ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດນໍ້າມັນ ລະເບີດໃນ ປາກິສຖານ ເຮັດໃຫ້ປະຊາຊົນເສຍຊີວິດ 140 ຄົນ


ລົດໄຫຍ່ ແລະ ລົດຈັກທີ່ຖືກໄຟໄໝ້ ຢູ່ຈຸດເກີດເຫດຂອງລົດນໍ້າ
ມັນລະເບີດ ໃນເມືອງ Bahawalpur, ປະເທດ ປາກິສຖານ
25 ມິຖຸນາ, 2017.
ລົດໄຫຍ່ ແລະ ລົດຈັກທີ່ຖືກໄຟໄໝ້ ຢູ່ຈຸດເກີດເຫດຂອງລົດນໍ້າ ມັນລະເບີດ ໃນເມືອງ Bahawalpur, ປະເທດ ປາກິສຖານ 25 ມິຖຸນາ, 2017.

ບັນດາເຈົ້າໜ້າທີ່ປະເທດ ປາກິສຖານ ກ່າວວ່າ ລົດນໍ້າມັນຄັນໜຶ່ງ ທີ່ພິກຂວໍ້າ ໄດ້ລຸກໄໝ້
ເປັນໄຟ ໃນວັນອາທິດມື້ນີ້, ເຮັດໃຫ້ປະຊາຊົນຜູ້ທີ່ໄດ້ຫຼັ່ງເຂົ້າໄປເອົານໍ້າມັນທີ່ກຳລັງໄຫຼ
ອອກມາຢູ່ຈຸດເກີດເຫດເສຍຊີວິດ 140 ຄົນ. ບັນດາເຈົ້າໜ້າທີ່ກ່າວວ່າ ປະຊາຊົນປະ
ມານ 80 ຄົນໄດ້ຮັບບາດເຈັບໃນການລະເບີດ ແລະ ຫຼາຍຄົນໃນນັ້ນແມ່ນມີອາການສາ
ຫັດ.

ລົດນໍ້າມັນຄັນດັ່ງກ່າວ ໄດ້ເດີນທາງຢູ່ຖະໜົນຫຼວງສາຍຫຼັກ ຈາກເມືອງທ່າເຮືອ Karachi
ຕັ້ງຢູ່ພາກໃຕ້ຂອງປະເທດ ໄປຫາເມືອງ Lahore ຂອງແຂວງ Punjab ໃນເວລາຄົນຂັບ
ຂາດການຄວບຄຸມລົດ.

ຫົວໜ້າຕຳຫຼວດພາກພື້ນ ທ່ານ Raja Riffat ກ່າວວ່າ ເວລາລົດໄດ້ພິກຂວໍ້ານັ້ນ, “ປະຊາ
ຊົນຂອງບ້ານ Ramzanpur Joya ທີ່ຕັ້ງຢູ່ໃກ້ຄຽງ ໄດ້ພາກັນຫຼັ່ງເຂົ້າໄປສະຖານທີ່ເກີດ
ເຫດພ້ອມດ້ວຍຄຸ ແລະ ພາຊະນະບັນຈຸອື່ນໆ, ແລະ ປະຊາຊົນທີ່ຂີ່ລົດຈັກຈຳນວນຫຼາຍ
ກໍໄດ້ເຂົ້າໄປ ແລະ ເລີ່ມໂຕ່ງເອົານໍ້າມັນທີ່ຍ້ອຍລົງເຊັ່ນກັນ.”

ມັນຍັງບໍ່ທັນມີຄວາມຊັດເຈນເທື່ອວ່າ ແມ່ນຫຍັງທີ່ເປັນສາເຫດເຮັດໃຫ້ລົດນໍ້າມັນລະເບີດ.

ໄພພິບັດດັ່ງກ່າວໄດ້ເກີດຂຶ້ນມື້ໜຶ່ງ ກ່ອນວັນ Eid al-Fitr ເປັນຂີດໝາຍຂອງການສິ້ນສຸດ
ຂອງວັນຖືສິນອົດອາຫານ ຣາມາດານ. ໃນເວລານັ້ນຖະໜົນແຫ່ງຕ່າງໆປົກກະຕິຈະ
ເຕັມໄປດ້ວຍຄົນ, ດ້ວຍປະຊາຊົນເດີນທາງໄປຫາຄອບຄົວຂອງພວກເຂົາເຈົ້າ ເພື່ອສະ
ເຫຼີມສະຫຼອງວັນ Eid.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG