ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ກ່າວແບບໂອ້ອວດ ເຖິງຜົນສໍາເລັດ ໃນການເລືອກຕັ້ງ ພິເສດທີ່ ລັດໂອຮາຍໂອ


ທ່ານ ທຣອຍ ບອລເດີສັນ (Troy Balderson) ສະມາ
ຊິກສະພາ ປະຈໍາລັດໂອຮາຍໂອ ຍື່ນມືໄປຫາທ່ານ ທຣໍາ ໃນຂະນະທີ່ທ່ານກ່າວຄໍາປາໄສ ທີ່ໂຮງຮຽນມັດທະຍົມປາຍ Orange High School ໃນເມືອງເລີວິສ, ໃນວັນທີ 4 ສິງຫາ, 2018.
ທ່ານ ທຣອຍ ບອລເດີສັນ (Troy Balderson) ສະມາ ຊິກສະພາ ປະຈໍາລັດໂອຮາຍໂອ ຍື່ນມືໄປຫາທ່ານ ທຣໍາ ໃນຂະນະທີ່ທ່ານກ່າວຄໍາປາໄສ ທີ່ໂຮງຮຽນມັດທະຍົມປາຍ Orange High School ໃນເມືອງເລີວິສ, ໃນວັນທີ 4 ສິງຫາ, 2018.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ກໍາລັງກ່າວແບບໂອ້ອວດ ເຖິງຜົນ
ສໍາເລັດໃນການເລືອກຕັ້ງທີ່ຈັດຂຶ້ນໃນວັນອັງຄານຜ່ານມາ ແຕ່ວ່າ ການນັບ ຄະ
ແນນສຽງ ຢູ່ໃນການເລືອກຕັ້ງພິເສດທີ່ລັດໂອຮາຍໂອ ຊຶ່ງຕັ້ງຢູ່ໃນເຂດພາກກາງ
ຂອງປະເທດເພື່ອຊິງເອົາບ່ອນນັ່ງໃນສະພາຕໍ່າແມ່ນມີຄະແນນສູສີກັນຫຼາຍເກີນ
ກວ່າຈະສະຫລຸບໄດ້.

ທ່ານທຣໍາໄດ້ປະກາດວ່າ ທ່ານ ທຣອຍ ບອລເດີສັນ (Troy Balderson) ສະມາ
ຊິກສະພາ ປະຈໍາລັດດັ່ງກ່າວ ທີ່ສັງກັດພັກຣີພັບບລິກັນ ເປັນຜູ້ຊະນະການເລືອກ
ຕັ້ງ ເອົາສະພາຕໍ່າ ຢູ່ນອກນະຄອນໂຄລໍາບັສ, ຊຶ່ງເປັນເມືອງຫລວງຂອງລັດໂອ
ຮາຍໂອນັ້ນ. ໃນການນັບຄະແນນສຽງທັງໝົດ ໃນມື້ເລືອກຕັ້ງນັ້ນ, ທ່ານ ບອລເດີ
ສັນໄດ້ຮັບຄະແນນ 1,754 ສຽງ ນໍາໜ້າຄູ່ແຂ່ງ ຈາກພັກເດໂມແຄຣັດ, ທ່ານແດນນີ
ໂອຄອນເນີ (Danny O'Connor), ບໍ່ຮອດ 1 ເປີເຊັນຊໍ້າ.

ແຕ່ວ່າເຈົ້າໜ້າທີ່ເລືອກຕັ້ງຢູ່ໃນທ້ອງຖິ່ນດັ່ງກ່າວເວົ້າວ່າ ຍັງບໍ່ທັນໄດ້ນັບ ບັດຄະ
ແນນສຽງຊົ່ວຄາວຈໍານວນ 3,300 ແລະບັດທີ່ປ່ອນໂດຍ ຜູ້ປ່ອນບັດທີ່ຢູ່ທາງໄກ
ຫລາຍກວ່າ 5,000 ບັດ ກໍຍັງບໍ່ທັນໄດ້ນັບເທື່ອ ແລະຕາມກົດໝາຍຂອງລັດດັ່ງ
ກ່າວແລ້ວ ບັດເຫລົ່ານີ້ຈະບໍ່ຖືກນັບຈົນກວ່າອີກ 11 ມື້ ຫລັງຈາກນີ້.

ເຂດເມືອງທີ່ທ່ານ ບອລເດີສັນໄດ້ຮັບຄະແນນນໍາໜ້ານັ້ນ ແມ່ນເປັນເຂດຢຶດໝັ້ນ
ຂອງພັກຣີພັບບລິກັນ ຊຶ່ງໄດ້ສົ່ງຜູ້ແທນສັງກັດພັກດັ່ງກ່າວໄປປະຈໍາຢູ່ລັດຖະສະພາ
ມາໄດ້ນານກວ່າ 30 ປີແລ້ວ. ຢູ່ໃນການລົງສະໝັກເລືອກຕັ້ງເພື່ອເຂົ້າໄປດໍາລົງຕໍາ
ແໜ່ງ ຢູ່ທໍານຽບຂາວໃນປີ 2016 ຂອງທ່ານນັ້ນ ທ່ານທຣໍາໄດ້ຮັບໄຊຊະນະ ຢູ່ໃນ
ເຂດເມືອງດັ່ງກ່າວ ໂດຍມີຄະແນນລື່ນຄູ່ແຂ່ງຢູ່ 11 ເປີເຊັນ ແລະທ່ານໄດ້ບິນໄປ
ຍັງທີ່ນັ້ນ ໃນວັນທ້າຍອາທິດທີ່ຜ່ານມານີ້ ເພື່ອໂຄສະນາຫາສຽງຊ່ວຍທ່ານ ບອລ
ເດີສັນ.

