ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແມ່​ຍິງອາ​ຍຸ 67 ປີ ກາຍ​ເປັນແມ່​ຍິງ​ ເກີດ​ລູກໃ​ໝ່ ​ທີ່ມີອາ​ຍຸ​ແກ່​ທີ່​ສຸດ ໃນ​ຈີນ


ນາງ​ພະ​ຍາ​ບານ​ຄົນ​ນຶ່ງ ​ດູ​ແລ​ແອ​ນ້ອຍ​ເກີດ​ໃໝ່​ຫລາຍ​ຄົນ​ ຢູ່​ໃນ​ໂຮງ​ໝໍ​ແຫ່ງ​ນຶ່ງ​ໃນ​ຈີນ, ວັນ​ທີ 21 ເມ​ສາ, 2011
ນາງ​ພະ​ຍາ​ບານ​ຄົນ​ນຶ່ງ ​ດູ​ແລ​ແອ​ນ້ອຍ​ເກີດ​ໃໝ່​ຫລາຍ​ຄົນ​ ຢູ່​ໃນ​ໂຮງ​ໝໍ​ແຫ່ງ​ນຶ່ງ​ໃນ​ຈີນ, ວັນ​ທີ 21 ເມ​ສາ, 2011

ທ່ານ​ໝໍທີ່​ກິນ​ເບ້ຍ​ບຳ​ນານ​ຊາວ​ຈີນ​ອາ​ຍຸ 67 ປີ​ ໄດ້​ເກີດ​ລູກ ຢູ່​ໃນ​ເມືອງຊາວ​ສວາງ (Zaozhuang), ອີງ​ຕາມ​ຄຳ​ປະ​ກາດ​ຂອງ​ໂຮງ​ໝໍ ​ໃນ​ວັນ​ຈັນ​ວານນີ້.

ແມ່​ຍິງ​ຄົນ​ດັ່ງ​ກ່າວທີ່​ຖືກ​ລະ​ບຸ​ໃຫ້​ຮູ້​ແຕ່​ນາມ​ສະ​ກຸນ​ຂອງ​ທ່ານ​ນາງວ່າ ທຽນ (Tian) ທີ່ໄດ້​ເກີດ​ລູກ​ຍິງ​ທີ່ມີ​ສຸ​ຂະ​ພາບສົມ​ບູນ​ດີແຂງ​ແຮງ​ດີ ໂດຍ​ການ​ຜ່າ​ຕັດ​ອອກ​ໃນ​ວັນສຸກ​ຜ່ານ​ມານັ້ນ ອາດ​ຈະກາຍ​ເປັນ​ແມ່​ທີ່​ເກີດ​ລູກໃໝ່​ທີ່​ມີ​ອາ​ຍຸ​ແກ່​ທີ່​ສຸດ​ຂອງ​ຈີນກໍ​ເປັນ​ໄດ້.

"ລູກນ້ອຍຜູ້ນີ້​ຖືກສົ່ງ​ລົງມາ​ໃຫ້​ພວກ​ເຮົາ​ທັງ​ສອງ​ ຈາກສວງສະ​ຫວັນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ສາ​ມີ​ທ່ານ​ນາງທຽນ, ອາ​ຍຸ 68 ປີ ບອກ​ຊື່​ວ່າ ຮ່ວງ ກ່າວ​ຕໍ່​ອົງການ​ຂ່າວ​ guancha.cn ທີ່​ເປັນ​ອົງ​ການ​ຂ່າວທາງ​ອິນ​ເຕີ​ແນັດ​ຂອງ​ຈີນນັ້ນ.

​ແອ​ນ້ອຍ​ທີ່​ວ່ານີ້ ເກີດ​ມາມີ​ນ້ຳ​ໜັກໄດ້ 2.56 ກິ​ໂລກ​ຣາມ.

​ພໍ່​ແມ່​ຂອງ​ລາວກ່າວ​ຕໍ່​ຂ່າວ​ສານ​ໃນ​ທ້ອງ​ຖິ່ນ​ວ່າລາວ​ຊື່ ທ​ຽນ​ຊີ (Tianci), ຊຶ່ງ​ມີ​ຄວາມໝາຍ​ວ່າ "ຂອງ​ຂວັນທີ່​ສົ່ງ​ມາ​ຈາກສວງ​ສະ​ຫວັນ."

ທ່ານ​ນາງທຽນ ໄດ້​ເຂົ້າ​ໄປຢູ່​ໃນ​ກຸ່ມ​ແມ່​ຍິງ​ຊາວ​ຈີນ​ອາ​ຍຸ​ແກ່​ທີ່​ພະ​ຍາ​ຍາມ​ມີ​ລູກ​ອີກ​ຄົນ​ນຶ່ງ ພາຍ​ຫລັງ​ທີ່​ປັກ​ກິ່ງ​ໄດ້​ຍົກ​ເລີກ​ນະ​ໂຍ​ບາຍ​ໃຫ້​ມີ​ລູກ​ຄົນ​ດຽວ​ໃນ​ປີ 2016 ເປັນ​ຕົ້ນ​ມາ.

​ຄູ່​ສາ​ມີ​ພັນ​ລະ​ຍາດັ່ງ​ກ່າວ​ມີ​ລູກ​ທີ່​ໃຫຍ່​ແລ້ວ 2 ຄົນ ຊຶ່ງ​ລວມ​ທັງ​ລູກ​ຊາຍ​ທີ່​ເກີດ​ຕອນສອງ​ປີກ່ອນທີ່ນະ​ໂຍ​ບາຍ​ໃຫ້​ມີ​ລູກ​ຄົນ​ດຽວໄດ້​ຖືກ​ຮັບ​ຮອງ​ເອົາ​ໃນ​ປີ 1979. ຍັງ​ບໍ່​ມີ​ໃຜ​ຮູ້​ເທື່ອ​ວ່າຄູ່​ສາ​ມີ​ພັນ​ລະ​ຍາທີ່​ວ່ານີ້​ຈະ​ຕ້ອງ​ໄດ້​ຮັບ​ໂຊກ​ຊາ​ຕາ​ກຳ​ຕາມ​ມາ ທີ່​ໄດ້​ລະ​ເມີດກົດ​ລະ​ບຽບອະ​ນຸຍາດ​ໃຫ້​ມີ​ລູກໄດ້​ສອງ​ຄົນ ຫລືບໍ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG