ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ລັດຖະບານຈະເຂາຄວບຄຸມ ເລອງນມັນຮົ່ວທີ່ອ່າວເມັກຊິໂກ


ຄະນະ​ຜູ້​ແທນ​ສະພາ​ສູງ​ສະຫະລັດ​ຈຸ​ນຶ່ງ​ກຳລັງ​ມຸ່ງ​ໜ້າ​ໄປ​ຍັງ​
ລັດ Louisiana ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ​ເພື່ອ​ໄປ​ຊັ່ງຊາ​
ຕີ​ລາຄາ​ເບິ່ງການ​ຕອບ​ສະໜອງ​ຂອງ​ບໍລິສັດ​ນ້ຳມັນ​ຍັກ​ໃຫຍ່
BP ຕໍ່​ການ​ຮົ່ວ​ໄຫລຂອງ​ບໍ່​ນ້ຳມັນ​ໃນ​ອ່າວ​ເມັກ​ຊິ​ໂກນັ້ນ.

ທ່ານ Ken Salazar ລັດຖະມຸນຕີ​ກະຊວງ​ຊັບພະຍາກອນ
ແລະ​ທ່ານ​ນາງ Janet Politano ລັດ​ມຸນຕີ​ຮັກສາ​ຄວາມ​
ປອດ​ໄພ​ພາຍ​ໃນ​ຂອງສະຫະລັດຈະ​ຕິດຕາມ​ໄປ​ກັບ​ຄະນະ​
ຜູ້ແທນ​ຂອງ​ສະ​ພາສູງ​ຄັ້ງ​ນີ້ ຊຶ່ງພວກ​ເຈົ້າ​ຫນ້າ​ທີ່ເຫລົ່າ​ນີ້​
ຈະ​ພາກັນ​ຂີ່ເຮືອບິນ​ສຳ​ຫລວດເບິ່ງ​ບ່ອນ​ທີ່​ໄດ້ຜົນ​ກະທົບຈາກ​
ນ້ຳມັນ​ຮົ່ວ​ໄຫລ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ Salazar ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ບໍ່​ມີ​ຄວາມ​ໝັ້ນ​ໃຈກັບ​ຄວາມ​ພະຍາ
ຍາມ​ຕ່າງຂອງ​ບໍລິສັດ​ນ້ຳມັນ BP ​ເພື່ອ​ຢຸດ​ແລະ​ຄວບຄຸມນ້ຳມັນ​ທີ່ຮົ່ວ​ໄຫລອອກ​ມາ​ນີ້ ​
ແລະ​ກ່າວ​ຕື່ມ​ວ່າ ລັດຖະບານ​ຕຽມ​ພ້ອມ​ທີ່ຈະ​ເຂົ້າ​ຄວບ​ຄຸມ​ການ​ປະຕິບັດ​ງານ​ດັ່ງກ່າວ
ຖ້າ​ຫາກ​ຄວາມ​ພະຍາຍາມ​ຂອງ​ບໍລິສັດ BP ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ນັ້ນ.

ທ່ານ Bobby Jindal ຜູ້​ວ່າການ​ລັດ Louisiana ກ່າວ​ໂຈມ​ຕີ​ບໍລິ​ສັດ BPແລະ​ເຈົ້າ​ໜ້າ
ທີ່​ລັດຖະບານ​ກາງ​ວ່າ ທ່ານ​ຍັງ​ບໍ່​ທັນ​ໄດ້ຮັບ​ຊັບພະຍາກອນ​ໃດໆເທື່ອ​ທີ່​ທ່ານ​ໄດ້​ຂໍ​ໄປ​ ​
ເພື່ອ​ປົກປັກ​ຮັກສາ​ແຄມຝັ່ງ​ທະ​ເລ​ຂອງ​ລັດ​ໄວ້​ນັ້ນ.

XS
SM
MD
LG