ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖານທັບສະຫະລັດຈະບໍ່ຖືກ ຍົກຍ້າຍອອກຈາກໂອກິນາວາ


ທ່ານ ຢູກິໂອ ຮາໂຕຢາມາ
ທ່ານ ຢູກິໂອ ຮາໂຕຢາມາ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຢູກີໂອ ຮາໂຕຢາມະ
ໄດ້ລະເມີດຄຳໝັ້ນສັນຍາທີ່ສຳຄັນຂໍ້ນຶ່ງທີ່​ໄດ້​ໃຫ້​ໄວ້
ໃນຕອນໂຄສະນາຫາສຽງນັ້ນໂດຍໄດ້ແຈ້ງໃນວັນອັງຄານນີ້
ໃຫ້ປະຊາຊົນທີ່ເກາະໂອກີນາວາຊາບວ່າ ຖານທັບຂອງ
ທະຫານມາຣີນສະຫະລັດ ຈະບໍ່ຖືກຍົກຍ້າຍຢ່າງສິ້ນເຊີງ
ອອກໄປຈາກເກາະດັ່ງກ່າວ.

ນີ້ແມ່ນເທື່ອທຳອິດນັບແຕ່ຜູ້ນຳຂອງຍີ່ປຸ່ນໄດ້ເຂົ້າກຳອຳນາດ
ໃນເດືອນກັນຍາປີກາຍທີ່ທ່ານໄດ້ຮັບຮູ້ວ່າຢ່າງນ້ອຍ
ບາງສ່ວນຂອງຖານທັບອາກາດ FUTENMA ຂອງທະຫານມາຣີນຍັງຈະຢູ່ທີ່ເກາະໂອກີນາວາຕໍ່ໄປ.

ທ່ານຮາໂຕຢາມະເດີນທາງໄປຢ້ຽມຢາມເກາະໂອກີນາວາເພື່ອພົບປະກັບ
ຜູ້ປົກຄອງເກາະດັ່ງກ່າວທ່ານ HIROKAZU NAKAIMAເພື່ອນຳສະເໜີ
ແຜນການຍົກຍ້າຍຖານທັບຂອງທະຫານມາຣີນ.ລາຍງານຂ່າວແຈ້ງວ່າ
ແຜນການທີ່ວ່ານີ້ແມ່ນພົວພັນກັບການສ້າງທາງແລ່ນຂອງສະໜາມບິນ
ໃສ່ບໍລິເວນທີ່ເປັນນ້ຳຕື້ນໃກ້ໆເມືອງນາໂກະ.

ໃນລະຫວ່າງການໂຄສະນາຫາສຽງນັ້ນທ່ານຮາໂຕຢາມະໃຫ້ຄຳໝັ້ນສັນຍາວ່າ ທ່ານຈະສັ່ງ
ໃຫ້ຍົກຍ້າຍຖານທັບອາກາດ FUTENMA ທັງໝົດອອກໄປຈາກເກາະໂອກີນາວາ.

XS
SM
MD
LG