ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າມັນ ຍັງສືບຕໍ່ ຮົ່ວໄຫຼ ຢູ່ສະຫະລັດ


ລັດຖະບານສະຫະລັດ ກ່າວວ່າ ບໍລິສັດ ພະລັງງານຍັກໃຫຍ່ບີພີ ອາດຈະສາມາດ ເລີ້ມດູດເອົານໍ້າ ມັນທີ່ຮົ່ວ ຈາກບໍ່ຂອງຕົນ ໃນບໍ ລິເວນ ອ່າວເມັກຊິໂກນັ້ນ ເພີ້ມ ຂຶ້ນ ເປັນເກືອບສອງເທົ່າ.

ພົນເຮືອເອກ THAD ALLEN ຈາກໜ່ວຍຍາມຝັ່ງ ຂອງສະຫະ ລັດກ່າວໃນມື້ວັນສຸກ ວານນີ້ວ່າ ບໍລິສັດບີພີ ຕ້ອງການຢາກໃຊ້ ກຳປັ່ນບັນທຸກນໍ້າມັນ ທີ່ໃຫຍ່ກວ່າ ເກົ່າ ທໍ່ດູດ ແລະຕິດຕັ້ງ ເຄື່ອງຄວບຄຸມ ທີ່ຂ້ອນຂ້າງຖາວອນ ໃສ່ບໍ່ນໍ້າມັນທີ່ຮົ່ວ. ແຕ່ຂະນະດຽວກັນ ທ່ານກໍເວົ້າວ່າ ຈະໃຊ້ເວລາຕື່ມອີກ ດົນກວ່ານຶ່ງເດືອນ ກ່ອນທີ່ອຸບປະກອນ ຈຳເປັນເຫຼົ່ານີ້ ຈະເຂົ້າປະຈຳທີ່.

ທ່ານ ALLEN ເວົ້າວ່າ ການປ່ຽນແປງ ທີ່ວ່ານີ້ ຈະເຮັດໃຫ້ ບໍລິສັດບີພີ ສາມາດດູດເອົາ ນໍ້າມັນທີ່ຮົ່ວ ໄດ້ເຖິງ 50 ພັນຖັງ ໃນແຕ່ລະມື້ ເພີ້ມຈາກລະດັບ ໃນປັດຈຸບັນ 28 ພັນຖັງ ຕໍ່ມື້.

ຂໍ້ມູນເມື່ອໄວໆມານີ້ ຂອງບໍລິສັດບີພີ ສະແດງໃຫ້ເຫັນວ່າ ລະບົບໃນປັດຈຸບັນ ສາມາດດູດ ເອົາ ນໍ້າມັນທີ່ຮົ່ວ ໄດ້ເຖິງ 15 ພັນ 400 ຖັງ ພາຍໃນໄລຍະ 24 ຊົ່ວໂມງ.

ເຈົ້າໜ້າທີ່ກ່າວວ່າ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະສົນທະນາຫາລື ກ່ຽວກັບ ການຮົ່ວຂອງນໍ້າມັນ ແລະປະຕິກິລິຍາ ຕໍ່ບໍລິສັດບີພີ ຊຶ່ງມີສຳນັກງານໃຫຍ່ ຢູ່ອັງ ກິດນັ້ນ ໃນລະຫວ່າງ ການໂອ້ລົມທາງໂທລະສັບ ກັບນາຍົກລັດຖະມົນຕີອັງກິດ ທ່ານ DAVID CAMERON ໃນວັນເສົາມື້ນີ້.

ໃນມື້ວັນຈັນ ທ່ານໂອບາມາ ໄດ້ເດີນທາງ ໄປຢ້ຽມຢາມ ບັນດາລັດທີ່ຕັ້ງຢູ່ແຄມ ອ່າວເມັກ ຊິໂກ ຊຶ່ງເປັນການ ໄປຢ້ຽມຢາມ ເທື່ອທີ 4 ນັບແຕ່ໄດ້ເກີດ ວິກິດການ ນໍ້າມັນຮົ່ວ.

ນອກນັ້ນ ທ່ານໂອບາມາ ຍັງໄດ້ຮຽກໂຕ ພວກຄະນະ ບໍລິຫານ ຂອງບໍລິສັດບີພີ ໄປພົບ ທີ່ທຳນຽບຂາວ ໃນມື້ວັນພຸດຈະມາ. ຍັງບໍ່ທັນ ເປັນທີ່ຈະແຈ້ງ ເທື່ອວ່າ ທ່ານ TONY HAYWARD ຫົວໜ້າບໍລິຫານ ຂອງບໍລິສັດບີພີ ຈະໄປຮ່ວມ ໃນການພົບປະ ດັ່ງກ່າວນີ້ ຫລືບໍ່.

XS
SM
MD
LG