ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ດວງເດືອນ ມີອາຍຸແກ່ ກວ່າທີ່ຄາດຄິດກັນໄວ້ ໃນຂັ້ນຕົ້ນ


The Moon Is Older Than First Thought
please wait

No media source currently available

0:00 0:01:51 0:00

ດວງເດືອນຂອງພວກເຮົານີ້ ໄດ້ຢູ່ກັບພວກເຮົາມາ ເປັນເວລາ 4 ພັນລ້ານປີ ແລ້ວ
ເປັນເພື່ອນຄູ່ໃຈຂອງພວກເຮົາ ຄ່ອຍໆຊຸກແລະຍູ້ຄື້ນຟອງຂຶ້ນລົງຂອງທະເລ ຢູ່ໃນໂລກຂອງພວກເຮົາ. ວິທະຍາສາດໃໝ່ບາງຢ່າງ ໄດ້ກັບຄືນໄປຫາສາຍພົວພັນ
ດັ່ງກ່າວໃນເວລາປະມານສອງສາມຮ້ອຍລ້ານປີ ຊຶ່ງຈະຊ່ອຍ ຕອບຄຳຖາມ ທີ່ສຳຄັນ
ທາງດ້ານວິທະຍາສາດສອງສາມຂໍ້ ດັ່ງນັກ​ຂ່າວ VOA Kevin Enochs ມີລາຍງານ ​
ຊຶ່ງວັນນະ​ສອນ ຈະນຳເອົາລາຍ​ລະອຽດ​ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ພວກນັກດາຣາສາດ ຈາກສູນກາງອາວະກາດ Goddard Space Center
ໄດ້ພາກັນເຊື່ອມາ ເປັນເວລາຍາວນານແລ້ວວ່າ ດວງເດືອນໄດ້ປະກອບຮູບຮ່າງຂຶ້ນ
ໃນຕອນທີ່ ກ້ອນຫີນໜ່ວຍ ໃຫຍ່ຂະໜາດເທົ່າກັບດາວພະອັງຄານເຂົ້າປະທະກັບ
ໜ່ວຍໂລກທີ່ຍັງອາຍຸອ່ອນຢູ່ ເມື່ອດົນກວ່າ 4 ພັນ 3 ຮ້ອຍລ້ານປີຜ່ານມາ.

ເສດຊາກຕ່າງໆດັ່ງກ່າວໄດ້ປະກອບເຂົ້າກັນ ແລ້ວກາຍມາເປັນດວງເດືອນ.

ແຕ່ແລ້ວ ແຮງກະທົບດັ່ງກ່າວ ເມື່ອ 4 ພັນ 3 ຮ້ອຍລ້ານປີນັ້ນ ໄດ້ເຮັດໃຫ້ນັກຊີວະ
ວິທະຍາສາດດ້ານວິວັດທະນາການງົງງັນໄປໜ້ອຍນຶ່ງ ເພາະວ່າ ມັນບໍ່ໄດ້ສະແດງ ໃຫ້ເຫັນວ່າມີຊີວິດອັນໃດ ໃນເວລາຕໍ່ມາຫຼັງຈາກນັ້ນ ບໍ່ວ່າຈະດົນປານໃດແລ້ວກໍຕາມ.

ທ່ານນາງ Melanie Barboni ນັກວິໄຈ ຈາກມະຫາວິທະຍາໄລແຫ່ງລັດ ທີ່ Los
Angeles ຫຼື UCLA ກ່າວວ່າ “ຢູ່ມະຫາວິທະຍາໄລແຫ່ງລັດ ທີ່ Los Angeles ໜີ້ໄດ້ມີການສຶກສາ ທີ່ຄົ້ນພົບວ່າ ມີສິ່ງທີ່ມີຊີວິດຢູ່ ຕັ້ງແຕ່ເມື່ອ 4 ພັນ 1 ຮ້ອຍລ້ານປີ
ກ່ອນ. ເພາະສະນັ້ນ ຖ້າຫາກທ່ານເຊື່ອວ່າ ແຮງກະທົບທີ່ຍິ່ງໃຫຍ່ທີ່ເກີດຂຶ້ນເມື່ອ
4 ພັນ 3 ຮ້ອຍລ້ານປີ ເວລາມັນກໍບໍ່ໄດ້ຕ່າງກັນຫຼາຍປານໃດ ລະຫວ່າງແຮງກະທົບ
ດັ່ງກ່າວ ກັບ ເວລາທີ່ໂລກ ຂອງເຮົາຖືກທຳລາຍໝຸ່ນຈົນເກຶອບເຄິ່ງນຶ່ງ ແລ້ວໂລກ
ຂອງເຮົາ ກໍໄດ້ຮັບສະພາບການ ທຸກສິ່ງທຸກຢ່າງທີ່ຈຳເປັນແກ່ສິ່ງທີ່ມີຊີວິດ.​”

ເພາະສະນັ້ນ ທ່ານນາງ Barboni ແລະເພື່ອນຮ່ວມງານຂອງເພິ່ນ ຈຶ່ງໄດ້ສືບຕໍ່ຄົ້ນຄວ້າ
ໄປຕື່ມ ຊອກຫາມື້ວັນທີ່ແທ້ຈິງຂອງການກໍ່ຕົວເປັນດວງເດືອນ.

ພວກເພິ່ນໄດ້ຄົ້ນພົບມື້ວັນດັ່ງກ່າວ ໂດຍການສຳຫຼວດເບິ່ງຫາແຮ່ທາດ ທີ່ເອີ້ນວ່າ
Zircon ທີ່ບັນຈຸ ເສດສ່ວນຕ່າງໆຂອງກ້ອນຫີນຈາກດວງເດືອນ ທີ່ ພວກນັກອາວະ
ກາດ ຍານ Apollo ໄດ້ນຳ ເອົາລົງມາສູ່ໂລກຂອງເຮົາ.

ທ່ານນາງ Barboni ກ່າວຕື່ມອີກວ່າ “ແລະພວກເຮົາໄດ້ຄົ້ນພົບວ່າ ແທ້ຈິງແລ້ວ
ດວງເດືອນ ແມ່ນມີອາຍຸແກ່ກວ່ານັ້ນຊໍ້າ. ດວງເດືອນ ບໍ່ໄດ້ປະກອບຂຶ້ນປະມານ
4 ພັນ 3 ຮ້ອຍລ້ານປີດອກ ແຕ່ວ່າ ມັນໄດ້ປະກອບຂຶ້ນໃນອາຍຸຢ່າງໜ້ອຍ ຊຶ່ງເປັນ
ອາຍຸທີ່ຫຼາຍກວ່ານັ້ນຈັກໜ້ອຍ ຊຶ່ງແມ່ນຢ່າງໜ້ອຍ 4 ພັນ 5 ແສນ 1 ໝື່ນ ລ້ານປີ.”

ຈຳນວນປີພິເສດຕ່າງໆເຫຼົ່ານັ້ນ ແກ້ໄຂບັນຫາອາຍຸຂອງຊີວິດ ທັງຍັງໄດ້ໃຫ້ຄວາມ
ກະຈ່າງແຈ້ງ ແກ່ບັນດາ ນັກວິທະຍາສາດທັງຫຼາຍໃຫ້ເຂົ້າໃຈດີຂຶ້ນ ກ່ຽວກັບວ່າ
ຊີວິດປະກອບຂຶ້ນໄດ້ຢ່າງໃດ ແລະວ່າ ຢູ່ໃນດາວດວງອື່ນໆມັນກໍປະກອບຂຶ້ນໄດ້ຢ່າງໃດ.

ທ່ານນາງ Barboni ກ່າວຕື່ມອີກວ່າ “ພວກທ່ານຍັງມີເວລາອີກຫຼາຍ ທີ່ຈະເຮັດໃຫ້
ໂລກເຢັນລົງ ທີ່ຈະເລີ່ມໃນພາລະໜ້າທີ່ຂອງທ່ານ ອີກຄັ້ງນຶ່ງ ທີ່ຈະປ່ຽນແປງ
ບັນຍາກາດຂອງໂລກນີ້ ທີ່ຈະສ້າງນ້ຳ ແລະໃນທີ່ສຸດ ສ້າງສະຖານະການອື່ນໆ ທີ່ຈະເໝາະສົມສຳລັບຊີວິດ.”

ຂໍ້ມູນໃໝ່ຕ່າງໆທີ່ວ່ານີ້ ໝາຍຄວາມວ່າ ດວງເດືອນ ໄດ້ໂຄຈອນອ້ອມຮອບໜ່ວຍ
ໂລກມາໄດ້​ພຽງແຕ່ 60 ລ້ານປີເທົ່ານັ້ນ ຫຼັງຈາກການກຳເໜີດຂອງລະບົບສຸຣິຍະ
ຈັກກະວານ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG