ບັນດາເຈົ້າໜ້າທີ່ກິລາໂອລິມປິກ ໃນ ຈີນ ເວົ້າວ່າ 37 ຄົນ, ລວມທັງນັກກິລາ ແລະ ເຈົ້າໜ້າທີ່ຂອງທີມ, ໄດ້ກວດເປັນຜົນບວກສຳລັບໄວຣັສໂຄໂຣນາເມື່ອວັນອາທິດທີ່ຜ່ານມາ. ໃນວັນເສົາ, 34 ຄົນທີ່ເຊື່ອມໂຍງກັບກິລາດັ່ງກ່າວ ກໍໄດ້ຮັບຜົນທີ່ອອກມາເປັນບວກ.
ອີງຕາມລາຍງານຂອງໜັງສືພິມ ນິວ ຢອກ ໄທມສ໌, ສະມາຄົມການເດີນເຮືອມະຫາສະໝຸດປາຊີຟິກ ກ່າວວ່າ ຄົນງານທ່າເຮືອຊາຍຝັ່ງຕາເວັນຕົກ “ໄດ້ຕິດໄວຣັສໂຄໂຣນາຫຼາຍກວ່າເກົ່າໃນເດືອນທີ່ຜ່ານມາ ຫຼາຍກວ່າໃນແລ້ວນີ້ໝົດທັງປີ.”
ໜັງສືພິມນັ້ນໄດ້ກ່າວວ່າ ປີກາຍນີ້ສະມາຄົມທີ່ວ່ານັ້ນ ໄດ້ບັນທຶກການຕິດເຊື້ອໄວ ຣັສໂຄໂຣນາ 1,624 ກໍລະນີ ໃນບັນດາພະນັກງານທ່າເຮືອ, ໃນຂະນະທີ່ຢ່າງໜ້ອຍ 1,850 ກໍລະນີ ໄດ້ຖືກລາຍງານພາຍໃນເດືອນແລ້ວນີ້.
ພະສັງຄະລາດ ຄຣິສໂຕສໂຕມອສ ທີສອງ (Chrystostomos II), ຫົວໜ້າຂອງໂບດຄຣິສຕຽນ ອໍໂຕດັອກສ໌ ໃນປະເທດ ໄຊປຣັສ, ໄດ້ກ່າວເມື່ອວັນອາ ທິດທີ່ຜ່ານມາໃນວິທະຍຸລັດຖະບານ CyBC ວ່າເພິ່ນຈະສັ່ງໃຫ້ພະ 12 ອົງໃນເຂດປົກຄອງຂອງພະສັງຄະລາດຢຸດງານຊົ່ວຄາວ ຜູ້ທີ່ປະຕິເສດທີ່ຈະປະຕິບັດຕາມການຮຽກຮ້ອງຂອງເພິ່ນ ໃຫ້ໄປສັກຢາວັກຊີນ.
ຜູ້ນຳສາສະໜາດັ່ງກ່າວໄດ້ເຕືອນວ່າ ການຢຸດວຽກຊົ່ວຄາວອາດແກ່ຍາວໄປດົນເຖິງ 6 ເດືອນ ແລະມີຄວາມເປັນໄປໄດ້ວ່າ ອາດຈະພາໃຫ້ພວກພະເຫຼົ່ານັ້ນສິກ.
ພະສັງຄະລາດ ຄຣິສໂຕສໂຕມອສ ໄດ້ກ່າວວ່າ ການຂັດຂືນຂອງນັກບວດດັ່ງກ່າວແມ່ນ ບໍ່ເຄີຍໄດ້ຍິນມາກ່ອນ, ອີງຕາມລາຍງານຂອງອົງການຂ່າວ AP.
ນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ ໄດ້ກວດເປັນຜົນລົບສຳລັບ COVID-19 ຫຼັງຈາກໄດ້ສຳພັດກັບມັນ ໃນຖ້ຽວບິນ ໄປເມືອງ ອອກແລນ (Auckland). ໂຄສົກລັດຖະບານໄດ້ກ່າວວ່າ ທ່ານນາງ ອາເດີນ ຈະຍັງແຍກຕົວຢູ່ປ່ຽວຈົນຮອດວັນອັງຄານໜ້າ ເພື່ອປະຕິບັດຕາມແນວທາງຂອງສາທາລະນະສຸກ.
ສູນກາງແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌ ໄດ້ກ່າວໃນຕອນເຊົ້າວັນຈັນວານນີ້ວ່າ ເຂົາເຈົ້າໄດ້ບັນທຶກການຕິດເຊື້ອ COVID ໃນທົ່ວໂລກ 374,800,000 ກໍລະນີ ແລະ ເສຍຊີວິດຫຼາຍກວ່າ 5 ລ້ານຄົນ. ສູນກາງດັ່ງກ່າວເວົ້າວ່າຢາວັກຊີນເກືອບ 10 ໂດສແມ່ນໄດ້ຖືກສັກໃຫ້ປະຊາຊົນ.