ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາຈະປາໄສ ຕໍ່ປະເທດຊາດ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະກ່າວຄຳປາໄສ ທາງໂທລະພາບ ທີ່ຈະມີການຖ່າຍທອດ​ ໄປທົ່ວປະເທດ ໃນແລງວັນອັງຄານມື້ນີ້ ກ່ຽວກັບ ການຮັບມື ໂດຍລັດຖະບານ ຂອງທ່ານ ຕໍ່ການຮົ່ວໄຫຼ ຂະໜາດໃຫຍ່ ຂອງນໍ້າມັນ ໃນບໍລິເວນ ອ່າວເມັກຊິໂກ ຊຶ່ງຈະເປັນເທື່ອທຳອິດ ທີ່ທ່ານ​ໂອ​ບາ​ມາ​ ຈະກ່າວຄຳ​ປາ​ໃສ ຈາກຫ້ອງການ ຂອງທ່ານ ທີ່ທຳນຽບຂາວ.

ປະທານາທິບໍດີ ໂອບາມາ ຈະກ່າວຄຳປາໄສ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທ່ານ ໄດ້ເດີນທາງ ກັບຄືນມາ ຈາກລັດຟລໍຣິດາ ບ່ອນທີ່ທ່ານ​ ໄປກວດກາ ເບິ່ງຄວາມເສຍຫາຍ ຕໍ່ເຂດແຄມຝັ່ງທະເລ ທີ່ເກີດຈາກ ການຮົ່ວໄຫຼ ຂອງນໍ້າມັນນັ້ນ. ໃນມື້ວັນຈັນ ວານນີ້ ທ່ານໂອບາມາ ໄດ້ໄປຢ້ຽມ ເຂດແຄມຝັ່ງທະເລ ຂອງລັດມິສຊິສສິບປີ ແລະອາລາບາມາ ທີ່ຕັ້ງຢູ່ຕິດ​ກັນ ​ບ່ອນ​ທີ່ທ່ານ ໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ປະຊາຊົນ ໃນເຂດທ້ອງຖິ່ນວ່າ ຊີວິດການເປັນຢູ່ ຂອງພວກເຂົາເຈົ້າ ຈະກັບຄືນ ເຂົ້າສູ່ສະພາບ ປົກກະຕິ ເຖິງແມ່ນ ການທຳຄວາມສະອາດ ມ້ຽນມັດ ຈະບໍ່ມີຂຶ້ນ ຢ່າງໄວວາກໍຈິງ.

ເປັນທີ່ຄາດກັນວ່າ ໃນວັນພຸດມື້ອື່ນນີ້ ທ່ານຈະພົບປະ ກັບຄະນະບໍລິຫານ ຂອງບໍລິສັດນໍ້າມັນບີພີ ເພື່ອກົດດັນ ໃຫ້ພວກເຂົາເຈົ້າ ຈັດຕັ້ງກອງທຶນ ພິເສດຂຶ້ນ ເພື່ອຈ່າຍຄ່າເສຍຫາຍ ໃຫ້ແກ່ພວກທີ່ໄດ້ຮັບ ຜົນກະທົບ ຈາກວິກິດການ ນໍ້າມັນຮົ່ວ. ພວກສະມາຊິກ​ລັດຖະສະພາບາງຄົນ ໄດ້ຮຽກຮ້ອງ ຄ່າເສຍຫາຍ ທີ່ສູງເຖິງ 20 ພັນລ້ານໂດລາ.

XS
SM
MD
LG