ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍິງອາຍຸແກ່ທີ່ສຸດ 114 ປີ ໃນສະຫະລັດ ເສຍຊີວິດແລ້ວ


ແຜນທີ່ຂອງລັດ South Carolina ບ່ອນທີ່ ແມ່ຕູ້ Mamie Readen ທີ່ເປັນຜູ້ເຖົ້າທີ່ອາຍຸແກ່ທີ່ສຸດໃນສະຫະລັດ ອາໄສຢູ່ນັ້ນ
ແຜນທີ່ຂອງລັດ South Carolina ບ່ອນທີ່ ແມ່ຕູ້ Mamie Readen ທີ່ເປັນຜູ້ເຖົ້າທີ່ອາຍຸແກ່ທີ່ສຸດໃນສະຫະລັດ ອາໄສຢູ່ນັ້ນ
ຜູ້ເຖົ້າທີ່ອາຍຸແກ່ທີ່ສຸດໃນສະຫະລັດ ໄດ້ເສຍຊີວິດໄປແລ້ວ.

ແມ່ຕູ້ Mamie Readen ຈາກລັດ South Carolina ຢູ່ທາງ
ພາກຕາເວັນອອກສຽງ ໃຕ້ຂອງສະຫະລັດ ເສຍຊີວິດໄປ ໃນ
ວັນພຸດຜ່ານມານີ້ ລວມອາຍຸໄດ້ 114 ປີ ຫລັງຈາກ ທີ່ໄດ້ຖືກ
ປະກາດວ່າ ເປັນຄົນທີ່ມີອາຍຸຍືນທີ່ສຸດໃນສະຫະລັດຫວ່າງ
ສອງອາທິດກວ່າໆຜ່ານ ມານີ້.

ແມ່ຕູ້ Readen ເກີດເມື່ອວັນທີ 7 ກັນຍາ 1898 ຢູ່ເມືອງ
Edgefield ລັດ South Carolina ບ່ອນທີ່ລາວໄດ້ອາໄສ
ຢູ່ຕະຫລອດຊີວິດຂອງລາວ.

ລາວໄດ້ເປັນນາຍຄູຢູ່ຫລາຍປີ ກ່ອນຈະຢຸດເຊົາອາຊີບດັ່ງ
ກ່າວເພື່ອໄປເປັນແມ່ບ້ານ. ລາວ ໄດ້ແຕ່ງງານກັບພໍ່ຕູ້
Oacy ຜູ້ເປັນສາມີ ເປັນເວລາ 59 ປີ ຈົນຮອດເວລາສາມີລາວເສຍຊີວິດໄປ ໃນປີ 1979. ພວກເຂົາເຈົ້າມີລູກນໍາກັນ 11 ຄົນ ຊຶ່ງ 10 ຄົນໃນນັ້ນ ຍັງມີຊີ ວິດຢູ່.

ແມ່ຕູ້ Readen ໄດ້ຮຽນຂັບລົດເມື່ອລາວມີອາຍຸໄດ້ 65 ປີ. ລຸນຫລັງທີ່ຮຽນຂັບລົດເປັນ ແລ້ວ ລາວກໍໄດ້ເລີ້ມໄປອາສາສະມັກເຮັດວຽກໃນໂຄງການຊ່ວຍເຫລືອປະຊາຄົມທ້ອງຖິ່ນ ຊຶ່ງ ລາວຕ້ອງໄດ້ຂັບລົດໄລຍະໄກໆ ເພື່ອໄປຊອກຫາເດັກນ້ອຍທີ່ພໍ່ແມ່ຂອງພວກເຂົາໃຫ້ ຢູ່ ເຮືອນບໍ່ໃຫ້ໄປເຂົ້າໂຮງຮຽນ.

ອົງການຂ່າວ AP ໄດ້ລາຍງານວ່າ ດິນດອນທີ່ເປັນມູນມັງຈາກຄອບຄົວຂອງແມ່ຕູ້ Readen
ໄດ້ຕົກເປັນຂອງຄອບຄົວລາວມາຕັ້ງແຕ່ສະໄໝທີ່ພໍ່ຂອງລາວໄດ້ເລີ່ມສະສົມທີ່ດິນໄວ້
ຫລາຍຕອນ ທີ່ໄດ້ເຮັດໃຫ້ພໍ່ລາວ ກາຍເປັນຄົນອາເມຣິກັນ ເຊື້ອສາຍອາຟຣິກາ ທີ່ເປັນເຈົ້າ ຂອງດິນທີ່ກວ້າງໃຫຍ່ທີ່ສຸດຄົນນຶ່ງ.

ນອກຈາກລູກຂອງລາວ 10 ຄົນແລ້ວ ແມ່ຕູ້ Readen ຍັງມີ ຫລານ 15 ຄົນ, ເຫລນ 10 ຄົນ ແລະ ຫລ້ອນ 1 ຄົນ.
XS
SM
MD
LG