ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເລືອກຕັ້ງ ສະມາຊິກ ສະພາຕໍ່າ ທີ່ລັດ ໂອຮາຍໂອ ມີຄະແນນສຽງ ໃກ້ຄຽງກັນ


ບັນດາຜູ້ສະໜັບສະໜູນ ທ່ານແດນນີ ໂອຄອນເນີ ຢູ່ບ່ອນບັນທຶກ ການລົງຄະແນນສຽງ ທີ່ເມືອງແຟຣງກິນ ວັນອັງຄານທີ 7 ສິງຫາ 2018 ຢູ່ໃນລັດໂອຮາຍໂອ.
ບັນດາຜູ້ສະໜັບສະໜູນ ທ່ານແດນນີ ໂອຄອນເນີ ຢູ່ບ່ອນບັນທຶກ ການລົງຄະແນນສຽງ ທີ່ເມືອງແຟຣງກິນ ວັນອັງຄານທີ 7 ສິງຫາ 2018 ຢູ່ໃນລັດໂອຮາຍໂອ.

ການ​ເລືອກ​ຕັ້ງ​ພິ​ເສດ ທີ່ມີການ​ຕິດຕາມເບິ່ງ​ຢ່າງ​ໃກ້ຊິດ​ ​ເພື່ອແຂ່ງຂັນເອົາບ່ອນນັ່ງໃນ
ສະພາຕ່ຳສະຫະລັດ ​ຢູ່​ທີ່​ລັດ​ໂອ​ຮາຍ​ໂອ ​ແມ່ນມີຄະແນນໃກ້​ຄຽງກັນຫຼາຍ​ຈົນບໍ່ສາມາດ
ທີ່ຈະປະກາດຜົ​ນການ​ປ່ອນ​ບັດ ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂະ​ນະ​ທີ່​ບັນດາ​ສະມາຊິກ​ພັກຣີພັບ
​ບລິ​ກັນ​ແລະເດ​ໂມ​ແຄຣັດ ພາກັນຊັ່ງ​ຊາເບິ່ງ​ຜົນ​ການ​ແຂ່ງຂັນ ​ແລະ​ການ​ປ່ອນ​ບັດ​ຂັ້ນ​ຕົ້ນ
​ຢູ່​ແຫ່ງ​ອື່ນໆໃນ​ປະ​ເທດ ​ເ​ພື່ອຊອກ​ຫາ​ຮ່ອງ​ຮອຍວ່າ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດກາງ​ສະ​ໄໝ
​ ວ່າຈະ​ໄປ​ທິດ​ທາງ​ໄດ​ໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ລາຍ​ງານ​ໜ່ວຍ​ປ່ອນ​ບັດ​ທັງ​ໝົດ ສະແດງໃຫ້ເຫັນວ່າ ທ່ານ​ທຣອຍ ບອລ​ເດີ​ສັນ ທີ່ສັງກັດ​ພັກຣີພັບ​ບລິ​ກັນ ​ມີຄະແນນ​ນຳ​ໜ້າ​ທ່ານ​ແດນ​ນີ ​ໂອ​ຄອນ​ເນີ ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ
ປະມານ 1,700 ສຽງ. ຫົວໜ້າເລືອກຕັ້ງຂອງ​ລັດ​ໂອ​ຮາ​ຍ​ໂອ ກ່າວ​ວ່າ ຍັງມີບັດທີ່ອອກ
ໃຫ້ພິເສດ​ຫຼາຍກວ່າ 3,400 ​ບັດ ແລະບັດຂອງຜູ້ທີ່ບໍ່ ສາມາດໄປລົງຄະແນນສຽງດ້ວຍ
ຕົວເອງອີກ 5,000 ບັດ ໄດ້ສົ່ງໄປຮ່ວມ ແຕ່​ວ່າ​ພາຍ​ໃຕ້​ກົດໝາຍ​ລັດ ພວກ​ເຈົ້າ​ໜ້າ​ທີ່​ບໍ່​
ສາມາດ​ນັບບັດເຫຼົ່ານີ້ໄດ້​ເທື່ອ​ຈົນ​ກວ່າ 11 ມື້​ ຫຼັງ​ຈາກ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນວັນ​ອັງຄານວານນີ້.

ຜູ້​ຊະນະ​ຈະເຂົ້ານັ່ງ ໃນບ່ອນນັ່ງ​ ທີ່​ໄດ້ຫວ່າງ​ລົງ ​ໂດຍການລາອອກຂອງ ທ່ານ​ແພັຕ
ທີ​ເບີຣີ ​ໃນ​ເດືອນຕຸລາປີ 2017​. ບ່ອນນັ່ງດັ່ງກ່າວຈະມີການເລືອກຕັ້ງ​ໃໝ່​ອີກໃນ​ເດືອນ
​ພະຈິກ ໝາຍ​ຄວາມ​ວ່າ​ ບັນດາ​ຜູ້ປ່ອນ​ບັດ​ອີກ​ຄັ້ງ​ນຶ່ງ​ ຈະ​ເລືອກ​ເອົາ ລະ​ຫວ່າງ​ທ່ານ
​ບອລ​ເດີ​ສັນ ​ແລະ​ທ່ານໂອ​ຄອນເນີ ​ໃນອີກ​ສາມ​ເດືອນຂ້າງໜ້າ.

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ໃຊ້​ການ​ສົ່ງ​ຂໍ້ຄວາມ​ທາງທວິດ​ເຕີ ​ເພື່ອ​ເອົາ​ຄະ​ແນນ
ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ​ໄດ້​ເປັນ “​ໄຊຊະນະ​ອັນຍິ່ງ​ໃຫຍ່” ​ສຳລັບ​ທ່ານ​ບອລ​ເດີ​ສັນ.

ປະທານາທິບໍດີ​ທຣໍາກ່າວ​ວ່າ “ຫຼັງ​ຈາກ​ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ແລງ​ວັນ​ເສົາ​ທີ່​ຜ່ານ
​ມາ ​ໄດ້​ມີ​ການ​ປ່ຽນແປງ​ຢ່າງ​ໃຫຍ່​ໄປໃນທາງທີ່​ດີ​ຂຶ້ນ. ບັດ​ນີ້ ​ທ່ານ​ທຣອຍ ໄດ້ຮັບໄຊຊະ
ນະ​ອັນຍິ່ງ​ໃຫຍ່ ​ລະຫວ່າງ​ເວລາ​ທີ່​ຍາກລຳບາກ​ຂອງ​ປີ​ໃນ​ການ​ປ່ອນ​ບັດ. ທ່ານ​ຈະ​ຊະ
ນະ​ຢ່າງ​ໃຫຍ່ ​ໃນ​ເດືອນ​ພະ​ຈິກ​ ຈະ​ມາ​ເຖິງ​ນີ້.”

ທ່ານ​ບອລ​ເດີ​ສັນ ​ໄດ້​ຂອບ​ໃຈ​ທ່ານ​ທຣໍາ ​ໃນ​ຂະນະ​ທີ່​ທ່ານ​ກ່າວ ​ຕໍ່​ບັນດາ​ຜູ້​ສະໜັບສະ
ໜູນ​ທ່ານ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ​ແລະ​ກ່າວ​ວ່າ ທ່ານ​ໄດ້​ຕຽມ​ພ້ອມ​ແລ້ວ​ ທີ່​ຈະ
​ເຮັດ​ວຽກ​ໃຫ້​ປະຊາຊົນ​ເຂດ 12 ຂອງລັດ​ໂອ​ຮາ​ຍ​ໂອ​.

ພວກປ່ອນບັດກຳລົງລົງຄະແນນສຽງດ້ວຕເຄື່ອງຈັກໄຟຟ້າ ທີ່ ສູນກາງວັດທະນາທຳອິສລາມ ນົວ ໃນອັງຄານ ທີ 7ສິງຫາ 2018 ໃນເມືອງ ດູບລິນ ລັດໂດຮາຍໂອ.
ພວກປ່ອນບັດກຳລົງລົງຄະແນນສຽງດ້ວຕເຄື່ອງຈັກໄຟຟ້າ ທີ່ ສູນກາງວັດທະນາທຳອິສລາມ ນົວ ໃນອັງຄານ ທີ 7ສິງຫາ 2018 ໃນເມືອງ ດູບລິນ ລັດໂດຮາຍໂອ.

ທ່ານ​ກ່າວ​ວ່າ “ອາ​ເມຣິກາຢູ່ໃນ​ເສັ້ນ​ທາງ​ທີ່​ຖືກຕ້ອງ ​ແລະ​ພ​ວກ​ເຮົາ​ຈະ​ຮັກສາໃຫ້​ເດີນ​
ໄປໃນທິດ​ທາງ​ດັ່ງກ່າວ. ​ເຖິງ​ເວລາ​ແລ້ວ ​ທີ່​ຈະ​ເຮັດ​ວຽກ. ​ໃນ​ອີກ​ສາມ​ເດືອນ​ຂ້າງ​ໜ້ານີ້.
ຂ້າພະ​ເຈົ້າ​ຈະ​ທຳ​ທຸກ​ຢ່າງ ທີ່​ຂ້າພະ​ເຈົ້າ​ສາ​ມາດ​ເພື່ອ​ຮັກສາ​ອາ​ເມຣິ ກາ​ໃຫ້​ຍິ່ງ​ໃຫຍ່​ອີກ.”

ພັກຣີພັບ​ບລິກກັນ​ໄດ້​ຕາງ​ໜ້າ​ເຂດ​ດັ່ງກ່າວມາແຕ່​ຕົ້ນຊຸມ​ປີ 1980 ​ແລະ​ທ່ານ​ໂອ​ຄອນ
​ເນີ ​ໄດ້​ກ່າວ​ຕໍ່​ຜູ້ສະໜັບສະໜູນ​ທ່ານ​ວ່າ ທ່ານ​ໄດ້​ປະຕິບັດວຽກ​ງານດີ ​ໃນ​ການ​ເລືອກ​ຕັ້ງ
​ເຖິງ​ແມ່ນ​ວ່າ​ບັນດາ​ຜູ່​ຊ່ຽວຊານ ​ບໍ່​ຄິດ​ວ່າ​ທ່ານ​ຈະ​ຊະນະ.

ການ​ເລືອກ​ຕັ້ງໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້ ມີກຳນົດວ່າບ່ອນ​ນັ່ງ​ທັງ​ໝົດ 435 ບ່ອນໃນ
​ສະພາ​ຕໍ່າແລະ 35 ບ່ອນຂອງຈຳນວນທັງໝົດ 100 ບ່ອນໃນສະພາ​ສູງ ​ພ້ອມທັງຕຳ
ແໜ່ງຜູ້ປົກຄອງລັດຂອງ 36 ລັດໃນຈຳນວນທັງໝົດ 50 ​ລັດຈະມີການແຂ່ງຂັນເລືອກຕັ້ງ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US election Ohio
please wait
Embed

No media source currently available

0:00 0:01:41 0:00

XS
SM
MD
LG