ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ເມືອງຕ່າງໆຂອງລັດໂອກລາໂຮມາ ຖືກກະທົບ ໂດຍພາຍຸທໍນາໂດຫຼາຍຫົວ ເລີ້ມການມ້ຽນມັດ ຫຼັງຈາກ 4 ຄົນ ໄດ້ເສຍຊີວິດ


ລົດຄັນນຶ່ງພິກຄວ້ຳເບື້ອງນຶ່ງ ຫຼັງຈາກຖືກພາຍຸທໍນາໂດ ພັດຕະຫຼອດໄລຍະເກີດພາຍຸທໍນາໂດຫຼາຍຫົວ ທີ່່ພັດທະລົ່ມ ຜ່ານໃຈກາງເມືອງໂຊລເຟີຣ ຂອງລັດໂອກລາໂຮມາ, ວັນທີ 28 ເມສາ 2024.
ລົດຄັນນຶ່ງພິກຄວ້ຳເບື້ອງນຶ່ງ ຫຼັງຈາກຖືກພາຍຸທໍນາໂດ ພັດຕະຫຼອດໄລຍະເກີດພາຍຸທໍນາໂດຫຼາຍຫົວ ທີ່່ພັດທະລົ່ມ ຜ່ານໃຈກາງເມືອງໂຊລເຟີຣ ຂອງລັດໂອກລາໂຮມາ, ວັນທີ 28 ເມສາ 2024.

ເມືອງນ້ອຍຫຼາຍແຫ່ງໃນລັດໂອກລາໂຮມາ ໄດ້ເລີ້ມການເກັບມ້ຽນທີ່ຍາວຢຽດ ຫຼັງຈາກທີ່ລົມພາຍຸໝຸນ ຫຼື ທໍນາໂດ ໄດ້ພັດເຮືອນຊານ ແລະຕຶກອາຄານຫຼາຍ ຫຼັງພັງພິນາດ ແລະໄດ້ສັງຫານປະຊາຊົນສີ່ຄົນ ທີ່ລວມມີເດັກທາລົກຜູ້ນຶ່ງ ພ້ອມທັງສ້າງຄວາມເສຍຫາຍຢ່າງກວ້າງຂວາງ ຍ້ອນເກີດສະພາບອາກາດທີ່ ຮ້າຍແຮງໃນທົ່ວພາກກາງຂອງສະຫະລັດ ອີງຕາມລາຍງານຂອງອົງການຂ່າວ ເອພີ.

ພາຍຸຫຼາຍຫົວໄດ້ເລີ້ມພັດເຂົ້າທະລົ່ມລັດໂອກລາໂຮມາ ໃນຕອນແລງວັນເສົາທີ່ ຜ່ານມາ ເຮັດໃຫ້ຢ່າງໜ້ອຍ 100 ຄົນໄດ້ຮັບບາດເຈັບ, ສ້າງຄວາມເສຍຫາຍ ແກ່ໂຮງໝໍແຫ່ງນຶ່ງຢູ່ໃນຊານເມືອງ, ຖະໜົນຫຼາຍສາຍຖືກນ້ຳຖ້ວມ ແລະໄດ້ເຮັດ ໃຫ້ໄຟຟ້າຂອງບັນດາລູກຄ້າ 40,000 ຄົນດັບໃນຊ່ວງນຶ່ງ, ອີງຕາມການກ່າວ ຂອງບັນດາເຈົ້າໜ້າທີ່ລັດ. ພາຍຸທໍນາໂດຫຼາຍຫົວ ທີ່ເກີດຂຶ້ນໃນວັນສຸກ​ທີ່​ຜ່ານ​ມາຢູ່ໃນລັດໄອໂອວາ ແລະ ລັດເນບຣາສກາ ກໍຍັງໄດ້ສ້າງຄວາມເສຍຫາຍຢ່າງ ກວ້າງຂວາງ ແລະເປັນສາເຫດທີ່ເຮັດໃຫ້ມີຜູ້ນຶ່ງເສຍຊີວິດ.

ຄວາມເສຍຫາຍໄດ້ເກີດຂຶ້ນຢ່າງຫຼວງຫຼາຍຢູ່ໃນເມືອງ ຊັລເຟີຣ໌ ຊຶ່ງມີປະຊາ ກອນ 5,000 ຄົນ ຕັ້ງຢູ່ທາງພາກໃຕ້ຂອງເມືອງໂອກລາໂຮມາ ບ່ອນທີ່ພາຍຸ ທໍນາໂດຫົວນຶ່ງ ໄດ້ເຮັດໃຫ້ຕຶກຫຼາຍຫຼັງຢູ່ໃຈກາງເມືອງພັງລົງ ທັງພັດລົດເກັງ ແລະ ລົດເມຫຼາຍຄັນກະຈາຍໄປທົ່ວ ແລະຫຼັງຄາຂອງເຮືອນຫຼາຍຫຼັງຖືກພັດ ອອກກະຈາຍໄປທົວບໍລິເວນລັດສະໝີ 15 ຄຸ້ມບ້ານ.

