ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາຕີດອກປີກໄກ່ຍິງ 8 ຄົນ ຖືກກ່າວຫາວ່າ ບໍ່ຕັ້ງໃຈຫລິ້ນ ໂດຍເຈດຕະນາ (ວີດິໂອ)

ກໍາມະການກິລາ ທ່ານ Torsten Berg (ຜູ້ທີ 3 ເບື້ອງຂວາ) ລົມກັບນັກຕີດອກປີກໄກ່ຈາກເກົາຫລີໃຕ້ (ເສື້ອສີຟ້າ) ແລະອິນໂດເນເຊຍ (ເສື້ອແດງ) ໃນຊ່ວງການແຂ່ງຂັນຕີດອກປີກໄກ່ຍິງຄູ່ ຫລິ້ນໃນກຸ່ມ C ໃນກິລາໂອລິມປິກ London 2012 ໃນວັນທີ 31 ກໍລະກົດ, 2012.

ນັກກິລາແບັດມິນຕັນ ຫລືຕີດອກປີກໄກ່ 8 ຄົນ ໄດ້ຖືກຫ້າມບໍ່ໃຫ້ເຂົ້າແຂ່ງຂັນ ໃນວັນ
ພຸດວານນີ້ ຊຶ່ງ​ຕາມ​ການກ່າວຫາຂອງ​ທາງການ​ນັ້ນແມ່ນ​ຍ້ອນວ່າ ພະຍາຍາມເຮັດໃຫ້
ຕົນເອງເສຍໄຊ ເພື່ອຢາກຮັບປະກັນວ່າ ຕົນຈະໄດ້ສູ້ກັບຄູ່ແຂ່ງທີ່ຫລິ້ນອອ່ນກວ່າ ໃນ ການແຂ່ງຂັນຮອບຕໍ່ໆໄປ.

ສະຫະພັນກິລາແບັດມິນຕັນໂລກ ໄດ້ຕັດສິນວ່າ ຜູ້ຍິງ 8 ຄົນ ທີ່ເປັນນັກກິລາຕີດອກປີກ
ໄກ່ຄູ່ຈາກຈີນ, ເກົາຫລີໃຕ້ ແລະອິນໂດເນເຊຍ ໄດ້ລະເມີດກົດການປະພຶດ ໂດຍທີ່ “ບໍ່ ໄດ້ໃຊ້ຄວາມພະຍາຍາມຂອງຕົນຢ່າງສຸດຂີດ ເພື່ອຈະເອົາຊະນະການແຂ່ງຂັນ” ແລະກໍໄດ້ “ປະຕິບັດຕົນໃຫ້ເຫັນໄດ້ຢ່າງຈະແຈ້ງວ່າ ມີລັກສະນະຝ່າຝືນ ຫລື ສ້າງຄວາມເສຍຫາຍໃຫ້
ແກ່ວົງການກິລາ.”

ອົງການດັ່ງກ່າວຍັງເວົ້າອີກວ່າ ທີມຕີດອກປີກໄກ່ ຈາກອິນໂດເນເຊຍ ແລະຈີນກໍາລັງຂໍອຸ
ທອນຕໍ່ຄໍາຕັດສິນດັ່ງກ່າວ. ພວກແຟນກິລາ ໃນວັນອັງຄານທີ່ຜ່ານມານີ້ ໄດ້ພາກັນໂຮເຮວ
ໃສ່ທິມດັ່ງກ່າວ ລຸນຫລັງທີ່​ແລ​ເຫັນໄດ້ວ່າ ພວກ​ກ່ຽວ​ບໍ່​ໄດ້​ພະຍາຍາມ​ຫລິ້ນ​ຢ່າງ​ດີ ຢູ່ໃນ
ການແຂ່ງຂັນ ​ເມື່ອວັນອັງຄານທີ່ຜ່ານມານັ້ນ ຢູ່ສະໜາມກິລາ Wembley ຂອງນະຄອນ
ລອນດອນ.

ເບິ່ງວີດິໂອກ່ຽວກັບກິລາໂອລິມປິກ

XS
SM
MD
LG