ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລູກເຮືອ 32 ຄົນ ຂອງກຳປັ່ນບັນທຸກນໍ້າມັນ ທີ່ຖືກໄຟໄໝ້ ຫາຍສາບສູນ


ເຮືອໄວຂອງກອງກຳລັງພິທັກປະຕິວັດ ອີຣ່ານ ແລ່ນຢູ່ໃກ້ກັບ ກຳປັ່ນບັນທຸກນໍ້າມັນ. 2 ກໍລະກົດ, 2012.
ເຮືອໄວຂອງກອງກຳລັງພິທັກປະຕິວັດ ອີຣ່ານ ແລ່ນຢູ່ໃກ້ກັບ ກຳປັ່ນບັນທຸກນໍ້າມັນ. 2 ກໍລະກົດ, 2012.

ກະຊວງການຂົນສົ່ງຂອງ ຈີນ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ສະມາຊິກລູກເຮືອ 32 ຄົນ
ຂອງກຳປັ່ນບັນທຸກນໍ້າມັນໄດ້ຫາຍສາບສູນ ຫຼັງຈາກເຮືອໄດ້ຕຳກັນກັບກຳປັ່ນບັນທຸກ
ສິນຄ້າຂະໜາດໃຫຍ່.

ບັນດາເຈົ້າໜ້າທີ່ການສັນຈອນທາງທະເລກ່າວວ່າ ຊາວ ອີຣ່ານ 30 ຄົນ ແລະ ຊາວ
ບັງກລາແດັສ 2 ຄົນຢູ່ກຳປັ່ນບັນທຸກນໍ້າມັນ ຊັນຈີ (Sanchi) ແມ່ນໄດ້ຫາຍສາບສູນໄປ
ຫຼັງຈາກການຕຳກັນໃນວັນເສົາວານນີ້ ຢູ່ນອກຊາຍຝັ່ງພາກຕາເວັນອອກຂອງ ຈີນ. ກຳ
ປັ່ນບັນທຸກນໍ້າມັນລຳດັ່ງກ່າວໄດ້ເດີນທາງຈາກ ອີຣ່ານ ໄປ ເກົາຫຼີໃຕ້.

ກະຊວງຂົນສົ່ງກ່າວວ່າ ກຳປັ່ນບັນທຸກນໍ້າມັນນັ້ນ “ໄດ້ຖືກໄຟໄໝ້ຢ່າງສິ້ນເຊີງ.”

ບັນດາເຈົ້າໜ້າທີ່ລາຍງານວ່າ ສະມາຊິກລູກເຮືອ 21 ຄົນຂອງກຳປັ່ນບັນທຸກສິນຄ້າ,
ເຊິ່ງທັງໝົດແມ່ນຄົນ ຈີນ ນັ້ນ, ແມ່ນໄດ້ຖືກຊ່ວຍເຫຼືອຂຶ້ນມາ.

ກະຊວງຂົນສົ່ງກ່າວວ່າ ກຳປັ່ນບັນທຸກນໍ້າມັນທີ່ຖືືກລົງທະບຽບຂອງປະເທດ ປານາມາ
ແລະ ເຮືອບັນທຸກສິນຄ້າຂະໜາດໃຫຍ່ທີ່ຖືກລົງທະບຽນຂອງ ເກາະຮົງກົງ ໄດ້ຕຳກັນຢູ່
ນອກຊາຍຝັ່ງຂອງນະຄອນ ຊຽງໄຮ ປະມານ 300 ກິໂລແມັດ.

ອົງການຂ່າວຊິນຫົວກ່າວວ່າ ຈີນ ໄດ້ສົ່ງເຮືອ 8 ລຳສຳລັບການປະຕິບັດຄົ້ນຫາ ແລະ
ຊ່ວຍເຫຼືອ ແລະ ເກົາຫຼີໃຕ້ ໄດ້ສົ່ງເຮືອຍາມຊາຍຝັ່ງ ແລະ ເຮືອບິນອອກໄປ ສຳລັບການ
ປະຕິບັດການກູ້ໄພ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG