ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

'ຄວາມຫຼົງໄຫຼ ກັບທ້າວໂອຕານິ' ກຳລັງເກີດຂຶ້ນໃນເກົາຫຼີ ຂະນະທີ່ ສະຫະພັນກິລາເບສບອລ MLB ຂອງສະຫະລັດ ເປີດລະດູການແຂ່ງຂັນ ໃນໂຊລ໌


‘Ohtani Fever’ Hits Korea as MLB Opens Season in Seoul
please wait

No media source currently available

0:00 0:02:42 0:00

'ຄວາມຫຼົງໄຫຼ ກັບທ້າວໂອຕານິ' ກຳລັງເກີດຂຶ້ນໃນເກົາຫຼີ ຂະນະທີ່ ສະຫະພັນກິລາເບສບອລ MLB ຂອງສະຫະລັດ ເປີດລະດູການແຂ່ງຂັນ ໃນໂຊລ

ເກົາຫຼີໃຕ້ ກຳລັງເປັນເຈົ້າພາບຈັດການແຂ່ງຂັນກິ​ລາ ເບສບອລ ລະດູການປົກກະຕິ ເກມທຳອິດຂອງ Major League Baseball ຫຼື MLB ໃນອາທິດນີ້ ອັນເປັນສະຫະພັນນັກກິລາອາຊີບຂອງສະຫະລັດ ທີ່ກຳລັງເປີດລະ ດູການຂອງຕົນຢູ່ໃນນະຄອນຫຼວງໂຊລ. ເກມຕ່າງໆ ລະຫວ່າງ ທີມ ລອສ ແອນເຈີເລສ ດອດເຈີສ໌ ແລະ ທີມ ແຊນ ດີເອໂກ ພາເດຣສ໌ ຈະມີດາວເດັ່ນ ຫຼາຍຄົນຈາກທັງ ເກົາຫຼີໃຕ້ ແລະຍີ່ປຸ່ນ ໂດຍສ່ວນຫຼາຍ ຈະເປັນຄູ່ປໍລະປັກທີ່ ຂົມຂື່ນ. ແຕ່ຊາວເກົາຫຼີຈະບໍ່ໃຫ້ປະຫວັດສາດອັນຍາກເຂັນຂອງພວກເຂົາກັບ ຍີ່ປຸ່ນນັ້ນ ມາເປັນສິ່ງຂວາງທາງຂອງການຮ້ອງເຊຍໃຫ້ແກ່ພວກນັກກິລາຊາວຍີ່ປຸ່ນ.

ເກມທັງຫຼາຍເຫຼົ່ານີ້ ຂອງ Major League Baseball ເປັນຄັ້ງທຳອິດເລີຍທີ່​ຈັດ​ຢູ່ໃນເກົາຫຼີ.

ແລະການແຂ່ງຂັນນີ້ ແນ່ນອນແມ່ນຊາວເກົາຫຼີແທ້ໆ-ໂດຍຈະມີທຸກອາລົມທີ່ຕື່ນ ເຕັ້ນແບບນັ່ງຢູ່ຂອບຕັ່ງຢູ່ເລື້ອຍ ທີ່ບັນດາແຟນໆເກມເບສບອລຢູ່ທີ່ນີ້ ມັກຫຼາຍທີ່ ສຸດ. ແຕ່ກໍຍັງບໍ່ຕ້ອງຖາມເລີຍວ່າ ຜູ້ໃດທີ່ດຶງດູດຄວາມສົນໃຈຫຼາຍທີ່ສຸດໃນ ເກົາຫຼີ.

ຜູ້ຍິງຄົນນຶ່ງ ບອກວ່າ “ໂຊເຮ ໂອຕານິ.”

ຜູ້ຊາຍຄົນນຶ່ງ ບອກວ່າ “ໂອຕານິ.”

ຜູ້ຊາຍເວົ້າພາສາອັງກິດວ່າ “ໝົດທຸກຄົນ ທີ່ຄື ໂອຕານິ.”

ທ້າວໂຊເຮ ໂອຕານິ - ຜູ້ທີ່ເປັນດາລາດັງລະດັບເມກກາ ຊາວຍີ່ປຸ່ນ ທີ່ເຮັດໄດ້ ໝົດທຸກຢ່າງ ຜູ້ທີ່ດຶງດູດຝູງຄົນຂະໜາດໃຫຍ່ທຸກແຫ່ງທີ່ລາວໄປ.

