ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄານ້ຳມັນ ສູງຂຶ້ນ ຫຼັງຈາກ ອົງການ OPEC ຕົກລົງ ທີ່ຈະຫລຸດ ການຜະລິດ


ເຮື່ອກຳປັ່ນ ຈອດຢູ່ໃກ້ ຖານເຈາະນ້ຳມັນ Al-Basra ໃນພາກກາງກ້ຳຕາເວັນອອກ ຂອງອ່າວ ເປີເຊຍ, ວັນທີ 21 ກັນຍາ 2014.
ເຮື່ອກຳປັ່ນ ຈອດຢູ່ໃກ້ ຖານເຈາະນ້ຳມັນ Al-Basra ໃນພາກກາງກ້ຳຕາເວັນອອກ ຂອງອ່າວ ເປີເຊຍ, ວັນທີ 21 ກັນຍາ 2014.

ລາຄາ​ນ້ຳມັນ​ຖີບ​ໂຕຂຶ້ນອີກ​ໃນ​ວັນ​ພະຫັດມື້ນີ້ ຊຶ່ງ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ຈາກ​ການ​ຕົກລົງ
​ຂອງ​ອົງການ OPEC ​ທີ່ຈະຫລຸດການຜະລິດນ້ຳມັນລົງ ເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 2008 ເປັນ ຕົ້ນມາ.

ການ​ຕັດສິນ​ໃຈ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ລາຄາ​ນ້ຳມັນ​ສູງ​ຂຶ້ນ 10 ​ເປີ​ເຊັນ​ໃນ​ວັນ​ພຸດ ວານ​ນີ້ ​ແລະ​ເຮັດ​ໃຫ້​ລາຄາ​ຮຸ້ນ​ໃນ​ດ້ານ​ພະລັງງານ​ໂດຍ​ທົ່ວໄປ​ສູງ​ຂຶ້ນ. ລາຄາ​ນ້ຳມັນ​ທີ່​ສູງ​ຂຶ້ນ​
ໃນ​ວັນ​ພະຫັດ​ມື້ນີ້ ​ແມ່ນ​ຢູ່​ໃນ​ລະດັບ​ປານ​ກາງ ຊຶ່ງ​ຕົກ​ເປັນ​ປະ ມານ 50 ​ໂດ​ລາ​ຕໍ່​ຖັງ.

ປະທານ ອົງການ OPEC ລັດຖະມົນຕີ ກະຊວງພະລັງງານ ຂອງກາຕ້າ ທ່ານ Mohammed bin Saleh al-Sada ກ່າວຖະແຫລງ ໃນກອງປະຊຸມຖະແຫລງຂ່າວ ຫລັງຈາກກອງປະຊຸມ ຂອງອົງການ OPEC ໃນນະຄອນ Vienna, Austria, ວັນທີ 30 ພະຈິກ 2016.
ປະທານ ອົງການ OPEC ລັດຖະມົນຕີ ກະຊວງພະລັງງານ ຂອງກາຕ້າ ທ່ານ Mohammed bin Saleh al-Sada ກ່າວຖະແຫລງ ໃນກອງປະຊຸມຖະແຫລງຂ່າວ ຫລັງຈາກກອງປະຊຸມ ຂອງອົງການ OPEC ໃນນະຄອນ Vienna, Austria, ວັນທີ 30 ພະຈິກ 2016.

ລັດຖະມົນຕີກະຊວງນ້ຳມັນຂອງອີຣ່ານໄດ້ກ່າວວ່າ ກຸ່ມປະ​ເທດ​ທີ່ຜະລິດ​ນ້ຳມັນ ຈະ ຫລຸດການຜະລິດລົງ 1 ລ້ານ 2 ແສນຖັງຕໍ່ມື້ລວມເປັນ 32 ລ້ານ 5 ແສນ ຖັງຕໍ່ມື້ ຫຼື ຄິດສະເລ່ຍເປັນ 1 ເປີເຊັນ​ໃນການຜະລິດ ຂອງໂລກ.

ກ່ອນໜ້າກອງປະຊຸມ ໃນວັນພຸດວານນີ້ ຢູ່ທີ່ນະຄອນ Vienna ລັດຖະມົນຕີ ກະຊວງ ພະລັງງານ ຂອງຊາອຸດີ ອາຣາເບຍ ໄດ້ກ່າວວ່າ ກຸ່ມ OPEC ຈະຂໍຮ້ອງ ໃຫ້ບັນດາ ປະເທດທີ່ບໍ່ເປັນສະມາຊິກ ຫລຸດການຜະລິດລົງ ເຊັ່ນກັນ.

ຣັດເຊຍ ຊຶ່ງບໍ່ໄດ້ເປັນສະມາຊິກຂອງ ກຸ່ມ OPEC ໄດ້ຕົກລົງທີ່ຈະຫລຸດການຜະລິດ ຂອງຕົນລົງ ໃນປະລິມານ 300,000 ຖັງຕໍ່ມື້.

ກຸ່ມ OPEC ກ່າວວ່າ ຕົນຢາກຈະເຫັນ ລາຄານ້ຳມັນຂອງໂລກ ຢູ່ລະຫວ່າງ 55 ຫາ
60 ໂດລາຕໍ່ຖັງ ອັນເປັນລະດັບທີ່ຕົນ ກ່າວວ່າ ຈະຊ່ອຍຟື້ນຟູເສດຖະກິດ ທີ່ກາງຕໍ່
ນ້ຳມັນ ຊຶ່ງໄດ້ປະສົບກັບສະພາບລາຄາຕົກຕ່ຳ ຫລຸດ 50 ໂດລາຕໍ່ຖັງຢູ່ເລື້ອຍໆ ​ໃນ
​ໄລຍະ​ສອງ​ປີ​ ທີ່​ຜ່ານ​ມານີ້.

ຂ່າວຄາວກ່ຽວ​ກັບ​ກຸ່ມ​ປະ​ເທດ OPEC ແລະ ຣັດເຊຍ ​ໄດ້ສົ່ງຜົນເຮັດໃຫ້ລາຄານ້ຳມັນ ສູງຂຶ້ນ 10 ເປີເຊັນ ໃນນະຄອນ New York ແລະ ການເພີ່ມຂຶ້ນໂດຍລວມ ໃນຮຸ້ນ ຂອງພະລັງງານ.

ລາຄາ​ນ້ຳມັນ​ສູງ​ຂຶ້ນ 4 ​ໂດ​ລາ 21 ​ເຊັນ​ໃນ​ຕອນ​ປິດ​ຕະຫລາດ​ໃນ​ວັນ​ພຸດ​ວານ​ນີ້ ​ເປັນ
49 ​ໂດ​ລາກັບ 44 ​ເຊັນຕໍ່​ຖັງ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

OPEC
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG