດ​ຂຶ້ນ ​ໂດ​ຍການ​ເພິ່ມກໍາລັງ​ພົນ​ຂື້ນ​ ຫຼາຍ​ພັນ​ຄົນ​ໃນ​ຊ່ວງ​ນາທີ
ສຸດ​ທ້າຍ ຍ້ອນ​ວ່າ​ບໍລິສັດ​ຮັບ​ເໝົາ​ເອກະ​ຊົນ​ ​ບໍ່​ສາມາດ​ວ່າ​ຈ້າງ​ພະນັກງານ​ຮັກສາ​ຄວາມ​
ປອດ​ໄພໄດ້​ຕາມ​ຈໍານວນ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ນັ້ນ. ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ບັນຫາ​ທີ່​ວ່າ​ນີ້
ຈະບໍ່​ກະທົບກະ​ເທືອ​ນ​ຕໍ່ ຄວາມປອດ​ໄພ​ຂອງ​ງານ​ແຂ່ງຂັນແຕ່​ຢ່າງ​ໃດ ​ແຕ່ມັນ​ກໍເປັນສິ່ງ​
ທ້າ​ທາຍ​ຢ່າງ​ນຶ່ງ ອິງຕາມ​ຄວາມ​ເຫັນ​ຂອງ​ທ່ານ David Rubens ຜູ້​ໃຫ້​ຄໍາ​ປຶກສາ​ດ້ານ
​ຄວາມ​ປອດ​ໄພ​.

ທ່ານ ຣູ​ເບນ ​ເວົ້າ​ວ່າ: “ຂ້າພ​ະ​ເຈົ້າຄິດ​ວ່າ ຄໍາ​ຕອບ​ທີ່​ຊື່ສັດ​ທີ່​ສຸດ ກໍ​ຄື​ບໍ່ ພວກ​ເຂົາ​ເຈົ້າຍັງ​
ບໍ່​ຕຽມ​ພ້ອມ​ໄດ້​ດີ​ປານ​ໃດ ​ແລະ​ແນ່ນອນ​ວ່າ​ພວກ​ເຂົາ​ເຈົ້າ ຈະ​ຕ້ອງ​ໄດ້ນໍາ​ໃຊ້​ແຕ່​ສິ່ງ​ທີ່​ມີ​ຢູ່
ແລະ​ກໍແກ້​ໄຂເຫດການໄປ​ພ້ອມໆ​ກັນ ​ແທນ​ທີ່​ວ່າ​ຈະໄດ້​ຄຸ້ມ​ຄອງ​ສະຖານະ​ການແບບທີ່​
ພວກ​ເຂົາ​ເຈົ້າໄດ້ຫວັງໄວ້​ວ່າ​ຈະ​ໄດ້​ເຮັດ ຕັ້ງ​ແຕ່ຕອນເລີ່​ມຕົ້ນປະຕິບັດ​ການອັນ​ນີ້​.”

​ແຟນກິລາໂອ​ລິ​ມປິກຫຼາຍ​ລ້ານ​ຄົນ​ແລະ​ພວກ​ປະກອບສ່ວນ​ອີກ​ຫຼາຍ​ສິບ​ພັນ​ຄົນ ​ສ່ວນໃຫຍ່
​ແມ່ນຈະບໍ່​ເຫັນ​ພາກ​ສ່ວນການ​ປະຕິບັດ​ງານ​ດ້ານຮັກສາຄວາມ​ປອດ​ໄພ​ຂອງ​ທະຫານ. ສໍາ
ລັບ​ພວກ​ເຂົາ​ເຈົ້າແລ້ວ ​ການ​ໄປ​ເບິ່ງ​ການ​ແຂ່ງຂັນຄັ້ງ​ນີ້​ ຈະ​ຄືກັບ​ການກວດ​ຄວາມ​ປອດ​ໄພ​
ເວລາ​ເຂົ້າ​ໄປໃນສະ​ໜາມບິນ. ສ່ວນ​ພວກພະນັກງານ​ຮັກ​ສາ​ຄວາມ​ປອດ​ໄພນັ້ນ ກໍ​ໄດ້ມີ​
ໂອກາດເຝິກ ຊ້ອມ​ກັນ​ ໃນ​ລະຫວ່າງການທົດ​ລອງ​ແຂ່ງຂັນໂອລິ​ມປິກ​ເມື່ອຕົ້ນປີ​ນີ້.

ຫ້ອງຄວບ​ຄຸມ​ການ​ຮັກສາຄວາມ​ປອດ​ໄພ​ສວນ​ໂອ​ລິ​ມປິກ ກໍໄດ້ມີ​ການ​ເຝິກ​ຊ້ອມ​ນໍາ​ເຊັ່ນ​ກັນ
ໃນຕອນ​ທີ່​ບັນດາ​ເຈົ້າໜ້າ​ທີ່​ກິລາ​ເຝິກ​ແອບໃຊ້​ເທັ​ກ​ໂນໂລຈີທີ່​ທັນ​ສະ​ໄໝລ່າ​ສຸດ ​ເພື່ອ​ສິ້ງຊອມ
ເບິ່ງການ​ເຄຶ່ອນ​ໄຫວຢູ່ຕາມ​ທຸກ​ຈອກ​ທຸກ​ແຈ​ຂອງສວນ​ໂອ​ລິ​ມປິກ​ ທີ່​ມີ​ພື້ນ​ທີ່ 200 ​ເຮັກ​ຕ້າ​ນັ້ນ.
ສູນ​ກາງ​ຄວບ​ຄຸມ​ດັ່ງກ່າວ ນໍາ​ເອົາ​ເຈົ້າໜ້າ​ທີ່​ພົນລະ​ເຮືອນ​ແລະ​ຕໍາຫຼວດ ມາ​ປະຕິບັດ​ງານ
​ຮ່ວມ​ກັນ. ​ໃນ​ນັ້ນກໍ​ມີຮວມທັງເຈົ້າໜ້າ​ທີ່​ຕໍາຫຼວດ​ລະດັບ​ສູງ​ສຸດຂອງ​ກຸງລອນ​ດອນ ທີ່​ຮັບຜິດ
ຊອບ​ຄວາມ​ປອດ​ໄພ​ຂອງ​ງານແຂ່ງຂັນໂອ​ລິ​ມປິກ ຄືທ່ານ Chris Allison ຜູ້​ຊ່ວຍ​ຜູ້​ບັນຊາ
​ການຕໍາຫຼວດ.

