ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Oklahoma City ຈັດພິທີ ຂີດໝາຍຄົບຮອບ 20 ປີ ການວາງລະເບີດ ຕຶກລັດຖະບານ


ປະຊາຊົນປະມານ 1 ພັນຄົນ ເຂົ້າຮ່ວມ ໃນພິທີຄົບຮອບ 20 ປີ ຂອງການວາງລະເບີດໂຈມຕີ ທີ່ນະຄອນ Oklahoma City, ວັນທີ 19 ເມສາ 2015.
ປະຊາຊົນປະມານ 1 ພັນຄົນ ເຂົ້າຮ່ວມ ໃນພິທີຄົບຮອບ 20 ປີ ຂອງການວາງລະເບີດໂຈມຕີ ທີ່ນະຄອນ Oklahoma City, ວັນທີ 19 ເມສາ 2015.

ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ພາກັນໄປໂຮມ​ຊຸມນຸມ​ ​ໃນ​ວັນ​ອາທິດ
​ວານ​ນີ້ໃນ​ລັດ Oklahoma ​ທາງພາກກາງຕອນໃຕ້ຂອງ​ສະ
ຫະລັດ ​ຢູ່​ບ່ອນທີ່​ອາຄານ​ລັດຖະບານ​ກາງ​ຫລັງ​ໜຶ່ງ​ເຄີຍ​ຕັ້ງ​ຢູ່
​ເພື່ອ​ເຂົ້າຮ່ວມ​ພິທີ ຂີດ​ໝາຍ​ຄົບຮອບ 20 ປີ​ຂອງ​ການວາງ​
ລະ​ເບີດໂດ​ຍ​ຜູ້​ກໍ່​ການ​ຮ້າຍພາຍ​ໃນ​ປະ​ເທດ ທີ່​ໄດ້ສັງຫານ
​ປະຊາຊົນ​ໄປ 168 ຄົນ​ນັ້ນ.

ພິທີ​ໄດ້​ເລີ້ມ​ຂຶ້ນ​ດ້ວຍ​ການ​ຢືນສະຫງົບ​ອາລົມ​ເປັນ​ເວລາ 168
ວິນາທີ. ພວກ​ລອດ​ຊີວິດ​ແລະ​ຍາດຕິ​ພີ່ນ້ອງ​ຂອງ​ພວກ​ເສຍ​ຊີ
ວິດ​ ທີ່​ມີ​ນ້ຳ​ຕາອາບ​ໜ້າ ພາກັນອ່ານ​ຊື່​ຂອງ​ພວກ​ໄດ້​ຮັບ​ເຄາະ
​ແຕ່ລະຄົນອອກ​ມາ.

ອະດີດ​ປະທານາທິບໍດີສະຫະລັດ ທ່ານ Bill Clinton ກໍເປັນ​ຜູ້ໜຶ່ງ​ໃນ​ບັນດາ​ພວກ​ທີ່​ກ່າວ
ປາ​ໄສ​ຕໍ່​ທີ່​ຊຸມນຸມ​ດັ່ງກ່າວ.

ທ່ານ​ຄລິນ​ຕັນ​ກ່າວ​ວ່າ “​ເປັນ​ເວລາ 20 ປີຜ່ານມາ ທີ່​ພວກ​ທ່ານ​ໄດ້​ໃຫ້​ກຽດ
​ແກ່ຄວາມ​ຊົງ​ຈຳ​ກ່ຽວ​ກັບພວກ​ສະມາຊິກ​ຄອບຄົວ​ທີ່ຮັກ​ຫອມ​ຂອງ​ພວກ​ທ່ານ
ພວກ​ທ່ານ​ໄດ້​ດົນ​ຈິດດົນໃຈ​ພວກ​ເຮົາ​ດ້ວຍ​ອຳນາດການ​ຟື້ນ​ຟູ​ຂອງ​ພວກ​ທ່ານ
.
ພວກ​ທ່ານ​ໄດ້​ເຕືອນ​ພວກ​ເຮົາ​ວ່າ ພວກ​ເຮົາ​ຄວນ​ຈະ​ຢູ່​ຕາມມາດຕະຖານ​ຂອງ
Oklahoma ຄື ກຽດ ​ການ​ບໍລິການ ແລະ​ຄວາມ​ເມດ​ຕາປານີ. ​ໃນ​ການ​ເຮັດ​ສິ່ງ​
ເຫຼົ່າ​ນີ້ ພວກ​ທ່ານແມ່ນໄດ້​ເລືອກເອົາການຢືນຢັນ​ຄວາມ​ເປັນມະນຸດຊາດ​ຮ່ວມ
​ກັນຂອງ​ພວກ​ເຮົາ ​ຕໍ່ໜ້າ​ຜູ້ຄົນ​ທີ່​ຄຽດ​ແຄ້ນ​ແລະ​ປ່ວງ​ບ້າ ທີ່​ຄຶດວ່າຄວາມ​ແຕກ​
ຕ່າງກັນແມ່ນ ​ເປັນ​ເຫດຜົນພຽງພໍ​ທີ່​ຈະທຳລາຍ​ຜູ້​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ໃດໆ​ ທີ່
​ພວກ​ເຂົາ​ບໍ່​ເຄີຍ​ພົບ​ພໍ້​ຈັກ​ເທື່ອ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ສົ່ງ​ສານ​ສະບັບ​ໜຶ່ງ ​ໂດຍ​ກ່າວ​ວ່າ ​ເວລາ​ທີ່​ຜ່ານ​ໄປ​
ຈະບໍ່​ເຮັດ​ໃຫ້​ຄວາມ​ເຈັບ​ປວດ​ດັບ​ໄປ​ຈັກ​ເທື່ອ. “​ແຕ່​ຖ້າ​ຫາກ​ພວກ​ຄາດ​ຕະກອນ​ເຫຼົ່າ​ນັ້ນ
ໄດ້​ຫວັງ​ໄວ້​ວ່າ​ ຈະ​ສ້າງ​ຄວາມ​ຢ້ານ​ກົວແກ່​ຄົນ​ອະ​ເມ​ຣິກັນ ​ໃນ​ມື້ນັ້ນ ​ຫວັງ​ຈະທຳລາຍ​
ຈິດ​ໃຈ​ຂອງ​ພວກ​ເຮົາ ຫຼື​ທຳລາຍຄວາມກ່ຽວ​ພັນທີ່ເຊື່ອມ​ໂຍງ​ພວກ​ເຮົາ​ນັ້ນ​ແລ້ວ ​ກໍ​ແມ່ນ
ວ່າ ພວກ​ເຂົາ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ຢ່າງ​ແນ່ນອນ.”

