ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າບໍລິຫານບີພີຈະໄປໃຫ້ການ ຕໍ່ລັດຖະສະພາວັນພະຫັດນ


ປໍ້ານໍ້າມັນຂອງບໍລິສັດ ບີພີ ຫລື British Petroleum ຂອງອັງກິດ
ປໍ້ານໍ້າມັນຂອງບໍລິສັດ ບີພີ ຫລື British Petroleum ຂອງອັງກິດ

ເປັນທີ່ຄາດກັນວ່າ ໃນວັນພະຫັດມື້ນີ້ ຫົວໜ້າຄະນະບໍລິຫານຂອງບໍລິສັດ ບີພີຈະ​ໄປ​ໃຫ້ການຕໍ່ສະມາຊິກລັດຖະສະພາສະຫະລັດວ່າ ທາງບໍລິສັດຈະບໍ່ຢູ່ ຢ່າງນິ້ງເສີຍ ຈົນກວ່າຈະສາມາດຄວບຄຸມການຮົ່ວໄຫຼຂອງນໍ້າມັນຂະໜາດໃຫຍ່ ໃນບໍລິເວນອ່າວເມັກຊິໂກນັ້ນໄດ້.

ໃນ​ບົດ​ຄວາມ​ເຫັນທີ່ທ່ານ​ໄດ້ກະກຽມໄວ້​ເພື່ອ​ຈະ​ໄປ​ໃຫ້ການ​ຕໍ່​ລັດ​ສະພານັ້ນ ທ່ານ TONY HAYWARD ຫົວໜ້າຄະນະບໍລິຫານບີພີ ກ່າວວ່າ ທ່ານເອງກໍ ຮູ້ສຶກເສົ້າເສຍໃຈທີ່ສຸດກ່ຽວກັບການຮົ່ວໄຫຼຂອງນໍ້າມັນ ແລະວ່າທາງບໍລິສັດບີພີ ກໍຈະປະຕິບັດຕາມພັນທະຂອງຕົນ ເພື່ອແກ້ໄຂບັນຫາຜົນກະທົບທີ່​ມີຕໍ່ສະພາບ ແວດລ້ອມແລະເສດຖະກິດທັງໝົດນັ້ນ. ເປັນທີ່ຄາດກັນວ່າທ່ານຈະຖືກສອບຖາມ ຢ່າງໜັກ ໃນການໄປປາກົດໂຕຕໍ່ໜ້າອະນຸກຳມະການພະລັງງານແລະການຄ້າ ຂອງສະພາຕໍ່າສະຫະລັດ ​ໃນ​ມື້​ນີ້.

ມື້ວານນີ້ ທ່ານ HAYWARD ແລະພວກເຈົ້າໜ້າທີ່ອະວຸໂສຂອງບໍລິສັດ ບີພີ ໄດ້ພົບປະກັບປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ທຳນຽບ ຂາວ ແລະບີພີໄດ້ຕົກລົງທີ່ຈະຕັ້ງກອງທຶນ ໃນມູນຄ່າ 20 ພັນລ້ານໂດລາ ເພື່ອ ຈ່າຍເງິນຊົດເຊີຍໃຫ້ແກ່ປະຊາຊົນແລະທຸລະກິດ ທີ່ໄດ້ຮັບຄວາມເສຍຫາຍຈາກ ນໍ້າມັນຮົ່ວ. ນອກນັ້ນແລ້ວ ບໍລິສັດບີພີຍັງເວົ້າວ່າ ຕົນຈະບໍ່ຈ່າຍເງິນປັນຜົນໃຫ້ ພວກ​ຖື​ຫຸ້ນ​ຂອງ​ຕົນ ໃນປີນີ້.

XS
SM
MD
LG