ວີດີໂອພາສາອັງກິດ:

ທ່ານ Allison ​ເວົ້າ​ວ່າ: “ພວກ​ທ່ານຈະ​ເຫັນ​ການ​ປະຕິ​ບັດ​ງານ​ຂອງ​ຕໍາຫຼວດ​ ​ໃນ​ລະດັບ​ສູງ​
ຢູ່​ທາງ​ນອກ​ສະຖານ​ທີ່. ​ແຕ່​ຫຼັກການ​ຂອງພວກ​ເຮົາ​ກໍ​ຄືເຮັດ​ວຽກໃນ​ລັກສະນະ​ທີ່​ບໍ່ກົດ​ຂີ່​ປາບ
​ປາມ​ ​ແຕ່​ຈຸດ​ສົນ​ໃຈ​ສາມ​າດ​ແນໄປ​ໃສ່​ການ​ແຂ່ງຂັນ​ກິລາ​ ​ຫລື​ພວກຜູ້​ເຂົ້າມາ​ເບິ່ງ​ມາຊົມ.”

ນັບ​ວ່າ​ ​ເປັນພາລະກິດ​ທີ່​ທ້າ​ທາຍພໍ​ສົມ​ຄວນທີ່​ຈະຮັບປະກັນ​ຄວາມ​ປອດ​ໄພ ​ຕາມບ່ອນ​ແຂ່ງ
ຂັນກິລາ​ຫຼາຍ​ສິບ​ແຫ່ງ ຢູ່​ທົ່ວກຸງ​ລອນ​ດອນ​ ກໍ​ຄື​ໃນ​ທົ່ວ​ປະ​ເທດ​.

ອະດີດ​ນັກ​ກິລາ​ຫຼຽນ​ຄໍາ​ໂອ​ລິ​ມປິກຈາກ​ປະ​ເທດ​ອັງກິດ ທ່ານ Sebastian Coe ທີ່ເປັນ​ປະ
ທານກໍາມະການ​ຈັດ​ງານ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ທີ່​ລອນ​ດອນ ກ່າວ​ວ່າ ບໍ່​ມີ​ຄວາມ​ປາດ​ຖະ
ໜາໃນຄວາມສ່ຽງ ​ແຕ່​ການ​ຮັກສາ​ຄວາມ​ປອດ​ໄພ ກໍ​ຈະ​ບໍ່​ຄອບ​ງໍາ​ການ​ແຂ່ງຂັນແຕ່​ຢ່າງ​ໃດ.

ທ່ານ Sebastian Coe ​ເວົ້າ​ວ່າ: “ພວກ​ເຮົາ​ເຊື້ອ​ເຊີນ​ພວກ​ຄົນ​ ໃຫ້ມາທ່ຽວລອນ​ດອນ​
ເພື່ອ​ສະ​ເຫຼີມສະຫຼອງ​ງານ​ກິ​ລາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ປະ​ເທດ​ນີ້ ເຄີຍເຫັນ​ມາ. ພວກ​ເຮົາ​ບໍ່​
ໄດ້​ເຊີນຊວນ​ຄົນ​ໃຫ້​ມາທ່ຽວເມືອງ​ທີ່ືຖືກ​ປິດ​ລ້ອມ.​ ​ສະ​ນັ້ນ ມັນ​ກໍ​ມີ​ສັດສ່ວນກັນ​ຢູ່​ໃນ
​ເລື້ອງ​ນີ້ ​ແລະຢູ່​ໃນ​ປະ​ເທດ​ນີ້ ພວກ​ເຮົາ​ກໍ​ມັກ​ຈະ​ເຮັດໃຫ້​ມັນຖືກຕ້ອງ​ດີ ​ຢູ່​ສະ​ເໝີ.”

​ໃນ​ຂະນະ​ທີ່ງານ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກດໍາ​ເນີນ​ໄປ​ຢູ່​ນັ້ນ ຜູ້​ຄົນ​ໃນ​ທົ່ວ​ໂລກ​ກໍ​ຈະ​ພາກັນ​ຕິດ
ຕາມ​ເບິ່ງ​ວ່າ​ ຄະນະ​ຈັດ​ງານ​ແຂ່ງຂັນ​ປະສົບ​ຜົນ​ສໍາ​ເລັດຫຼື​ບໍ່ ​ຕະຫລອດ​ເວລາ 17 ມື້ ທີ່​ທ້າ
​ທາຍຂອງ​ງານ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ຄັ້ງ​ນີ້.

XS
SM
MD
LG