​ໃນ​ວັນ​ທີ 19 ​ເມສາ ປີ 1995 ນາຍ Timothy McVeigh ຫົວ​ຮຸນ​ແຮງ​ຕໍ່ຕ້ານ​ລັດຖະບານ​ ໄດ້​ຈອດ​ລົດ​ບັນທຸກ​ຄັນ​ໜຶ່ງ​ທີ່​ບັນຈຸ​ວັດຖຸ​ລະ​ເບີດ​ເຕັມ​ຄັນ ​ໄວ້ຢູ່​ຕໍ່ໜ້າ​ອາຄານ​ລັດຖະບານ​ກາງ Alfred P. Murrah ​ແລ້ວ​ຈູດ​ກະນວນ​ລະ​ເບີດ​ດັ່ງກ່າວ. ​ແຮງລະ​ເບີດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາຄານ​ຕ່າງໆຢູ່​ໃນ​ບໍລິ​ເວນ​ຊ່ວງ​ຖະໜົນ 16 ຊ່ວງ.

ການ​ໂຈມ​ຕີ​ດັ່ງກ່າວ ​ໄດ້​ສັງຫານ​ປະຊາຊົນ 168 ຄົນ ຮວມທັງ​ພວກ​ເດັກນ້ອຍ 19 ຄົນ​ທີ່​ພາກັນ​ຫຼິ້ນ​ຢູ່​ໃນ​ສູນລ້ຽງ​ເດັກ​ແຫ່ງ​ໜຶ່ງ​ໃນ​ອາຄານ ​ແລະເຮັດ​ໃຫ້​ບາດ​ເຈັບ​ຕື່ມ​ອີກ ​ເກືອບ 700 ຄົນ. ນັບ​ວ່າ​ເປັນ​ການ​ກໍ່​ການ​ຮ້າຍ​ໂດຍຄົນພາຍ​ໃນ​ປະ​ເທດ ທີ່​ພາ​ໃຫ້​ມີ​ຜູ້​ຄົນ​ເສຍ
ຊີວິດໄປຫຼາຍ​ທີ່​ສຸດ ​ໃນ​ປະຫວັດສາດ​ຂອງ​ສະຫະລັດ.

ນາຍ McVeigh ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ ​ແມ່ນ​ເພື່ອ​ເປັນ​ການ​ແກ້​ແຄ້ນ​ຕໍ່​ການ​ເຂົ້າ
ຍຶດເອົາ​ບໍລິ​ເວນໜຶ່ງຂອງ​ກຸ່ມ​ສາສະໜາ​ຫົວຮຸນແຮງ​ຈັດ ທີ່​ພາ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ ທີ່ທາງ
ລັດຖະບານ​ຕ້ອງການ​ໂຕ​ມາ​ດຳ​ເນີນ​ຄະດີ​ ໃນ​ຂໍ້​ຫາ​ຫລາຍ​ກະໂທ​ງນັ້ນ.

ນາຍ McVeigh ບໍ່​ເຄີຍ​ສະ​ແດງ​ຄວາມ​ເສຍ​ໃຈ​ໃດໆ​ນຳ​ຄວາມ​ຜິດ​ຂອງ​ຕົນ ​ແລະ​ໄດ້​ຖືກ​ປະຫານ​ຊີວິດ​ໃນ​ປີ 2001. ສ່ວນ​ນາຍ Terry Lynn Nichols ຜູ້​ສົມຮູ້​ຮ່ວມ​ຄິດ​ນັ້ນ ຍັງ​ຖືກ
ຈຳ​ຄຸກ​ຕະຫຼອດ​ຊີວິດ​ຢູ່.

Oklahoma Bombing Anniversary
please wait

No media source currently available

0:00 0:02:50 0:00

XS
SM
MD
LG