ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະຊ່ອຍ ພວກປະສົບໄພ ນໍ້າມັນຮົ່ວ


ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (5 ມິຖຸນາ 2010)
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (5 ມິຖຸນາ 2010)

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານຈະທຳການຕໍ່ສູ້ ຄຽງບ່າຄຽງໄຫຼ່ ກັບປະຊາຄົມຕ່າງໆ ທີ່ໄດ້ຮັບຜົນກະທົບ ຈາກນໍ້າມັນຮົ່ວ ໃນບໍລິເວນ ອ່າວເມັກຊິໂກ ຈົນກວ່າ ວິກິດການດັ່ງກ່າວ ແລະຜົນທີ່ຕິດຕາມມາ ໄດ້ຮັບການແກ້ໄຂ.

ທ່ານໂອບາມາ ໃຊ້ການກ່າວ ຄຳປາໄສ ປະຈຳສັບປະດາ ຂອງທ່ານ ໃນວັນເສົາມື້ນີ້ ເວົ້າແບບລວມໆ ກ່ຽວກັບ ການດຳເນີນ ຄວາມພະຍາຍາມ ຂອງລັດຖະບານ ສະຫະລັດ ເພື່ອຄວບຄຸມ ແລະທຳຄວາມສະອາດ ການຮົ່ວໄຫຼ ຂອງນໍ້າມັນ ຫຼາຍລ້ານລິດ ທີ່ເລີ້ມສ້າງ ຄວາມເສຍຫາຍ ໃຫ້ແກ່ບໍລິເວນ ແຄມຝັ່ງທະເລ ແລ້ວນັ້ນ.

ປະທານາທິບໍດີ ສະຫະລັດ ເວົ້າວ່າ ທ່ານໄດ້ມີຄຳສັ່ງ ໃຫ້ສົ່ງກຳລັງ ຮັກສາດິນແດນ 17 ພັນ 500 ຄົນ ໄປຊ່ອຍຄວບຄຸມ ການຮົ່ວໄຫຼ ຂອງນໍ້າມັນ.

ການໃຫ້ທັດສະນະດັ່ງກ່າວ ຂອງທ່ານໂອບາມາ ມີຂຶ້ນຫຼັງຈາກ ທ່ານໄດ້ເດີນທາງ ໄປຍັງລັດ LOUISIANA ໃນມື້ວັນສຸກວານນີ້ ເພື່ອກວດກາ ເບິ່ງການດຳເນີນ ຄວາມພະຍາຍາມ ຂອງບໍລິສັດ ພະລັງງານຍັກໃຫຍ່ ບີພີ ໃນການຢຸດຕິ ການຮົ່ວໄຫຼ ຂອງບໍ່ນໍ້າມັນ.

ທ່ານໂອບາມາ ເວົ້າວ່າ ເປັນທີ່ປາກົດວ່າ ນັບແຕ່ບໍລິສັດ ບີພີ ໄດ້ເອົາເຄື່ອງຄວບຄຸມ ໄປກວມໃສ່ ບໍ່ນໍ້າມັນ ທີ່ຮົ່ວແລ້ວນັ້ນ ກໍໄດ້ມີ ຄວາມກ້າວໜ້າ ບາງຢ່າງ ກ່ຽວກັບ ການດູດເອົາ ນໍ້າມັນທີ່ຮົ່ວ ຂຶ້ນໄປໃສ່ເຮືອ ທີ່ຢູ່ທາງເທິງໜ້ານໍ້າ ແທນທີ່ຈະປ່ອຍ ໃຫ້ນໍ້າມັນດິບ ຮົ່ວໄຫຼ ອອກໃສ່ ອ່າວເມັກຊິໂກ.

XS
SM
MD
LG