ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປົກຄອງ ເກາະໂອກີນາວາ ຈະຍົກເລີກ ອະນຸຍາດ ສ້າງຖານທັບໃໝ່ ຂອງສະຫະລັດ


ຜູ້ປົກຄອງ ເກາະໂອກີນາວາ ທ່ານ Takeshi Onaga (ກາງ) ກ່າວຖະແຫລງ ຕໍ່ສື່ມວນຊົນ ຫຼັງຈາກເຂົ້າກອງປະຊຸມ ກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຢູ່ທີ່ຫ້ອງການ ຂອງທ່ານ Abe ໃນນະຄອນ Tokyo.
ຜູ້ປົກຄອງ ເກາະໂອກີນາວາ ທ່ານ Takeshi Onaga (ກາງ) ກ່າວຖະແຫລງ ຕໍ່ສື່ມວນຊົນ ຫຼັງຈາກເຂົ້າກອງປະຊຸມ ກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຢູ່ທີ່ຫ້ອງການ ຂອງທ່ານ Abe ໃນນະຄອນ Tokyo.

ຜູ້​ປົກຄອງ​ເກາະໂອ​ກີ​ນາວາ ຢູ່​ທາງ​ພາກ​ໃຕ້​ຂອງ​ຍີ່ປຸ່ນ ກ່າວ​ວ່າ
ທ່ານ​ຈະ​ຍົກ​ເລີກ​ອະນຸຍາດ ​ໃຫ້​ກໍ່ສ້າງ​ຖານ​ທັບ​ອາກາດສະຫະລັດ
​ແຫ່ງ​ໃໝ່ ​ໃນ​ເກາະ​ຂອງ​ທ່ານ ຫຼັງຈາກ​ການ​ເຈລະຈາ ລະຫວ່າງ
ລັດຖະບານ​ຂອງ​ທ່ານ ​ແລະ ບັນດາ​ເຈົ້າໜ້າ​ທີ່​ຂອງ​ໂຕ​ກຽວ ບໍ່ຕົກ​
ແຕກ​ກັນ.

ທ່ານ Takeshi Onaga ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ຈັນ​ມື້​ນີ້ ວ່າ
ລັດຖະບານ​ຂອງ​ທ່ານ ດຳ​ເນີນ​ການ​ເຊັ່ນນັ້ນ ຫຼັງຈາກ​ທີ່​ໄດ້​ພົບ​ເຫັນ
​“ຂໍ້​ບົກ​ຜ່ອງຕ່າງໆ” ​ໃນ​ອະນຸຍາດ​ສະບັບ​ຕົ້ນ ທີ່​ໄດ້​ອອກໃຫ້ໂດຍ​
ເຈົ້າຄອງ​ຜູ້​ກ່ອນ. ການ​ຕັດສິນ​ໃຈ​ຂອງ​ທ່ານ​ ໄດ້ປະກາດ​ໃຫ້​ຊາບ​ພຽງ
ບໍ່​ເທົ່າ​ໃດ​ມື້ ຫຼັງຈາ​ກທີ່​ວຽກ​ງານການ​ກໍ່ສ້າງ​ໄດ້​ເລີ້ມ​ຄືນ ​ໃນ​ສະຖານ​ທີ່
​ໃກ້​ກັບບ້ານ​ ຫ່າງ​ໄກ​ສອກ​ລີກແຫ່ງ​ນຶ່ງ ​ຢູ່​ແຄມ​ຝັ່ງ​ໂອ​ກີ​ນາວາ ທີ່​ເອີ້ນວ່າ Henoko ນັ້ນ.
ການ​ກໍ່ສ້າງ​ໄດ້​ຖືກ​ໂຈະ​ໄວ້ ​ເປັນ​ເວລາ​ນຶ່ງ​ເດືອນ ​ເພື່ອ​ອະນຸຍາດ​ໃຫ້​ມີ​ການ​ເຈລະຈາ​ກັນ​ກ່ອນ.

ທ່ານ Onaga ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ເຈົ້າຄອງ ​ເມື່ອ​ປີ​ແລ້ວ​ນີ້ ​ທີ່​ປະຕິຍານ​ວ່າ​ຈະ​ກີດ​ກັນ​ ການ​ຍົກຍ້າຍ​ຖານ​ທັບ​ອາກາດ ທະຫານ​ນາ​ວິກະໂຍທິນ Futenma ຈາກ​ບໍລິ​ເວນ​ທີ່​ມີ​ປະຊາຊົນ​ອາ​ໄສຢູ່​ຢ່າງ​ໜາ​ແໜ້ນ ​ໄປ​ຍັງ​ເຂດ Henoko ຂອງ​ໂອ​ກີ​ນາວາ ​ແລະ ​ແທນ​ທີ່​ຈະ​ຍ້າຍ​ຖານ​ທັບ​ດັ່ງກ່າວນັ້ນ ​ໄປ​ຍັງ​ເກາະ​ອື່ນ. ​ໂຕ​ກຽວ ​ແລະ ສະຫະລັດ ​ໄດ້​ທຳ​ການ​ເຈລະຈາ​ການ​ຍົກຍ້າຍ ​ເພາະ​ຮັບ​ຮູ້​ວ່າ ປະຊາຊົນໄດ້​ຮ້ອງທຸກວ່າ ມີສຽງ​ລົບ​ກວນ ມາ​ຈາກ​ຖານ​ທັບ​ອາກາດ ​ແລະ ມີ​ຈຳນວນ​ພະນັກງານ​ທະຫານ​ສະຫະລັດຫຼາຍ ຢູ່​ໃນ​ເກາະ​ນັ້ນ. ທະຫານ​ນາ​ວິກະໂຍທິນ ຫຼາຍກວ່າ 19,000 ຄົນ ປະຈຳການ​ຢູ່​ທີ່​ເກາະ​ໂອ​ກີ​ນາວາ ​ເພື່ອ​ທີ່​ຈະ​ຕອບ​ໂຕ້​ຕໍ່​ການ​ຂົ່ມຂູ່​ໃດໆ​ໃນ​ຂົງ​ເຂດ ​ເພື່ອ​ສະໜອງ​ການ​ຊ່ວຍ​ເຫຼືອ​ໃນ​ໄພພິບັດ ​ແລະ ປົກປ້ອງ​ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ ​ແລະ ຍີ່ປຸ່ນ.

ຫົວໜ້າກອງ​ເລຂາ ປະຈຳຄະນະ​ລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ກ່າວຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ຈັນມື້​ນີ້​ວ່າ ວຽກ​ງານກໍ່ສ້າງຖານ​ທັບ​ຢູ່​ ​ເຂດ Henoko ນັ້ນ ຈະ​ສືບ​ຕໍ່​ໄປ ​ເຖິງ​ແມ່ນ​ວ່າ ຈະມີ​ການ​ຕັດສິນ​ໃຈ​ຂອງ​ເຈົ້າຄອງ Onaga ກໍ​ຕາມ. ລັດຖະບານ​ກາງ​ຍີ່ປຸ່ນ ອາດກ່າວຟ້ອງທ່ານ Onaga ຕໍ່​ສານ ​ເພື່ອ​ສະກັດ​ກັ້ນ ການ​ກະທຳ​ຂອງ​ຜູ້ກ່ຽວ.

Japan US Military Base
please wait

No media source currently available

0:00 0:02:09 0:00

XS
SM
MD
LG