ແຕ່ວ່າ ເນື່ອງຈາກການຢັ່ງຫາງສຽງໃນທົ່ວປະເທດສະແດງໃຫ້ເຫັນວ່າ ຄະແນນທີ່
ຄົນເຫັນດີ ຕໍ່ການປະຕິບັດງານຂອງທ່ານທຣໍາແມ່ນພຽງຢູ່ໃນຂອບເຂດລະດັບທີ່
ຕໍ່າກວ່າ 40 ເປີເຊັນເທົ່ານັ້ນ ສະນັ້ນພວກສັງກັດພັກຣີພັບບລິກັນ ໄດ້ສະແດງ
ຄວາມເປັນຫ່ວງວ່າ ພວກສັງກັດພັກເດໂມແຄຣັດ ອາດຈະໄດ້ໄຊຊະນະໃນການ
ຍາດເອົາບ່ອນນັ່ງຈໍານວນ 23 ບ່ອນ ຢູ່ໃນສະພາຕໍ່າ ທີ່ພວກເຂົາເຈົ້າຕ້ອງການ
ເພື່ອຈະຄວບຄຸມສະພາດັ່ງກ່າວນັ້ນໄດ້.​

ແຕ່ວ່າ ໃນຕອນແລງຂອງວັນອັງຄານຜ່ານມາຈົນຮອດວັນພຸດວານນີ້ ທ່ານທຣໍາ ປາກົດວ່າບໍ່ມີຄວາມເປັນຫ່ວງແຕ່ຢ່າງໃດ.

ທ່ານທຣໍາຂຽນລົງໃນທວີດເຕີວ່າ "ເມື່ອຂ້າພະເຈົ້າ ຕັດສິນໃຈ ໄປທີ່ໂອຮາຍໂອ
ເພື່ອຊ່ວຍທ່ານທຣອຍ ບອລເດີສັນນັ້ນ ທ່ານໄດ້ເສຍຄະແນນສຽງໃນການເລືອກ
ຕັ້ງເບື້ອງຕົ້ນຢູ່ໃນຂັ້ນ 64 ຕໍ່ 36 ແລ້ວ." "ອັນນັ້ນບໍ່ດີຫລາຍ. ແຕ່ວ່າພາຍຫລັງທີ່ຂ້າ
ພະເຈົ້າໄປກ່າວຄໍາປາໄສ ໃນຕອນແລງວັນເສົາຜ່ານມາແມ່ນມີການຕ່າວປີ້ນ
ໃຫ້ດີຂຶ້ນຢ່າງໃຫຍ່ຫລວງ. ດຽວນີ້ ທ່ານ ທຣອຍ ໄດ້ຮັບໄຊຊະນະອັນໃຫຍ່ຫລວງ
ຢູ່ໃນຊ່ວງເວລາອັນຫຍຸ້ງຍາກ ສໍາລັບການປ່ອນບັດເລືອກຕັ້ງນີ້. ທ່ານ ທຣອຍຈະ
ໄດ້ຮັບໄຊຊະນະອັນໃຫຍ່ຫລວງ ໃນການເລືອກຕັ້ງເດືອນພະຈິກນີ້," ຊຶ່ງທ່ານຈະ
ປະເຊີນໜ້າກັບທ່ານໂອຄອນເນີ ເພື່ອຊິງເອົາບ່ອນນັ່ງ ໃນສະພາຕໍ່າເຕັມສະໄໝ
ທີ່ມີກໍານົດເວລາ 2 ປີນັ້ນ.

ທ່ານກ່າວອ້າງວ່າ ຢູ່ໃນໄລຍະທີ່ທ່ານເປັນປະທານາທິບໍດີຢູ່ນີ້ ພວກສັງກັດພັກຣີ
ພັບບລິກັນ ໄດ້ຊະນະການເລືອກຕັ້ງພິເສດຂອງສະພາຕໍ່າ ຢູ່ 8 ແຫ່ງ ຂອງຈໍານວນ
ທັງໝົດ 9 ແຫ່ງນັ້ນ ເຖິງແມ່ນວ່າຕົວເລກຕົວຈິງແລ້ວ ແມ່ນ 8 ແຫ່ງ ໃນການເລືອກ
ຕັ້ງທັງໝົດ 10 ແຫ່ງນັ້ນ, ພ້ອມທັງມີການເສຍບ່ອນນັ່ງ ຂອງພັກດັ່ງ ກ່າວໃນສະ
ພາສູງ ບ່ອນນຶ່ງ.

ພວກປ່ອນບັດໄດ້ໄປປ່ອນບັດທີ່ເຄື່ອງປ່ອນບັດແບບອີເລັກໂທຣນິກຢູ່ສະຖານທີ່ປ່ອນບັດໃນສຸນກາງວັດທະນະທໍາອິສລາມ ໃນເມືອງ ດັບບິນ, ລັດໂອຮາຍໂອໃນວັນອັງຄານ, ທີ 7 ສິງຫາ, 2018
ພວກປ່ອນບັດໄດ້ໄປປ່ອນບັດທີ່ເຄື່ອງປ່ອນບັດແບບອີເລັກໂທຣນິກຢູ່ສະຖານທີ່ປ່ອນບັດໃນສຸນກາງວັດທະນະທໍາອິສລາມ ໃນເມືອງ ດັບບິນ, ລັດໂອຮາຍໂອໃນວັນອັງຄານ, ທີ 7 ສິງຫາ, 2018

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG