ຕະຫຼາດຮຸ້ນ ໄດ້ຕົກຕ່ຳລົງ ໃນວັນຈັນມື້ນີ້ ຍ້ອນຄວາມເປັນຫ່ວງ ໃນສອງເລື້ອງ ກ່ຽວກັບລາຄານ້ຳມັນ ແລະຜົນກະທົບທາງດ້ານເສດຖະກິດຂອງໄວຣັສໂຄໂຣນາ ທີ່ໄດ້ແຜ່ລາມອອກໄປຫຼາຍກວ່າ 100 ປະເທດແລ້ວນັ້ນ ໄດ້ດຶງເອົາລາຄາຂອງ ຮຸ້ນຕ່າງໆລົງ.
ລາຄານ້ຳມັນ ຕົກລົງໃນອັດຕາສະເລ່ຍ 30 ເປີເຊັນ ຍ້ອນຜົນຕໍ່ເນື່ອງທີ່ມາຈາກ ການຕົກລົງກັນບໍ່ໄດ້ ຂອງບັນດາຜູ້ຜະລິດນ້ຳມັນໃຫຍ່ ກ່ຽວກັບການຕັດການສະໜອງນ້ຳມັນ ທ່າມກາງການຫລຸດລົງຂອງຄວາມຕ້ອງການນັ້ນ.
ຄວາມກົດດັນຂອງທັງສອງດ້ານດັ່ງກ່າວ ໄດ້ສົ່ງຜົນໃຫ້ລາຄາຮຸ້ນທັງຫຼາຍໃນຍີ່ປຸ່ນຕົກລົງ ໃນອັດຕາສະເລ່ຍ 5 ເປີເຊັນ ໃນວັນຈັນມື້ນີ້ ໃນຂະນະດຽວກັນ ຕະຫຼາດຮຸ້ນແຮງ ເຊັງ (Hang Seng) ຂອງຮົງກົງ ໃນຕອນປິດຕະຫຼາດ ລາຄາຮຸ້ນໄດ້ຕົກລົງ ໃນອັດຕາສະເລ່ຍ 4 ເປີເຊັນ ແລະດັດສະນີຮຸ້ນທັງຫຼາຍທີ່ນະ
ຄອນຊຽງໄຮ້ ຫຼື Shanghai Composite Index ໄດ້ຫລຸດລົງ ໃນອັດຕາສະເລ່ຍ 3 ເປີເຊັນ ໃນຕອນປິດຕະຫຼາດ.
ສ່ວນຢູ່ຕະຫຼາດຮຸ້ນ ໃນອັງກິດ ຝຣັ່ງ ແລະເຢຍຣະມັນ ທັງໝົດ ໄດ້ພົບເຫັນວ່າ ລາຄາຮຸ້ນໄດ້ຕົກລົງຢ່າງໃຫຍ່ ໃນຂະນະທີ່ ຕະຫຼາດທັງຫຼາຍ ໄດ້ເປີດໃນວັນຈັນມື້ນີ້ ແລະອະນາຄົດຂອງຮຸ້ນ ສຳລັບຕະຫຼາດຂອງສະຫະລັດ ໄດ້ຊີ້ບອກວ່າ ລາຄາຮຸ້ນຈະຫລຸດລົງໃນອັດຕາສະເລ່ຍ 5 ເປີເຊັນ ກ່ອນໜ້າການຊື້ຂາຍໃນວັນຈັນມື້ນີ້.
Financial markets slumped Monday, dragged down by dual concerns over oil prices and the economic effects of the coronavirus that has spread to more than 100 countries.
The price of oil fell 30% percent on the continuing fallout from a failure of top oil producers to agree on cuts to supply amid a drop in demand.
The combined pressures sent stocks in Japan down 5% Monday, while Hong Kong's Hang Seng closed down more than 4% and Shanghai Composite Index finished down 3%.
Markets in Britain, France and Germany all saw big drops as they opened Monday, and stock futures for U.S. markets indicated a 5% drop ahead of Monday's trading.