ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຄາ ນ້ຳມັນດິບ ໄດ້ຫຼຸດລົງ ຫຼັງຈາກ ບັນດາ ຜູ້ຜະລິດ ບໍ່ສາມາດຕົກລົງກັນໄດ້


Qatar Meeting Ends With No Agreement on Oil Production Freeze
please wait

No media source currently available

0:00 0:02:32 0:00

ລາຄານ້ຳມັນດິບ ໄດ້ຫຼຸດລົງ ໃນວັນຈັນມື້ນີ້ ຫຼັງຈາກ ບັນດາປະເທດທີ່ຜະລິດນ້ຳມັນດິບ ບໍ່ສາມາດຕົກລົງກັນໄດ້ ກ່ຽວກັບການຍຸຕິການຜະລິດໄວ້ກ່ອນ ເພື່ອຊ່ອຍເຮັດໃຫ້ ຕະຫຼາດທຸ່ນທຽງ.

Brent Crude ເປັນມາດຕະຖານນ້ຳມັນດິບຂອງໂລກ ໄດ້ຫຼຸດລົງ 5 ເປີເຊັນ ໃນຕອນເຊົ້າ ວັນຈັນມື້ນີ້ ເຊັ່ນດຽວກັນກັບ ນ້ຳມັນດິບ ຂອງສະຫະລັດ.

ລັດຖະມົນຕີ ຈາກ 18 ປະເທດທີ່ຢູ່ໃນກຸ່ມປະເທດທີ່ສົ່ງອອກນ້ຳມັນ ຫຼື OPEC ແລະ ບໍ່ຢູ່ ໃນກຸ່ມ OPEC ໄດ້ກ່າວໃນວັນອາທິດວານນີ້ ຫຼັງຈາກໄດ້ເຂົ້າຮ່ວມກອງປະຊຸມ ໃນກາຕ້າ ຊຶ່ງພວກເພິ່ນ ກ່າວວ່າ “ຕ້ອງການເວລາຕື່ມອີກ” ກ່ອນຈະຕັດສິນໃຈໄດ້ ກ່ຽວກັບວ່າ ຈະ ຍຸຕິການຜະລິດໃຫ້ຢູ່ໃນລະດັບ ເມື່ອເດືອນມັງກອນ. ພວກເພິ່ນກຳລັງຫາທາງ ເຮັດໃຫ້ ລາຄານ້ຳມັນທຸ່ນທ່ຽງ ຫຼັງຈາກມັນໄດ້ຕົກຕ່ຳລົງ ຈາກຫຼາຍກວ່າ 100 ໂດລາຕໍ່ຖັງ ໃນປີ 2014 ມາເປັນ ລາຄາໃນປັດຈຸບັນ ຢູ່ປະມານ 40 ໂດລາຕໍ່ຖັງ.

ລາຄາທີ່ຕ່ຳທີ່ສຸດ ໄດ້ເຮັດໃຫ້ ພວກສົ່ງອອກນ້ຳມັນດິບ ສູນເສຍລາຍຮັບ ຫຼາຍຕື້ໂດລາ ແລະໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ບາງສ່ວນຂອງເສດຖະກິດ ທີ່ອ່ອນແອຢູ່ແລ້ວນັ້ນ ຊຶ່ງກາງຕໍ່ພາກສ່ວນດັ່ງກ່າວ.

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG