ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໘ ກັນຍາ ໒໐໒໔

ຢູເຄຣນ ກ່າວວ່າ ສະຖານທີ່ດ້ານພະລັງງານ ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີ


ແມ່​ຍິງໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ ​ລົມໂທລະ​ສັບ​ມື​ຖື​ຢູ່ສະຖານທີ່ທີ່ຖືກໂຈມຕີດ້ວຍ​ໂດ​ຣນ​ຂອງ​ຣັດ​ເຊຍ, ຢູ່​ນອກ​ເມືອງ ລວີບ, ຢູ​ເຄ​ຣນ, ວັນ​ທີ 19 ມິ​ຖຸ​ນາ 2024.
ແມ່​ຍິງໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ ​ລົມໂທລະ​ສັບ​ມື​ຖື​ຢູ່ສະຖານທີ່ທີ່ຖືກໂຈມຕີດ້ວຍ​ໂດ​ຣນ​ຂອງ​ຣັດ​ເຊຍ, ຢູ່​ນອກ​ເມືອງ ລວີບ, ຢູ​ເຄ​ຣນ, ວັນ​ທີ 19 ມິ​ຖຸ​ນາ 2024.

ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຣັດ​ເຊຍ ​ໃນ​ເຂດ ລວີບ (Lviv) ຂອງ​ຢູ​ເຄຣນ ​ໄດ້​ເຮັດ​ໃຫ້​ມີຜູິ​ໄດ້​ຮັບ​ບາດ​ເຈັບ ນຶ່ງຄົນ, ​ໃນ​ຂະນະ​ທີ່​ນັກ​ດັບ​ເພີງ​ໃນ​ເມືອງອາຊັອຟ (Azov) ຂອງຣັດ​ເຊຍ ​ຕໍ່​ສູ້ກັບ​ໄຟ​ໄໝ້​ສາງນ້ຳມັນແຫ່ງນຶ່ງ ​ເປັນ​ມື້​ທີ​ສອງ.

ຜູ້ປົກຄອງນະຄອນ ລວີບ (Lviv) ຊຶ່ງເປັນເມືອງທາງທິດຕາເວັນຕົກຂອງຢູເຄຣນ ໃກ້ກັບຊາຍແດນຕິດກັບໂປແລນ ກ່າວວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຢູ່ໃນໝູ່ບ້ານມາເລຄີຟ (Malekhiv) ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານທີ່ພັກອາໄສຫຼາຍຊັ້ນ ແລະເຮັດໃຫ້ປ່ອງຢ້ຽມຫຼາຍສິບປ່ອງ ແຕກ ຢູ່ໃນຕຶກອາຄານທີ່ຢູ່ໃກ້ຄຽງ.

ຜູ້ປົກຄອງນະຄອນ ທ່ານ ແອນດຣີ ຊາໂດບຢີ (Andriy Sadovyi) ຂຽນໃນແອັບສົ່ງຂໍ້ຄວາມ Telegram ວ່າ ຊາຍອາຍຸ 70 ປີຄົນນຶ່ງ ໄດ້ເຂົ້າໂຮງໝໍ ໃນສະພາບບາດເຈັບປານກາງ.

​ໃນ​ຂະນະດຽວກັນ, ​ເຫດການໄຟ​ໄໝ້ຢູ່​ສະຖານ​ທີ່​ເກັບ​ນ້ຳມັນ​ແຫ່ງນຶ່ງ​ຂອງຣັດ​ເຊຍ ​ໃນ​ພາກ​ພື້ນ ຣັອສໂຕຟ (Rostov) ​ໄດ້​ສືບ​ຕໍ່​ໄໝ້​ລາມ​ຕໍ່ໄປ ດົນ​ກວ່າ 24 ຊົ່ວ​ໂມງ ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ດ້ວຍ​ ເຮືອບິນບໍ່ມີຄົນຂັບ.

ເຈົ້າ​ໜ້າ​ທີ່​ຢູເຄຣໜ ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ ການ​ໂຈມ​ຕີ​ຄັ້ງ​ນີ້ ​ເປັນ​ການ​ປະ​ຕິ​ບັດ​ງານ​ພິ​ເສດ​ຂອງ​ໜ່ວຍຮັກສາ​ຄວາມ​ໝັ້ນຄົງຂອງ​ຢູ​ເຄ​ຣນ. ໃນ​ເມື່ອກ່ອນ, ຢູ​ເຄ​ຣນ ເຄີຍ​ແນ​ເປົ້າ​ໝາຍໄປທີ່​ ພື້ນຖານ​ໂຄງ​ລ່າງດ້ານ​ພະ​ລັງ​ງານ ວ່າເປັນເສັ້ນທາງທີ່ຈະທັບມ້າງ​ຄວາມ​ພະ​ຍາ​ຍາມໃນການເຮັດ​ສົງ​ຄາມ​ຂອງຣັດ​ເຊຍ.

ການໂຈມຕີດັ່ງກ່າວ ໄດ້ໂຈມຕີໃສ່ສາງເກັບນໍ້າມັນ 2 ແຫ່ງ ທີ່ມີອ່າງເກັບນໍ້າມັນ 22 ອ່າງ, ເຈົ້າ​ໜ້າ​ທີ່​ກ່າວ. ນະຄອນ ອາຊັອຟ (Azov) ຢູ່ໃນພາກພື້ນ ຣັອສໂຕຟ (Rostov) ທາງພາກໃຕ້ຂອງຣັດເຊຍ, ຕັ້ງຢູ່ເໜືອແມ່ນ້ໍາ ດອນ (Don) ປະມານ 16 ກິໂລແມັດຈາກທະເລ ອາຊັອຟ (Azov).

ຢູ່ໃນ​ຢູ​ເຄຣນ, ການ​ໂຈມ​ຕີ​ໂຮງ​ໄຟຟ້າ​ຂອງຣັດ​ເຊຍ ກໍໄດ້​ພາ​ໃຫ້​ເກີດ​ໄຟຟ້າມອດ ໃນ​ທົ່ວ​ປະ​ເທດ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

An overnight drone attack in central and western Ukraine damaged energy facilities in the country, while firefighters in the Russian town of Azov battled a blaze at an oil depot for a second day.

Ukraine’s energy ministry said equipment was damaged and police emergency services had been called to help. The attack came after Ukraine announced rolling blackouts throughout the country.

The mayor of Lviv, a city in western Ukraine near the border with Poland, said a drone attack in the village of Malekhiv injured two people, damaged a multi-story residential building and shattered dozens of windows in nearby buildings.

Mayor Andriy Sadovyi, writing on the Telegram messaging app, said a 70-year-old and a 47-year-old were hurt.

Meanwhile, a fire at a Russian oil storage facility in the Rostov region continued to burn more than 24 hours after it was started by a drone attack.

A Ukrainian official told media outlets the attack was a special operation of Ukraine’s Security Service. Ukraine has targeted energy infrastructure in the past as a way of hurting Russia’s war effort.

The attack hit two depots with 22 oil reservoirs, the official said. Azov is in the Rostov region in southern Russia, on the Don River about 16 kilometers from the Sea of Azov.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG