ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປັກກິ່ງ ຖືກເລືອກ ໃຫ້ເປັນເຈົ້າພາບ ຈັດງານມະຫະກຳ ກິລາ ໂອລິມປິກ ລະດູໜາວ ປີ 2022

ຮອງນາຍົກຈີນ ທ່ານ Liu Yandong ກ່າວຖະແຫລງ ໃນລະຫວ່າງ ການຂໍເປັນເຈົ້າພາບຈັດ ມະຫະກຳ ກິລາ ໂອລິມປິກ ປີ 2022 ຢູ່ທີ່ກອງປະຊຸມ ກິລາ​ໂອ​ລິ​ມປິກສາ​ກົນ ຫຼື IOC ຄັ້ງທີ 128 ໃນນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ, ເມື່ອວັນສຸກ ທີ 31 ກໍລະກົດ 2015.

ຄະນະ​ກຳມະການ ກິລາ​ໂອ​ລິ​ມປິກສາ​ກົນ ຫຼື IOC ໄດ້ເລືອກເອົາ
ນະຄອນປັກກິ່ງ ເປັນບ່ອນຈັດການແຂ່ງຂັນ ງານມະຫະກຳ​ກິລາ​
ໂອ​ລິ​ມປິກ ລະດູ​ໜາວ ປີ 2022 ແທນທີ່ຈະແມ່ນ​ນະຄອນ
ອາລມາຕີ ປະ​ເທດກາ​ຊັກ​ສະຖານ ຊຶ່ງເປັນຄູ່ແຂ່ງແຕ່ພຽງຜູ້ດຽວ
ໃນການຂໍເປັນເຈົ້າພາບ ທີ່ມີການໃຊ້ຈ່າຍສູງນັ້ນ.

ທ່ານ Thomas Bach ປະທານຄະນະກຳມະການກິລາໂອລິມປິກ
ສາກົນ ໄດ້ປະກາດ ກ່ຽວກັບການຕັດສິນໃຈ ໃນວັນສຸກມື້ນີ້ ໃນ
ລະຫວ່າງ ການປະຊຸມຄັ້ງທີ 128 ຂອງຄະນະກຳມະການດັ່ງກ່າວ
ທີ່ນະຄອນຫຼວງ ກົວລາລຳເປີຂອງມາເລເຊຍ.

ປັກ​ກິ່ງ​ເຄີຍ​ເປັນເຈົ້າພາບ ​ຈັດງານມະຫະກຳ​ກິລາໂອ​ລິ​ມປິກລະດູ​ຮ້ອນ ມາ​ແລ້ວ ​ເມື່ອ​ປີ 2008 ​ແລະ ກ່າວ​ວ່າ ຕົນ​ຈະ​ນຳ​ໃຊ້​ສະຖານ​ທີ່​ຕ່າງໆ​ ທີ່​ມີ​ຢູ່​ແລ້ວ ສຳ​ຫລັບການ​ແຂ່ງ​ຂັນ​ກິລາລະດູ​ໜາວ. ​ແຕ່​ ປະ​ເທດກາ​ຊັກ​ສະຖານ ບໍ່​ເຄີຍ​ຈັດ​ງານມະຫະກຳ​ກິລາ​ໂອ​ລິ​ມປິກ ມາກ່ອນ.

ພົນລະເມືອງຈີນ ພາກັນສະເຫຼີມສະຫຼອງ ໃນຂະນະທີ່ ນະຄອນປັກກິ່ງ ຖືກປະກາດໃຫ້ເປັນເຈົ້າພາບ ຈັດງານມະຫະກຳ ກິລາ ໂອລິມປິກ ລະດູໜາວ ປີ 2022 ຢູ່ທີ່ຣີສອດ ສະກີຫິມມະ Chongli ບ່ອນທີ່ຈັດການແຂ່ງຂັນ Nordic ສະກີ, ໂດດສະກີ, ແລະ ການແຂ່ງຂັນຢູ່ດ້ານນອກອື່ນໆ ຈະຖືກຈັດຂຶ້ນຢູ່ທີ່ແຂວງ Hebei ທາງພາກເໜືອຂອງຈີນ, ວັນທີ 31ກໍລະກົດ 2015.

ຈີນແມ່ນເບິ່ງກັນວ່າ ເປັນ​ທາງ​ເລືອກ ທີ່ໄວ້​ໃຈ​ໄດ້​ຫຼາຍກວ່າ ​ເພາະມີ​ສິ່ງ​ທີ່​ອຳນວຍຄວາມ
ສະດວກຕ່າງໆ ​ໃນການຈັດ​ງານ​ຊ້ຳອີກ​ຄັ້ງໜຶ່ງ ​ແລະ ມີ​ໂອກາດ​ດີ ທີ່​ຈະ​ໄດ້​ຮັບ​ການ​ສະໜັບ
ສະໜູນນຳ​ດ້ວຍ. ​ແຕ່​ປະ​ເທດ​ກາ​ຊັກ​ສະຖານ ​ ໂອ້​ອວດ​ວ່າ​ ຕົນມີສະພາບ​ອາກາດ​ທີ່​ດີກວ່າ
ສຳ​ຫລັບ ​ກິລາ ລະດູ​ໜາວ ​ແລະ ການ​ແຂ່ງຂັນຕ່າງໆນັ້ນ ຢູ່​ທ່າມກາງ​ ຫິມະ​ທຳ​ມະ​ຊາດ.
ບັນດາ​ຜູ້ສະໜັບສະໜຸນ ນະຄອນ ອາລມາຕີ ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເປັນ​ນະຄອນ​ ທີ່​ມີ​
ສະຖາ​ທີ່​ການ​ແຂ່ງຂັນ ກະທັດ​ລັດ ​ໃນ​ຂະນະ​ທີ່ ສະຖານ​ທີ່​ແຂ່ງຂັນ​ບາງ​ແຫ່ງ​ໃນ​ຈີນ​ແມ່ນ
​ຫ່າງໄກ​ຈາກ​ປັກ​ກິ່ງ ​ເຖິງ 160 ກິ​ໂລ​ແມັດ.

​ທັງ​ສອງ​ປະ​ເທດ ​ໄດ້​ຖືກ​ຕຳ​ນິຕິ​ຕຽນ ກ່ຽວກັບປະຫວັດ​ ການເຄົາລົບນັບ ຖືສິດທິ​ມະນຸດ
ທີ່​ບໍ່​ດີ​. ບັນດາ​ຜູ້​ສັງ​ເກດ​ການ ​ແມ່ນມີຄວາມເຫັນຂັດແຍ້ງ ກັນ ກ່ຽວກັບ​ວ່າ​ ຈະ​ໃຫ້​ປະ​ເທດ​
ໃດ​ໜຶ່ງ​ຈັດການ​ແຂ່ງຂັນ​ນັ້ນ ​ແມ່ນເປີດເຜີຍປະຫວັດ​ ການເຄົາລົບນັບຖືສິດທິ​ມະນຸດ ​ເພື່ອ​
ໃຫ້​ມີ​ການກວດ​ສອບ​ ​ຢ່າງ​ລະອຽດ ຫຼືວ່າເປັນການໃຫ້​ລາງວັນ​ຕໍ່​ຄວາມ​ລົ້ມແຫລວ​ນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG