ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາຜູ້ມີສິດປ່ອນ​ບັດ ໃນລັດ ໂອໄຮໂອ ໄດ້ຮັບຮອງເອົາ ການຄຸ້ມຄອງສິດ ໃນການແທ້ງລູກ, ພັກເດໂມແຄຣັດ ເຂົ້າຄວບຄຸມສະພານິຕິບັນຍັດ ລັດເວີຈີເນຍ


ບັນດາຜູ້ສະໜັບສະໜູນ ຮ່າງທີ 1 ພາກັນຮ້ອງໂຮດີໃຈ ໃນລະຫວ່າງທີ່ພວກເຂົາ ເບິ່ງຜົນການເລືອກຕັ້ງ ໃນວັນທີ 7 ພະຈິກ 2023 ຢູ່ໃນ Columbus ລັດໂອໄຮໂອ. ຜູ້ມີສິດລົງຄະແນນສຽງ ໄດ້ຮັບຮອງເອົາການດັດແກ້ລັດຖະທໍາມະນູນ ທີ່ຮັບປະກັນການເຂົ້າເຖິງການແທ້ງລູກ ແລະຮູບແບບອື່ນໆຂອງການດູແລສຸຂະພາບຈະເລີນພັນ.
ບັນດາຜູ້ສະໜັບສະໜູນ ຮ່າງທີ 1 ພາກັນຮ້ອງໂຮດີໃຈ ໃນລະຫວ່າງທີ່ພວກເຂົາ ເບິ່ງຜົນການເລືອກຕັ້ງ ໃນວັນທີ 7 ພະຈິກ 2023 ຢູ່ໃນ Columbus ລັດໂອໄຮໂອ. ຜູ້ມີສິດລົງຄະແນນສຽງ ໄດ້ຮັບຮອງເອົາການດັດແກ້ລັດຖະທໍາມະນູນ ທີ່ຮັບປະກັນການເຂົ້າເຖິງການແທ້ງລູກ ແລະຮູບແບບອື່ນໆຂອງການດູແລສຸຂະພາບຈະເລີນພັນ.

ນຶ່ງປີ ກ່ອນການເລືອກຕັ້ງປະທານາທິບໍດີ ຄັ້ງຕໍ່ໄປ ຂອງປະເທດ, ພັກເດໂມແຄຣັດ ແລະຜູ້ສະໜັບສະໜູນສິດທິການແທ້ງລູກ ໄດ້ຮັບໄຊຊະນະຫຼາຍຄັ້ງ ໃນການເລືອກຕັ້ງ ໃນຫລາຍລັດຂອງສະຫະລັດ ໃນວັນອັງຄານວານນີ້.

ຜູ້ມີສິດລົງຄະແນນສຽງໃນລັດ ໂອໄຮໂອ ໄດ້ຮັບຮອງເອົາການດັດແກ້ລັດຖະທໍາມະນູນ ທີ່ຮັບປະກັນການເຂົ້າເຖິງການແທ້ງລູກ ແລະຮູບແບບອື່ນໆຂອງການດູແລສຸຂະພາບຈະເລີນພັນ.

ມາດຕະການດັ່ງກ່າວ ເກີດຂຶ້ນຫຼັງຈາກຄຳຕັດສິນຂອງສານສູງສຸດຂອງສະຫະ ລັດ ໃນປີກາຍນີ້ ໃຫ້ຍົກເລີກຄຳຕັດສິນ Roe v. Wade ປີ 1972 ທີ່ປົກປ້ອງສິດການແທ້ງລູກ.

ລັດໂອໄຮໂອ ແມ່ນນຶ່ງໃນຫຼາຍລັດທີ່ມີການຫ້າມແທ້ງລູກ ເຊິ່ງເປັນຜົນມາຈາກຄຳຕັດສິນຂອງສານ.

ກ່ອນໜ້າ ລັດໂອໄຮໂອ, ຜູ້ມີສິດລົງຄະແນນສຽງໃນລັດອື່ນໆ ຫຼາຍໆລັດ, ລວມທັງຄາລິຟໍເນຍ, ແຄນຊັສ, Kentucky, Michigan, Montana ແລະ Vermont, ໄດ້ຮັບຮອງເອົາຂໍ້ລິເລີ່ມຕ່າງໆ ເພື່ອປົກປ້ອງການເຂົ້າເຖິງການແທ້ງລູກ ຕາມຄໍາຕັດສິນຂອງສານສູງສຸດໃນປີກາຍນີ້.

ໃນລັດ Kentucky, ຜູ້ວ່າການລັດຈາກພັກເດໂມແຄຣັດ ທ່ານ ແອນດີ ເຊເຊຍ (Andy Beshear) ໄດ້ຊະນະການເລືອກຕັ້ງຄືນໃໝ່ ໃນວັນອັງຄານວານນີ້ ຫຼັງຈາກການໂຄສະນາຫາສຽງ ທີ່ລວມເອົາການສະໜັບສະໜຸນການຍົກເວັ້ນການຫ້າມແທ້ງລູກ ເກືອບທັງໝົດຂອງລັດ.

ຜູ້ລົງຄະແນນສຽງໃນລັດເວີຈີເນຍ (Virginia) ໄດ້ປະຕິເສດຄວາມຫວັງຂອງຜູ້ປົກຄອງລັດພັກຣີພັບບລີກັນ ທ່ານເກລນ ຍັງກິນ (Glen Youngkin) ທີ່ຈະໃຫ້ສະພານິຕິບັນຍັດຂອງລັດ ຢູ່ໃນການຄວບຄຸມຂອງພັກຂອງທ່ານ. ພັກເດໂມແຄຣັດ ໄດ້ຮັບຄະແນນສຽງສ່ວນຫລາຍໃນສະພາສູງຂອງລັດ ໃນຂະນະທີ່ໄດ້ຄວ້າເອົາສຽງສ່ວນຫລາຍ ໃນສະພາຕໍ່າ ກັບຄືນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG