ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນມັນຮົ່ວ ໃນເຂດ ອ່າວເມັກຊິໂກ


ນຳມັນ ທີ່ຮົ່ວໄຫລ ອອກມາຈາກບໍ່ ໃນບໍລິເວນ ອ່າວເມັກຊິໂກ ຖືກພັດເຂົ້າມາເຖິງ ແຄມຝັ່ງຂອງ ສະຫະລັດແລ້ວ ຂະນະທີ່ ພວກເຈົ້າໜ້າທີ່ ພວມມີ ຄວາມວິຕົກກັງວົນ ກ່ຽວກັບຜົນກະທົບຮ້າຍແຮງ ທາງດ້ານນິເວດ ຈາກການຮົ່ວ ຂອງນຳມັນ ໃນຄັ້ງນີ້. ນຳມັນຈຸທຳອິດ ໄດ້ຖືກພັດເຂົ້າມາເຖິງ ເຂດແຄມຝັ່ງທະເລ ໃນບໍລິເວນ ປາກແມ່ນຳ ມິສຊິສຊິບປີ ຢູ່ທີ່ລັດ LOUISIANA ແຕ່ນຳມັນສ່ວນໃຫຍ່ ຍັງຢູ່ໄກ ຈາກແຄມຝັ່ງທະເລ ອອກໄປ. ພະນັກງານ ກູ້ໄພສຸກເສີນ ໄດ້ໃຊ້ເຄື່ອງ ສະກັດກັ້ນ ບໍ່ໃຫ້ນຳມັນ ໄຫລແຜ່ລາມ ອອກໄປຍັງ ເຂດອື່ນ. ຜູ້ປົກຄອງລັດ LOUISIANA ທ່ານ BOBBY JINDAL ໄດ້ປະກາດ ພາວະສຸກເສີນ ໃນມື້ວານນີ້ ຂະນະທີ່ນຳມັນ ໄຫລລາມອອກໄປນັ້ນ ເປັນໄພຂົ່ມຂູ່ ຕໍ່ພວກນົກ ປາ ກຸ້ງ ແລະສັດທະເລອື່ນໆ ໃນບໍລິເວນ ທີ່ອຸດົມສົມບູນ ໄປດ້ວຍ ອາຫານທະເລນັ້ນ.

XS
SM
MD
LG