ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກິລາໂອລິມປິກລະດູໜາວ ປີ 2022 ​ເປີດ​ຢ່າງເປັນ ທາງການ ໃນວັນສຸກມື້ນີ້


ທ້າວ Liu Qingquan ໄດ້​ຖື​ທວນ​ໄຟແລ່ນ​ໄປ​ຢູ່​ທີ່​ພະ​ລ​າດ​ຊະ​ວັງ Summer ໃນ​ເມືອງ Haidian ຂອງ​ຈີນ, ວັນ​ສຸກ​ທີ 4 ກຸມ​ພາ, 2022.
ທ້າວ Liu Qingquan ໄດ້​ຖື​ທວນ​ໄຟແລ່ນ​ໄປ​ຢູ່​ທີ່​ພະ​ລ​າດ​ຊະ​ວັງ Summer ໃນ​ເມືອງ Haidian ຂອງ​ຈີນ, ວັນ​ສຸກ​ທີ 4 ກຸມ​ພາ, 2022.

ຈີນ​ໄດ້​ເປີດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປີ 2022 ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ສຸກ​ມື້​ນີ້ ​ທີ່​ສະໜາມກິລາ​ແຫ່ງ​ຊາດ​ທີ່​ມີ​ຊື່​ສຽງ​ໃນ​ນະຄອນຫລວງ​ປັກ​ກິ່ງ ທີ່​ເອີ້ນ​ກັນ​ວ່າ ຮັງ​ນົກ, ​ເຊິ່ງ​ເປັນ​ສະຖານ​ທີ່​ຈັດພິ​ທີ​ຕ່າງໆ​ສຳ​ລັບ​ງານ​ກິລາ​ລະດູ​ຮ້ອນ​ປີ 2008.

ພິທີ​ເປີດ​ໃນ​ວັນ​ສຸກມື້ນີ້ ​ມີ​ກຳນົດ​ຈະ​ເລີ້ມ​ຂຶ້ນ​ໃນ​ເວລາ 8:00 ​ໂມງແລງ ຊຶ່ງ​ກົງ​ກັບ​ 12:00 ໂມງ​ຕາມ​ເວ​ລາ​ສາ​ກົນ ແລະ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະທານ​ປະ​ເທດສີ ຈິ້ນ​ຜິງ, ຜູ້​ທີ່​ຈະ​ປະກາດ​ການ​ເປີດ​ງານ​ກິລາ​ຢ່າງ​ເປັນ​ທາງ​ການ.

ແຂກສຳ​ຄັນ​ທີ່​ເຂົ້າ​ຮ່ວມພິ​ທີເປີດ​ງານ ​ນຳ​ກັນກັບທ່ານສີ​ ຈິ້ນ​ຜິງ ລວມ​ມີ​ຜູ້​ນຳ​ຣັດ​ເຊຍ, ທ່ານ​ວ​ລາ​ດິ​ເມຍ ປູ​ຕິນ, ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ, ທ່ານ ເທ​ດ​ຣົ​ສ ແອດ​ຣາ​ນອມ ເກ​ຣ​ເບ​ຣ​ເຢ​ຊັ​ສ (Tedros Adhanom Ghebreyesus) ແລະ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະ​ຫະ​ປະ​ຊາ​ຊາດ, ທ່ານ​ແອນ​ໂຕ​ນິ​ໂອ ກູ​ແຕ​ເຣ​ສ (Antonio Guterres). ​ແຕ່​ຫຼາຍ​ປະ​ເທດ, ​ໃນ​ນັ້ນລວມ​ມີ​ສະ​ຫະ​ລັດ, ອັງກິດ ​ແລະກາ​ນາ​ດາ ພວມ​ດຳ​ເນີນ​ການ​ຂວ້ຳ​ບາດ​ທາງ​ການ​ທູດ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ດັ່ງ​ກ່າວ ເພື່ອ​ຄັດຄ້ານຕໍ່​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ວ່າ ​ການ​ຂ້າ​ລ້າງ​ເຜົ່າ​ພັນຊາວ​ມຸ​ສລິມວີ​ເກີປະມານ 1 ລ້ານ​ຄົນ​ໃນ​ແຂວງຊິນ​ຈຽງ ທາງພາກ​ຕາ​ເວັນ​ຕົກ​ຂອງ​ຈີນ. ເຈົ້າ​ໜ້າ​ທີ່​ປັກ​ກິ່ງ​ ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ ຂອງ​ການລະ​ເມີດ​ສິດທິ​ມະນຸດທີ່​ວ່ານັ້ນ.

ອິນ​ເດຍ​ເປັນປະ​ເທດ​ຫລ້າ​ສຸດ​ທີ່ເຂົ້າ​ຮ່ວມ​ການ​ຂວ້ຳ​ບາດ​ດັ່ງ​ກ່າວ. ການປະກາດຂອງນິວເດລີມີຂຶ້ນຫຼັງຈາກຈີນໄດ້ເອົາທະຫານທີ່ມີສ່ວນ​ກ່ຽວ​ພັນ​ກັບການປະທະກັນຢ່າງແຮງຢູ່ເຂດຊາຍແດນໃນປີ 2020 ກັບທະຫານອິນເດຍເຂົ້າ​ຮ່ວມການຖື​ທວນໄຟໂອລິມປິກແລ່ນ ກ່ອນການເປີດງານໃນວັນສຸກມື້ນີ້.

ການ​ເຂົ້າ​ຮ່ວມ​ຂອງ​ທະ​ຫານ​ຊີ ຟາ​ໂບ (Qi Fabao​) ໄດ້ຖືກ​ລາຍ​ງານ​ໃນ​ສື່​ມວນ​ຊົນ​ຈີນ​.

ນາງ​ນາ​ຕາ​ລີ ໄກ​ເຊັນ​ເບີ​ເກີ (Natalie Geisenberger), ນັກ​ຕະ​ລາດ​ນ້ຳ​ແຂງ ຈາກເຢຍຣະມັນກ່າວວ່າ ນາງໄດ້ພິຈາລະນາທີ່​ຈະ​ຂວ້ຳ​ບ​າດ​ງານ​ກິ​ລາດັ່ງ​ກ່າວ ແຕ່ຕັດສິນໃຈບໍ່​ເຮັດ. ນາງ​ກ່າວ​ວ່າ, “ພວກ​ເຮົາ​ນັກ​ກິລາ ​ບໍ່​ມີ​ຫຍັງ​ກ່ຽວຂ້ອງ​ກັບ​ການ​ຕັດສິນ​ໃຈ​ໃນ​ການມອບ​ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້ແກ່​ປັກ​ກິ່ງ, ຄະ​ນະ​ກຳ​ມະ​ການ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ ຫລື IOC ເປັນ​ຜູ້ຕັດສິນ​ໃຈ ​ແລະ ພວກ​ເຮົາ ນັກ​ກິ​ລາ ​ກໍ​ໄດ້​ຕ້ອງໄດ້ຍອມ​ຮັບ ສິ່ງ​ທີ່​ເຮັດ​ໄປ​ແລ້ວ.”

ການ​ແຂ່ງ​ຂັນ​ກິ​ລາປີນີ້ເກີດຂຶ້ນທ່າມກາງຂໍ້ຈຳກັດກ່ຽວກັບໂຄວິດ-19 ທີ່ວາງອອກ​ມາສຳລັບນັກກິລາເກືອບ 3,000 ຄົນ, ແລະປະ​ຊາ​ຊົນ. ບໍ່ມີ​ການຂາຍປີ້ໃຫ້ປະ ຊາຊົນທົ່ວໄປ ເນື່ອງຈາກມີຄວາມເປັນ​ຫ່ວງດ້ານສຸຂະພາບ ແລະ ເຖິງແມ່ນວ່າ ຜູ້ຊົມບາງຄົນ ຈະເຂົ້າຮ່ວມໃນພິທີດັ່ງກ່າວກໍ​ຕາມ ແຕ່ຈໍານວນຜູ້ເຂົ້າຊົມຍັງບໍ່ຊັດ​ເຈນເທື່ອ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG