ກິລາໂອລິມປິກລະດູຮ້ອນ ທີ່ກຸງລອນດອນ ໄດ້ເລີ້ມມອບຫລຽນຕ່າງໆໃຫ້ຜູ້ຊະນະການ
ແຂ່ງຂັນແລ້ວໃນວັນເສົາມື້ນີ້ ຫລັງຈາກພິທີເປີດງານຢ່າງຕື່ນຕາຕື່ນໃຈໃນວັນສຸກ ທີ່ມີຜູ້ຊົມ
ກວ່ານຶ່ງພັນລ້ານຄົນ ຢູ່ໃນທົ່ວໂລກ.
ຈີນເປັນຜູ້ຍາດເອົາຫລຽນຄໍາອັນທໍາອິດມາ
ໄດ້ ຫລັງຈາກທີ່ນາງ Yi Siling ໄດ້ຊະນະ
ການແຂ່ງຂັນຍິງປືນລົມ ໄລຍະ 10 ແມັດ
ຂອງແມ່ຍິງ.
ຈະມີການມອບຫລຽນຄໍາ 10 ກວ່າຫລຽນ
ໃນວັນເສົາມື້ນີ້. ການແຂ່ງຂັນທີ່ເດ່ນໆໃນ
ມື້ນີ້ ກໍມີການແຂ່ງລົດຖີບແລະລອຍນໍ້າ ຊຶ່ງ
ຈະມີນັກກິລາອາເມຣິກັນ ຊື່ດັງ ສອງຄົນ
ຄື Michael Phelps ກັບ Ryan Lochte
ປະເຊີນໜ້າກັນທີ່ສະລອຍນໍ້າ.
ນາຍ Michael Phelps ພະຍາຍາມຈະຍາດເອົາຫລຽນໂອລິມປິກໃຫ້ໄດ້ອີກ 3 ຫລຽນ
ເພື່ອຈະໄດ້ສ້າງປະຫວັດສາດເປັນນັກກິລາໂອລິມປິກ ທີ່ໄດ້ຫລຽນຫລາຍທີ່ສຸດ:
ປະມຸກປະເທດອັງກິດ ພະລາຊີນີ Elizabeth ຊຶ່ງມີພະຊົນມາຍຸ 86 ປີ ໄດ້ຊົງປະກາດເປີດ
ການແຂ່ງຂັນກິລາໃນວັນສຸກວານນີ້ ສອງຊົ່ວໂມງຫລັງຈາກການ ສະແດງຕ່າງໆເລີ່ມຕົ້ນ
ຂຶ້ນ ຊຶ່ງມີໂຮມທັງລາຊີນີໂຕປອມ ໂດດຈ້ອງລົງມາສູ່ເດີ່ນກິລາໂອລິມປິກ ທີ່ໜາແໜ້ນໄປດ້ວຍ
ຜູ້ຄົນນັ້ນ ໂດຍໄດ້ຮັບການຊ່ວຍເຫລືອຈາກດາລາຮູບເງົາ ຜູ້ທີ່ສະແດງເປັນ James Bond
ສາຍລັບອັງກິດ. ຫລັງຈາກລາຊິນີໂຕປອມໂດດຈ້ອງລົງມາໄດ້ບໍ່ເທົ່າໃດນາທີ່ ພະລາຊະນີ
Elizabeth ກໍຊົງປາກົດຕົວອອກມາ ຢືນຢູ່ຢ່າງງຽບໆ ໃນຂະນະທີ່ພວກເດັກນ້ອຍພາກັນ
ຮ້ອງເພງສະດຸດີພະນາງ ດ້ວຍສຽງເພງ “God Save the Queen.”
ການສະແດງໃນພິທີເປີດ ມີໂຮມທັງເຮືອບິນລົບ ບິນຜ່ານກາຍໄປ ການຈູດບັ້ງໄຟດອກ
ແລະສະແດງຢຸກຕ່າງໆໃນປະວັດສາດຂອງອັງກິດ ນັບແຕ່ປີ 1896 ຊຶ່ງເປັນປີເລີ້ມການແຂ່ງ
ຂັນກິລາໂອລິມປິກສະໄໝໃໝ່ນັ້ນ ມາຈົນເຖິງປັດຈຸບັນ.
ການແຂ່ງຂັນເປັນເວລາ 17 ມື້ ໃນກິລາ 26 ປະເພດ ຈະດໍາເນີນໄປຈົນເຖິງວັນທີ 12
ເດືອນສິງຫາ.
ນັກກິລາຍິງທະນູເກົາຫລີໃຕ້ ທີ່ເປັນຄົນຕາບອດ ໄດ້ສ້າງສະຖິຕິໂລກແລ້ວທີ່ ງານແຂ່ງຂັນ
ກິລາໂອລິມປິກ ປີນີ້.
ນາຍ Im Dong-hyun ເປັນຜູ້ສ້າງສະຖິຕິໂລກຄົນທໍາອິດ ໃນການແຂ່ງຍິງທະນູຮອບທໍາ
ອິດ ທີ່ງານແຂ່ງຂັນໂອລິປິກໃນກຸງລອນດອນນັ້ນ ຫລາຍຊົ່ວໂມງກ່ອນພິທີເປີດການແຂ່ງຂັນ
ໂດຍໄດ້ທໍາລາຍສະຖິຕິຂອງລາວເອງ ທີ່ໄດ້ສ້າງຂຶ້ນ ຢູ່ປະເທດເທິກີ ໃນເດືອນພຶດສະພາຜ່ານ
ມາ ຄືທໍາຄະແນນໄດ້ຕື່ມສາມຄະແນນ ຮວມເປັນທັງໝົດ 699 ຄະແນນ.
ເບິ່ງວີດີໂອລາຍງານກ່ຽວກັບມື້ທໍາອິດຂອງການແຂ່ງຂັນ ຊຶ່ງມີທັງການສະຫລອງ
ແລະການປະທ້ວງ: