ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວຢ່າງແຂງຂັນ ກ່ຽວກັບ ການຮົ່ວໄຫຼ ຂອງບໍ່ນໍ້າມັນ ໃນບໍລິເວນ ອ່າວເມັກຊິໂກ ຫຼັງຈາກໄດ້ມີ ການຕຳໜິຕິຕຽນ ກ່ຽວກັບ ການຮັບມືຂອງທ່ານ ຕໍ່ວິກິດການນັ້ນວ່າ ຊັກຊ້າ ແລະບໍ່ພຽງພໍ.
ໃນການໃຫ້ສຳພາດຂ່າວ ທີ່ອອກອາກາດ ທາງໂທລະພາບ ຂອງສະຫະລັດ ໃນຕອນເຊົ້າ ຂອງວັນອັງຄານ ມື້ນີ້ ທ່ານໂອບາມາ ກ່າວວ່າ ທ່ານໄດ້ໂອ້ລົມ ກັບຊາວປະມົງ ຢູ່ໃນຂົງເຂດ ແລະພວກນັກຊ່ຽວຊານ ເພື່ອພິຈາລະນາວ່າ ຜູ້ໃດ ຄວນຈະຖືກລົງໂທດ.
ທ່ານໂອບາມາ ໄດ້ກ່າວປ້ອງກັນ ກ່ຽວກັບ ບົດບາດຂອງທ່ານ ໂດຍເວົ້າວ່າ ທ່ານໄດ້ເດີນທາງ ໄປຢ້ຽມຢາມ ລັດຕ່າງໆ ໃນເຂດ ອ່າວເມັກຊິໂກ ມາໄດ້ 3 ເທື່ອແລ້ວ ນັບແຕ່ ຖານເຈາະນໍ້າມັນ ລະເບີດ ຍັງຜົນໃຫ້ ມີນໍ້າມັນຮົ່ວ ຂະໜາດໃຫຍ່ນັ້ນ. ທ່ານເວົ້າວ່າ ການເດີນທາງ ໄປຢ້ຽມຢາມ ເທື່ອທຳອິດ ຂອງທ່ານນັ້ນ ແມ່ນມີຂຶ້ນ ກ່ອນທີ່ ພວກນັກວິເຄາະການເມືອງ ຫຼາຍຄົນ ທີ່ຕຳໜິຕິຕຽນທ່ານ ຢູ່ໃນເວລານີ້ ບໍ່ໄດ້ເອົາໃຈໃສ່ ຕໍ່ບັນຫາ ດັ່ງກ່າວດ້ວຍຊ້ຳ.
ແລະທ່ານ ໄດ້ເອົາທ່າທີ ຢ່າງແຂງແຮງ ຕ້ານຫົວໜ້າ ບໍລິສັດນໍ້າມັນ ຍັກໃຫຍ່ບີພີ ທ່ານ TONY HAYWARD ທີ່ໄດ້ສະແດງຄວາມເຫັນ ຫຼຸດລະດັບຜົນກະທົບ ຈາກການຮົ່ວໄຫຼ ຂອງນໍ້າມັນ ວ່າມີໜ້ອຍທີ່ສຸດ ຊຶ່ງໄດ້ກາຍມາ ເປັນຫົວຂໍ້ຖົກຖຽງ ໂຕ້ແຍ້ງກັນນັ້ນ.