ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ອົງການ​ຈັດ​ຕັ້ງ​ມຸສລິ​ມ ເກົ່າ​ແກ່ທີ່​ສຸດ​ ​ໃນ​ ສຫລ ​ຈັດ​ວັນ​ມຸສລິ​ມ ທີ່​ລັດຖະສະພາ


ລັດຖະສະພາສະຫະລັດ
ລັດຖະສະພາສະຫະລັດ

ອົງການ​ຈັດ​ຕັ້ງ​ມຸສລິ​ມ ເກົ່າ​ແກ່ທີ່​ສຸດ​ຢູ່​ໃນ​ສະຫະລັດ ​ໄດ້​ຈັດ​ “ວັນ​ມຸສລິ​ມທີ່​ລັດ
ຖະສະພາ” ປະຈຳ​ປີ​ຄັ້ງທີ 7 ດ້ວຍ​ການ​ປະຊຸມ​ຕ່າງໆ​ໃນ​ວັນ​ສຸກ​ວານ​ນີ້ ກັບ​ບັນ
ດາ​ສະມາຊິກ​ຂອງ​ສະພາທີ່​ໄດ້​ເພີ້​ມຄວາມ​ສຳຄັນ​ກ່ຽວ​ກັບ​ຄວາມ​ພະຍາຍາມ
ຂອງ ປະທານາທິບໍດີ Donald Trump ທີ່​ຈະໂຈະພວກ​ຄົນ​ເຂົ້າ​ເມືອງ​ຈາກ
​ເຈັດ​ປະ​ເທດ​ທີ່ປະຊາຊົນສ່ວນ​ໃຫຍ່​ເປັນມຸສລິ​ມ.

​ເປົ້າ​ໝາຍ​ຂອງ ປະຊາ​ຄົມ​ Ahmadiyya Muslim ສະຫະລັດ ​ກໍ​ແມ່ນ​ເພື່ອ​ສົນ
ທະນາຫາລື​ ກ່ຽວ​ກັບ​ສິດເສລີພາບ ໃນ​ການ​ນັບຖືສາສະໜາ ສິດທິ​ພົນ​ລະ​ເມື​ອງ
​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ດ້ວຍການເນັ້ນ​ໜັກເປັນ​ພິ​ເສດ ​ໃນ​ການ​ປະກາດ
ອອກ​ໄປ​ວ່າ ສ່ວນ​ໃຫຍ່​ຂອງຊາວ​ມຸສລິ​ມ​ມັກ​ສັນຕິພາບ.

ສະມາຊິກ​ສະພາ​ຕໍ່າ​ພັກ​ເດ​ໂມ​ແຄຣັດ ຈາກລັດ Massachusetts ທ່ານ Jim
McGovern ກ່າວ​ຢູ່​ໃນ​ການ​ໃຫ້ສຳພາດ​ກັບ​ສຽງ​ອາ​ເມຣິກາວ່າ “ກຸ່ມ​ດັ່ງກ່າວນີ້
ໄດ້​ເຮັດ​ວຽກ​ຢູ່​ໃນ​ສະຫະລັດ ​ເພື່ອ​ທັບ​ມ້າງກຳ​ແພງ​ຂອງ​ຄວາມ​ເອົາ​ບໍ່​ຫົວຊາ ​ທີ່​
ກ່ຽວຂ້ອງ​ກັບ​ອິສລາມ. ນີ້​ເປັນ​ປະຊາ​ຄົມ​ທີ່​ຍິ່ງ​ໃຫຍ່ ​ແລະເປັນ​ປະຊາ​ຄົມທີ່ແຂງ​
ຂັນ ປະຊາ​ຄົມ​ທີ່​ອຸດ​ທິດ​ຕົນ​ເພື່ອສັນຕິພາບ ບໍ່​ໃຊ້​ຄວາມຮຸນ​ແຮງແລະຄວາມ​
ຮັກ​ຫອມ.”

ການ​ປະຊຸູມ​ໄດ້​ວາງ​ແຜນໄວ້ລະຫວ່າງ​ບັນດາ​ຜູ້ນຳ​ປະຊາ​ຄົມ​ຂອງ 75 ກຸ່ມ​ສາ
ຂາ ​ແລະອາດ​ມີສະມາຊິກ​ສະພາ​ຕ່ຳຫຼາຍ​ເຖິງ 100 ຄົນ​ເຂົ້າຮ່ວມ. ການ​ປະຊຸມ
​ແມ່ນ​ເລີ້ມ​ດ້ວຍ​ການ​ຖະ​ແຫລ​ງ ​ຕໍ່ໜ້າ​ປ້າຍທີ່ຢູ່​ເບື້ອງ​ຫລັງ​ ອ່ານ​ວ່າ “ອິສລາມ
ປະຕິ​ເສດ​ຢ່າງ​ສິ້ນ​ເຊີງ ຕໍ່ການ​ກໍ່​ການ​ຮ້າຍ​ໃນ​ທຸກ​ຮູບ​ແບບ” ​ແລະຮວມທັງ​ຄຳ
​ເວົ້າ​ທີ່ມາ​ຈາກ​ຄຳ​ພີ Quran​ ທີ່​ໃຫ້ການ​ສະໜັບສະໜູນ​ນັ້ນ.

ທ່ານ Amjad Khan ກ່າວ​ວ່າ ​ເປົ້າ​ໝາຍ​ອີກ​ອັນ​ນຶ່ງ​ກໍ​ຄື ​ເຮັດ​ໃຫ້​ອິສລາມເປັນ​
ທີ່​ແຈ້ງ​ຂາວ​ສຳລັບບັນດາ​ຜູ້​ທີ່​ບໍ່ລຶ້​ງ​ເຄີຍ​ກັບ​ການ​ສັ່ງສອນ ສະພາບ​ການ​ທີ່​ກໍ່​
ໃຫ້ເກີດ​ ​ພາບພົດ​ໃນ​ທາງ​ລົບ ຂອງ​ປະຊາ​ຄົມ​ມຸສລິ​ມວ່າ “​ກຸ່ມ​ນຶ່ງອີກ” ​ໂດຍ
​ສະ​ເພາະ​ພົວ ພັນ​ກັບ​ພວກ​ກໍ່​ການ​ຮ້າຍ ທີ່​ຮັບ​ເອົາ​ຄວາມ​ເຊື່ອ​ແບບ​ຫົວ​ຮຸນ
​ແຮງ​ຈັດ ນຳພາ​ການໂຈມ​ຕີ​ຢູ່​ທົ່ວ​ໂລກ.

ທ່ານ Khan ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ “ພວກ​ເຮົາຈະບໍ່ອະນຸຍາດ​ໃຫ້ ສຳນວນ
ໂວຫານ​ຂອງ “ກຸ່ມ​ນຶ່ງອີກ” ກາຍ​ມາ​ເປັນເລື່ອງ​ທີ່​ຄອບ​ງໍາ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG