ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຳມັນຮົ່ວ ໃນອ່າວເມັກຊິໂກ


ພວກຄົນງານ ຂອງບໍລິສັດນຳມັນ BP ໄດ້ຢ່ອນເຄື່ອງຄວບຄຸມ ທີ່ມີລັກສະນະ ຄ້າຍຄືເຮືອນ ຂະໜາດໃຫຍ່ ລົງໄປກວມ ເອົາບໍ່ນຳມັນ ທີ່ຮົ່ວຢູ່ພື້ນທະເລ ໃນບໍລິເວນ ອ່າວເມັກຊິໂກ ຊຶ່ງເປັນບາດກ້າວ ທີ່ສຳຄັນ ໃນການດຳເນີນ ຄວາມພະຍາຍາມ ເພື່ອປ້ອງກັນ ບໍ່ໃຫ້ເກີດ ໄພພິບັດ ທາງດ້ານ ສະພາບແວດລ້ອມ.

ເຈົ້າໜ້າທີ່ ຂອງບໍລິສັດ BP ເວົ້າວ່າ ເຄື່ອງຄວບຄຸມ ດັ່ງກ່າວ ໄດ້ຖືກຢ່ອນລົງໄປ ເຖິງພື້ນທະເລ ທີ່ເລິກປະມານ 1 ພັນ 500 ແມັດແລ້ວ. ຫຸ່ນຍົນໃຕ້ນຳ ໄດ້ນຳເອົາ ເຄື່ອງຄວບຄຸມ ໄປກວມໃສ່ ບ່ອນນຳມັນຮົ່ວ ທີ່ໃຫຍ່ທີ່ສຸດ.

ເຈົ້າໜ້າທີ່ຫວັງວ່າ ຈະເລີ້ມດູດ ເອົານຳມັນ ຈາກເຄື່ອງຄວບຄຸມ ຂຶ້ນໄປໃສ່ກຳປັ່ນ ທີ່ຢູ່ເທິງໜ້ານຳ ພາຍໃນຕົ້ນ ອາທິດໜ້າ ແຕ່ພວກເຂົາເຈົ້າ ເວົ້າວ່າ ເຄື່ອງຄວບຄຸມດັ່ງກ່າວ ບໍ່ເຄີຍຖືກ ນຳໃຊ້ມາກ່ອນ ໃນລະດັບນຳ ທີ່ເລິກແບບນີ້ ແລະບໍ່ສາມາດ ໃຫ້ການຄຳປະກັນວ່າ ມັນຈະປະຕິບັດງານ ໄດ້ດັ່ງທີ່ຄາດໝາຍໄວ້.

ມີນຳມັນຮົ່ວໄຫລ ອອກມາຈາກ ບໍ່ນຳມັນ ທີ່ໄດ້ຮັບ ຄວາມເສຍຫາຍດັ່ງກ່າວ ຫຼາຍຮ້ອຍພັນລິດ ຕໍ່ມື້ ນັບຕັ້ງແຕ່ ໄດ້ເກີດເຫດລະເບີດ ຢູ່ເທິງຖານເຈາະ ແລະຈົມລົງສູ່ ພື້ນທະເລ ເມື່ອສອງອາທິດກ່ອນ. ເຫດລະເບີດ ທີ່ວ່ານີ້ ເຮັດໃຫ້ພະນັກງານ 11 ຄົນ ຂອງທາງບໍລິສັດ ເສຍຊີວິດ.

XS
SM
MD
LG