ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

BP ຈ່າຍເງິນໄປແລ້ວ 1,250 ລ້ານ$ ເພື່ອອັດ​ນ້ຳມັນ​ນຮົ່ວ


ບໍລິສັດ​ນ້ຳມັນ​ BP ຂອງອັງກິດ ກ່າວ​ວ່າ ຕົນ​ໄດ້​ໃຊ້​ຈ່າຍ​
ເງິນຈຳນວນ 1,250 ລ້ານ​ດອນ​ລ້າ​ໄປແລ້ວ ໃນ​ຄວາມ​
ພະຍາຍາມ​ເພື່ອ​ຢຸດ​ນ້ຳມັນ​ທີ່​ຮົ່ວ​ໄຫລ​ອອກ​ມາ​ຢ່າງ​ມະຫາ
ສານ​ໃນ​ອ່າວ​ເມັກ​ຊິ​ໂກ ​ແລະ​ອະນາ​ໄມ​ຄວາມເປິະ​ເປື້ອນທີ່
ເກີດ​ຂຶ້ນນັ້ນ.

ບໍລິສັດ BP ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ໂຕ​ເລກດັ່ງກ່າວ​ບໍ່ໄດ້
ຮວມທັງ​ເງິນ​ຈຳນວນ 350 ລ້ານ​ດອນ​ລາ​ ທ່ີ​ວາງ​ແຜນ
ໄວ້​ກ່ອນ​ແລ້ວ ​ສຳລັບໂຄງ ການ​ກໍ່ສ້າງ​ສິ່ງ​ກີ​ດຂວາງ​ຕ່າງໆ ​
ເພື່ອປ້ອງ​ກັນບໍ່​ໃຫ້​ນ້ຳມັນ​ໄຫລ​ເຂົ້າໄປ ເຖິງ​ຝັ່ງ​ທະ​ເລ​ຂອງລັດ Louisiana ນັ້ນ.

ບໍລິສັດ​ນ້ຳມັນຍັກ​ໃຫຍ່ BP ກ່າວ​ວ່າ ການ​ເອົາ​ຝາອັດໄປ​ກວມ​ປາກ​ທໍ່​ນ້ຳມັນ​ທີ່​ຮົ່ວຢູ່​ພື້ນ
ທະ​ເລນັ້ນ​ ​ເຮັດ​ໃຫ້​ສາມາດເກັບນ້ຳມັນ​ທີ່​ຮົ່ວອອກ​ມາ​ ໄດ້ 16 ພັນ 600 ຖັງ​ໃນ​ລະຍະ3 ມື້​
ຜ່ານ​ມາ​ ​ຫລັງ​ຈາກໄດ້​ເອົາຝາ ອັດ​ດັ່ງກ່າວໄປ​ກວມ​ປາກ​ທໍ່ໄວ້ ໃນ​ວັນ​ພະຫັດ​ແລ້ວ​ນີ້​.

ບັນດາ​ເຈົ້າ​ໜ້າ​ທ່ີ​ກະ​ປະມານ​ວ່າ ​ມີ​ນ້ຳມັນ​ຮົ່ວ​ໄຫລ​ອອກ​ມາ ​ຈຳນວນ​ຫລາຍ​ເຖິງ 19 ພັນ​ຖັງ​
ໃນ​ແຕ່​ລະ​ມື້ ຊຶ່ງ​ສ່ວນ​ຫລາຍແມ່ນ​ຍັງຮົ່ວ​ອອກ​ໄປ​ສູ່ອ່າວເມັກ​ຊິ​ໂກ.

ບໍລິສັດ BP ກ່າວ​ວ່າ ຕົນ​ວາງ​ແຜນ​ທີ່​ຈະ​ພະຍາຍາມວາງຝາອັດ​ອັນ​ທີ​ສອງ​ ຊື່​ງຈະສາມາດ
ອຳນວຍ​ໃຫ້​ເກັ​ບ​ນ້ຳມັນ​ທ່ີ​ຮົ່ວ​ໄຫ ລ​ອອກ​ມາ​ຈາກ​ບໍ່​ ​ໄດ້ຫລາຍ​ຂຶ້ນ ​ແລະວ່າ ຝາອັດ​ອັນໃໝ່​ນີ້​
ອາດສາມາດ​ນຳ​ໃຊ້ໄດ້​ໃນ​ ​ສັບປະດາ​ໜ້າ​ນີ້.

XS
SM
MD
LG