“ບໍ່​ຢາກຈະເຊື່ອເລີຍໃນຄວາມເສຍຫາຍທັງຫຼາຍ” ຜູ້ປົກຄອງລັດໂອກລາໂຮມາ ທ່ານແຄວິນ ສະຕິດຕ໌ ໄດ້ກ່າວໃນລະຫວ່າງການລົງໄປຢ້ຽມຢາມເມືອງນຶ່ງທີ່ໄດ້ ຖືກກະທົບຢ່າງໜັກ. ທ່ານກ່າວຕື່ມວ່າ “ມັນເບິ່ງຄືວ່າ ທຸລະກິດທັງໝົດໃນໃຈ ກາງເມືອງໄດ້ຖືກທຳລາຍ.”

ທ່ານ ສຕິດຕ໌ ໄດ້ກ່າວວ່າ ປະມານ 30 ຄົນໄດ້ຮັບບາດເຈັບໃນເມືອງ ຊັລເຟີຣ ລວມທັງບາງຄົນຜູ້ທີ່ຢູ່ໃນຮ້ານກິນດື່ມ ຂະນະທີ່ພາຍຸທໍເນໂດ ພັດຜ່ານແຫ່ງນີ້. ໂຮງໝໍຫຼາຍແຫ່ງທົ່ວລັດນີ້ໄດ້ລາຍງານວ່າ ມີປະມານ 100 ຄົນບາດເຈັບ ລວມທັງລາຍຄົນປາກົດວ່າ ມີບາດແຜ ຫຼືຖືກກະ​ທົບດ້ວຍສິ່ງຂອງໃດນຶ່ງ ອີງຕາມກົມຄຸ້ມຄ້ອງເຫດສຸກເສີນຂອງລັດໂອກລາໂຮມາ. ເດັກທາລົກຜູ້ນຶ່ງແມ່ນ ລວມຢູ່ໃນພວກຄົນທີ່ໄດ້ເສຍຊີວິດ ອີງຕາມຜູ້ອຳນວຍການ ໄມຄ໌ ດອກກຣີ ຈາກໜ່ວຍງານຄຸ້ມຄອງເຫດສຸກເສີນຂອງເມືອງ Hughes County ທີ່ໄດ້ກ່າວ ຕໍ່ສະຖານີໂທລະພາບ KOCO ຂອງລັດໂອກລາໂຮມາ.

ເຈົ້າໜ້າທີ່ທຳນຽບຂາວ ໄດ້ກ່າວວ່າປະທານາທິບໍດີ ໂຈ ໄບເດັນ ໄດ້ລົມກັບ ທ່ານ ສຕິດຕ໌ ໃນວັນອາທິດຜ່ານມານີ້ ແລະໄດ້ສະເໜີໃຫ້ການສະໜັບສະໜູນ ຢ່າງເຕັມທີ່ຈາກລັດຖະບານກາງ.

Small towns in Oklahoma began a long cleanup Monday after tornadoes flattened homes and buildings and killed four people, including an infant, widening a destructive outbreak of severe weather across the middle of the U.S.

Punishing storms that began late Saturday in Oklahoma injured at least 100 people, damaged a rural hospital, washed out roads and knocked out power to more than 40,000 customers at one point, state officials said. Tornadoes on Friday in Iowa and Nebraska also caused wide destruction and were blamed for one death.

The destruction was extensive in Sulphur, a town of about 5,000 people south of Oklahoma City, where a tornado crumpled many downtown buildings, tossed cars and buses and sheared the roofs off houses across a 15-block radius.

“You just can't believe the destruction,” Oklahoma Gov. Kevin Stitt said during a visit to the hard-hit town. “It seems like every business downtown has been destroyed.”

Stitt said about 30 people were injured in Sulphur, including some who were in a bar as the tornado struck. Hospitals across the state reported about 100 injuries, including people apparently cut or struck by debris, according to the Oklahoma Department of Emergency Management. An infant was among those killed, Hughes County Emergency Management Director Mike Dockrey told Oklahoma television station KOCO.

White House officials said President Joe Biden spoke to Stitt on Sunday and offered the full support of the federal government.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG