ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກິລາໂອລິມປິກ 2020 ຖືກເລື່ອນເວລາອອກໄປ ຍ້ອນການລະບາດ ຂອງໄວຣັສໂຄໂຣນາ


ໂມງນັບຖອຍຫຼັງສຳລັບ ກິລາໂອລິມປິກ ໂຕກຽວ 2020, ສະຖານີລົດໄຟ ໂຕກຽວ. 23 ມີນາ, 2020.
ໂມງນັບຖອຍຫຼັງສຳລັບ ກິລາໂອລິມປິກ ໂຕກຽວ 2020, ສະຖານີລົດໄຟ ໂຕກຽວ. 23 ມີນາ, 2020.

ການລະບາດຂອງໄວຣັສໂຄໂຣນາໃນໂລກໄດ້ເຮັດໃຫ້ພວກເຮົາຕ້ອງຢູ່ ບ້ານ ແລະ ຫ່າງໄກຈາກສິ່ງທີ່ພວກເຮົາພາກັນເບີກບານມ່ວນຊື່ນ. ການແຂ່ງ ຂັນກິລາຕ່າງໆໃນທົ່ວໂລກ ໄດ້ຖືກເລື່ອນເວລາ ຫຼື ຍົກເລີກ ແລະ ໃນວັນອັງ ຄານທີ່ຜ່ານມາ, ການແຂ່ງຂັນກິລາທີ່ໃຫຍ່ກວ່າໝູ່ທັງໝົດນັ້ນ, ຄືກິລາໂອລິມ ປິກລະດູຮ້ອນ, ໄດ້ປະກາດວ່າ ໂຕກຽວ ເກມ ຈະຖືກເລື່ອນອອກໄປຈັດໃນປີ 2021. ນັກຂ່າວວີໂອເອ ອາຣາສ ອາຣາບາຊາດີ ມີລາຍງານ, ເຊິ່ງ ພຸດທະ ສອນ ຈະນຳລາຍລະອຽດມາສະ ເໜີທ່ານໃນອັນດັບຕໍ່ໄປ.


ເມື່ອວັນອັງຄານທີ່ຜ່ານມາໃນແຂວງ ຟຸກຸຊິມະ, ປະເທດ ຍີ່ປຸ່ນ. ປະຊາຊົນຫຼາຍກວ່າພັນຄົນໄດ້ເຕົ້າໂຮມກັນເພີ່ມເບິ່ງທວນໄຟກິລາໂອລິມປິກ, ເຖິງແມ່ນວ່າບັນດາຜູ້ຈັດງານໄດ້ພະຍາຍາມທີ່ຈະຈຳກັດຂະໜາດຂອງຝູງຄົນ ເພື່ອປ້ອງກັນໄວຣັສໂຄໂຣນາຈາກການແຜ່ລາມກໍຕາມ.

ໃນຂະນະດຽວກັນ ທີ່ນະຄອນຫຼວງ ໂຕກຽວ, ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, ໄດ້ປະກາດການເລື່ອນເວລາກິລາລະດູຮ້ອນດັ່ງກ່າວ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ໄດ້ກ່າວວ່າ “ສຳລັບບັນດາ ນັກກິລາຂອງໂລກ ທີ່ຈະສາມາດລົງແຂ່ງຂັນ ໃນສະພາບແວດລ້ອມທີ່ດີທີ່ສຸດ ແລະ “ເພື່ອໃຫ້ການແຂ່ງປອດໄພ ສຳລັບບັນດາຜູ້ຊົມນັ້ນ, ຂ້າພະເຈົ້າໄດ້ຂໍປະ ທານຂອງຄະນະກຳມະການກິລາໂອລິມປິສາກົນ ທ່ານ ແບັກ ວ່າ ພວກເຮົາ ສາມາດ ເລື່ອນກິລາໄປເປັນປີໜ້າໄດ້ບໍ່.”

ມັນຈະເປັນພຽງຄັ້ງທີສາມໃນປະຫວັດສາດຍຸກໃໝ່ທີ່ກິລາໂອລິມປິກ ໄດ້ຖືກຍົກ ເລີກ ຫຼື ປ່ຽນຕາ ຕະລາງ. ສາມຄັ້ງອື່ນໆນັ້ນແມ່ນຍ້ອນສົງຄາມໂລກ.

ທ່ານ ອາເບະ ໄດ້ອະທິບາຍ ຍີ່ປຸ່ນ ແລະ ຄະນະກຳມະການກິລາໂອລິມປິກ ສາກົນວ່າເຂັ້ມງວດສຳລັບການເລື່ອນກິລາດັ່ງກ່າວ.

ທ່ານ ຊິນໂຊ ອາເບະ ໄດ້ກ່າວວ່າ “ປະທານ ແບັກ ໄດ້ເຫັນດີ 100 ເປີເຊັນ. ພວກເຮົາໄດ້ຕົກລົງທີ່ຈະຈັດກິລາໂອລິມປິກ ໂຕກຽວ ແລະ ກິລາໂອລິມປິກ ຄົນພິການໃນລະດູຮ້ອນປີ 2021 ໃນຮູບ ແບບທີ່ສົມບູນຂອງມັນ ສະນັ້ນມັນນຈຶ່ງ ຈະເປັນສັນຍານທີ່ມວນມະນຸດ ໄດ້ເອົາຊະນະໄວຣັສໂຄໂຣນາສາຍພັນໃໝ່ນັ້ນ.”

ການປະກາດດັ່ງກ່າວແມ່ນບໍ່ໄດ້ກຳນົດວັນທີ່ແນ່ນອນສຳລັບການແຂ່ງຂັນໃນປີ 2021.

ການເລື່ອນທີ່ວ່ານັ້ນແມ່ນເບິ່ງຄືວ່າ ຈະສົ່ງຜົນກທົບທາງເສດຖະກິດຕໍ່ທຸລະກິດຕ່າງໆຂອງ ໂຕກຽວ ຈາກການຍົກເລີກຖ້ຽວບິນຫຼາຍພັນຖ້ຽວ ແລະ ການຈອງ ໂຮງແຮມຕ່າງໆ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG