ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນຳມັນ ຍັງສືບຕໍ່ຮົ່ວໄຫລ ຢູ່ບໍລິເວນ ອ່າວເມັກຊິໂກ


ປະຊາຊົນ ທີ່ຢູ່ອາໄສ ເລາະລຽບ ແຄມຝັ່ງທະເລດ້ານໃຕ້ ຂອງສະຫະລັດ ມີຄວາມຢ້ານກົວວ່າ ໄພພິບັດ ທາງດ້ານ ສະພາບແວດລ້ອມ ໃກ້ຈະມາເຖິງແລ້ວ ຂະນະທີ່ນຳມັນ ຊຶ່ງຮົ່ວອອກມາຈາກບໍ່ ທີ່ຖືກທຳລາຍນັ້ນ ພວມໄຫລ ເຂົ້າໄປໃກ້ໆ. ມີນຳມັນດິບ ປະມານ 800 ພັນລິດ ຕໍ່ມື້ ໄດ້ຮົ່ວໄຫລ ອອກມາໃສ່ ອ່າວເມັກຊິໂກ ຫຼັງຈາກໄດ້ເກີດ ເຫດລະເບີດ ທີ່ຍັງບໍ່ຮູ້ສາເຫດ ໃນວັນທີ 20 ເມສາຜ່ານມາ ແລະເຮັດໃຫ້ ຖານເຈາະນຳມັນດັ່ງກ່າວ ຈົມລົງສູ່ພື້ນທະເລ. ມີນຳມັນ ເລີ້ມຖືກພັດ ເຂົ້າໄປຫາ ແຄມຝັ່ງ ຢູ່ໃນບາງເຂດ ຂອງລັດ LOUISIANA ແລ້ວ. ໃນມື້ວານນີ້ ພະນັກງານ ກູ້ໄພສັດ ໃນເຂດດັ່ງກ່າວ ໄດ້ພົບເຫັນ ນົກໂຕນຶ່ງ ຫຸ້ມຫໍ່ດ້ວຍ ນຳມັນທີ່ດຳ ແລະໜາ ຊຶ່ງເປັນສັດໂຕທຳອິດ ທີ່ຮູ້ກັນວ່າ ໄດ້ຮັບອັນຕະລາຍ ຈາກການຮົ່ວໄຫລ ຂອງນຳມັນ ທີ່ຮ້າຍແຮງ ໃນຄັ້ງນີ້. ບັນດາ ຜູ້ປົກຄອງລັດ LOUISIANA, ALABAMA, FLORIDA ແລະ MISSISSIPPI ຕ່າງກໍໄດ້ ພາກັນປະກາດ ພາວະສຸກເສີນ ຂະນະທີ່ນຳມັນ ພວມໄຫລເຂົ້າໄປໃກ້ໆ ແຄມຝັ່ງຂອງ ລັດພວກທ່ານ. ສ່ວນລັດຖະບານກາງ ຂອງສະຫະຣັດ ກໍພວມດຳເນີນງານ ຮ່ວມກັບ ບໍລິສັດຂຸດຄົ້ນ ບໍ່ນຳມັນ ດັ່ງກ່າວ ຄືບໍລິສັດ ນຳມັນອັງກິດ ເພື່ອຊອກຫາຊ່ອງທາງ ຄວບຄຸມການຮົ່ວໄຫລ ຂອງນຳມັນ. ລົມແຮງ ແລະຄື້ນຟອງໃຫຍ່ ໄດ້ເປັນອຸບປະສັກ ຂັດຂວາງ ຕໍ່ການດຳເນີນ ຄວາມພະຍາຍາມ ທີ່ວ່ານີ້. ຖານເຈາະນຳມັນດັ່ງກ່າວ ໄດ້ຈົມລົງ ສູ່ພື້ນທະເລ 2 ມື້ຫລັງຈາກ ໄດ້ເກີດເຫດລະເບີດ. ເຫດຮ້າຍທີ່ວ່ານີ້ ເຮັດໃຫ້ມີຄົນງານ ເສຍຊີວິດ 11 ຄົນ.

XS
SM
MD
LG