ລາວຍິ່ງມີຄວາມນິຍົມຊົມຊອບໃນເກົາຫຼີ ເຊິ່ງມີປະຫວັດທີ່ເຈັບແສບກັບຍີ່ປຸ່ນ ສະໄໝເປັນຫົວເມືອງຂຶ້ນນັ້ນ.

ອີໂອ ຊູ-ຢັງ ແຟນເບສບອລ ຊາວນະຄອນຫຼວງໂຊລ ກ່າວເປັນພາສາເກົາຫຼີ ວ່າ “ລາວສູງ. ລາວເຈົ້າຊູ້....ແລະສິ່ງອື່ນໆຫັ້ນອີກ-ອັນນັ້ນເປັນເລື້ອງເກົ່າ. ຂ້ອຍບໍ່ຄິດວ່າ ມັນກໍໝາຍຄວາມວ່າ ຂ້ອຍບໍ່ຄວນສະໜັບສະໜຸນນັກກິລາຊາວ ຍີ່ປຸ່ນ.”

ຊາວເກົາຫຼີ ບໍ່ມັກພວກດາລາຊາວຍີ່ປຸ່ນສະເໝີໄປ. ທ້າວ ອິຈີໂຣ ນັກເບສບອລ ຜູ້ທີ່ເປັນຕຳນານອີກຄົນນຶ່ງ ໄດ້ດ່າ ແລະບາງຄັ້ງແມ່ນກະທັງດູຖູກເກົາຫຼີໃຕ້.

ທ່ານ ຢູ ຈີ-ໂຮ ນັກຂ່າວກິລາຂອງຢອນຫັບ ກ່າວໃນພາສາອັງກິດວ່າ “ແຕ່ ທ້າວໂອຕານິ ແມ່ນກົງກັນຂ້າມກັບອັນນັ້ນ ແລະຂ້າພະເຈົ້າ ຄຶດວ່າ ພວກແຟນທັງຫຼາຍທີ່ນີ້ມີຄວາມຍິນດີນຳສິ່ງນັ້ນ. ແລະຂ້າພະເຈົ້າຍັງຄຶດວ່າ ພວກແຟນໆເບສບອລຊາວໜຸ່ມທັງຫຼາຍ ກໍສາມາດຂ້າມຜ່ານເຫດການດ້ານ ປະຫວັດສາດມາເປັນຄູ່ແຂ່ງທາງດ້ານກິລາລະຫວ່າງເກົາຫຼີ ແລະຍີ່ປຸ່ນ ໄດ້.”

ໃນອາທິດນີ້ ມັນເປັນຄວາມຮູ້ສຶກໃນແງ່ບວກລະຫວ່າງເກົາຫຼີແລະຍີ່ປຸ່ນ ເຊິ່ງກຳລັງຈະເຂົ້າມາຮ່ວມກັນໃນເກມຂອງອາເມຣິກາ.

ເອກອັກຄະລັດຖະທູດສະຫະລັດ ທ່ານຟີລິປ ໂກລເບີກ ໄດ້ເຂົ້າຮ່ວມໃນມື້ເປີດ ພິທີພ້ອມກັບບັນດາເຈົ້າໜ້າທີ່ຂອງເກົາຫຼີ ແລະຍີ່ປຸ່ນນຳດ້ວຍ.

ທ່ານຟີລິປ ໂກລເບີກ ເອກອັກຄະລັດຖະທູດສະຫະລັດ ປະຈຳເກົາຫຼີໃຕ້ ກ່າວ ວ່າ “ໃນບັນຍາກາດອັນນີ້ຂອງຄວາມສຳພັນລະຫວ່າງເກົາຫຼີ ແລະຍີ່ປຸ່ນທີ່ດີຂຶ້ນ ກວ່າເກົ່າ - ແຕ່ກໍຍັງມີ ເກົາຫຼີ, ຍີ່ປຸ່ນ ແລະສະຫະລັດ - ມັນນຳມາແສງສະ ຫວ່າງທີ່ແວວວາວມາ​ສູ່ການແຂ່ງຂັນທັງໝົດ.”

ການພົວພັນລະຫວ່າງເກົາຫຼີ ແລະຍີ່ປຸ່ນ ໄດ້ດີຂຶ້ນ ຂະນະທີ່ທັງສອງປະເທດ ເກັບເອົາເລື້ອງໃນອະດີດໄວ້ ແລ້ວຫັນມາເພັ່ງເລັງໃສ່ຄວາມທ້າທາຍຕ່າງໆ ທີ່ມີຮ່ວມກັນ.

ທ່ານໂກລເບີກ ກ່າວວ່າ “ມັນສົມເຫດສົມຜົນແທ້ໆເລີຍ. ມັນແມ່ນຜົນປະໂຫຍດ ຂອງທັງສາມປະເທດ....ມັນມີຊ່ວງໃດຊ່ວງນຶ່ງທີ່ພວກເຮົາຈະຕ້ອງໄດ້ຈັດການ ແລະຜ່ານຊ່ວງເວລາຕ່າງໆ. ແຕ່ຂ້າພະເຈົ້າຄຶດວ່າ ທັງໝົດນີ້ ມີເຫດແລະຜົນທີ່ ຈະເຮັດໃຫ້ມັນດຳເນີນຕໍ່ໄປເລື້ອຍໆ.”

ແຕ່ວ່າ ຈະດົນຊຳໃດ? ຄວາມຮູ້ສຶກຕໍ່ຕ້ານຍີ່ປຸ່ນ ໂດຍສ່ວນຫຼາຍກະຕຸ້ນຂຶ້ນຢູ່ ໃນເກົາຫຼີ ຍ້ອນບັນຫາຕ່າງໆຄືການບັງຄັບໃຫ້ອອກແຮງງານທີ່ຍີ່ປຸ້ນໄດ້ນຳໃຊ້ ໃນລະຫວ່າງຍຸກສະໄໝອານານິຄົມ.

ແມ່ນກະທັງດຽວນີ້ ມັນເປັນປັດໄຈນຶ່ງ. ລາຍງານຕ່າງໆສະເໜີແນະວ່າ ນາຍົກ ລັດຖະມົນຕີຂອງຍີ່ປຸ່ນ ໄດ້ວາງແຜນທີ່ຈະຊົມເກມເບສບອລໃນອາທິດນີ້ ຮ່ວມ ກັບຄູ່ຕຳແໜ່ງຂອງທ່ານຈາກເກົາຫຼີໃຕ້ ແຕ່ກໍບໍ່ໄດ້ເຮັດ ເພາະວ່າ ມັນອາດເປັນ ເລື້ອງທີ່ນອງນັນຫຼາຍເກີນໄປ ກ່ອນການເລືອກຕັ້ງໃນເດືອນໜ້ານີ້ຢູ່ໃນ ເກົາຫຼີໃຕ້.

ທ່ານເບັນຈາມິນ ເອນໂຈລ ອາຈານຢູ່ມະຫາວິທະຍາໄລແຫ່ງຊາດຂອງໂຊລ ກ່າວວ່າ “ເຖິງແມ່ນວ່າ ລັດຖະບານທັງສອງສາມາດຈັດການເລື້ອງຕ່າງໆໃຫ້ ລາບລື່ນໄດ້ກໍຕາມ ເລື້ອງໃນປະຫວັດສາດກໍຍັງບໍ່ໄດ້ຖືກແກ້ໄຂ, ຂ້າພະເຈົ້າຄຶດ ວ່າ...ມັນບໍ່ເປັນເລື້ອງງ່າຍເທົ່ານັ້ນທີ່ຈະເຮັດຄືວ່າ ‘ອັນນີ້ເປັນຜົນປະໂຫຍດ ຮ່ວມກັນຂອງພວກເຮົາ, ມາດຳເນີນການກັບສິ່ງນັ້ນ ແລະເກັບເອົາເລື້ອງບັນຫາ ທັງໝົດໄວ້ກ່ອນ ທີ່ຍັງບໍ່ໄດ້ຖືກແກ້ໄຂຢ່າງຄົບຖ້ວນ.”

ແຕ່ຢ່າງໜ້ອຍສຳລັບດຽວນີ້ ພວກແຟນໆຊາວເກົາຫຼີ ແລະຊາວຍີ່ປຸ່ນ ສາມາດ ເຂົ້າມາຮ່ວມກັນ ແລະເພີດເພີນກັບສິ່ງທີ່ພວກເຂົາເຈົ້າມັກຫຼາຍທີ່ສຸດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG