ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມພະຍາຍາມເທື່ອໃໝ່ ໃນການຄວບຄຸມນໍ້າມັນຮົ່ວ


ບໍລິສັດພະລັງງານຍັກໃຫຍ່ບີພີ ສາມາດນຳເອົາ ເຄື່ອງຄວບຄຸມ ໄປກວມໃສ່ ບໍ່ນໍ້າມັນ ພື້ນທະເລ ທີ່ມີນໍ້າມັນດິບ ຫລາຍລ້ານລິດ ຮົ່ວໄຫຼອອກມາ ສູ່ອ່າວເມັກຊິໂກ ແຕ່ຈະໃຊ້ເວລາຕື່ມອີກ ດົນສົມ ຄວນກ່ອນຈະຮູ້ຈັກວ່າ ການ ເຄື່ອນໄຫວທີ່ວ່ານີ້ ປະສົບຜົນ ສຳເລັດຫຼືບໍ່.

ຮູບວີດີໂອ ບໍ່ນໍ້າມັນ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ຍັງສະແດງ ໃຫ້ເຫັນວ່າ ຍັງມີນໍ້າມັນ ສືບຕໍ່ຮົ່ວໄຫຼ ອອກມາສູ່ທະເລ.

ບໍລິສັດບີພີ ໄດ້ໃຊ້ເຮືອດຳນໍ້າ ທີ່ບັງຄັບໂດຍຫຸ່ນຍົນ ນຳເອົາເຄື່ອງຄວບຄຸມ ໄປກວມໃສ່ ບໍລິເວນທໍ່ທີ່ຮົ່ວ ໃນຕອນເດິກ ຂອງຄືນວັນພະຫັດ ວານນີ້ ຫຼັງຈາກໄດ້ຕັດ ເອົາທໍ່ທີ່ແຕກ ອອກ.

ຖະແຫຼງຂ່າວ ສະບັບນຶ່ງ ຂອງໜ່ວຍຍາມຝັ່ງ ສະຫະລັດ ເອີ້ນການນຳເອົາ ເຄື່ອງຄວບຄຸມ ໄປກວມໃສ່ ບ່ອນຮົ່ວນີ້ວ່າ ເປັນການເຄື່ອນໄຫວ ໃນທາງບວກ. ແຕ່ພວກເຈົ້າໜ້າທີ່ ເວົ້າວ່າ ເຖິງແມ່ນ ເຄື່ອງງຸມບ່ອນຮົ່ວ ໄດ້ຜົນກໍດີ ແຕ່ນໍ້າມັນ ຈຳນວນນຶ່ງ ຍັງຈະສືບຕໍ່ ຮົ່ວໄຫຼອອກ ມາ ສູ່ອ່າວເມັກຊິໂກ.

ໃນການໃຫ້ສຳພາດ ຕໍ່ໂທລະພາບ CNN ໃນມື້ວານນີ້ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານມີຄວາມໂກດແຄ້ນ ເປັນທີ່ສຸດ ຕໍ່ບໍລິສັດບີພີ ໂດຍໄດ້ຕຳໜິຕິຕຽນ ບໍລິສັດນໍ້າມັນດັ່ງກ່າວ ໃນການຮັບມື ກັບວິກິດການ ແບບຊັກຊ້າ. ປະທານາທິບໍດີ ໂອບາມາ ຈະເດີນທາງ ໄປຍັງບໍລິເວນ ອ່າວເມັກຊິໂກອີກ ໃນວັນສຸກມື້ນີ້ ເພື່ອຊັ່ງຊາ ຕີລາຄາເບິ່ງ ການດຳເນີນ ຄວາມພະຍາຍາມ ເພື່ອຢຸດຕິ ການຮົ່ວໄຫຼ ຂອງນໍ້າມັນນັ້ນ.

XS
SM
MD
LG