ລັດ Ohio ທາງພາກກາງຂອງສະຫະລັດ ໄດ້ຟ້ອງຮ້ອງອຸດສາຫະກຳຜະລິດຢາຕາມໝໍສັ່ງ
5 ບໍລິສັດ ໃນວັນພຸດວານນີ້ ໂດຍກ່າວວ່າ ພວກອຸດສາຫະກຳເຫຼົ່ານີ້ ແມ່ນໄດ້ໃຊ້ການ
ປະຕິບັດແບບຫລອກລວງແລະເຮັດໃຫ້ມີການຕິດຢາແຜ່ລະບາດ.
“ພວກຜູ້ຜະລິດຢາເຫຼົ່ານີ້ ໄດ້ເຮັດໃຫ້ພວກທີ່ສັ່ງຢາເຊື່ອວ່າ ຢາເຫລົ່ານີ້ ບໍ່ຕິດ,
ການຕິດຢາ ກໍສາມາດເອົາຊະນະໄດ້ງ່າຍໆ ຫລືວ່າ ການຕິດຢານີ້ ແມ່ນສາມາດ
ຮັກສາໄດ້ ດ້ວຍການກິນຢາເຫລົ່ານີ້ເພີ່ມຂຶ້ນ,” ນັ້ນແມ່ນຄຳເວົ້າຂອງທ່ານ Mike
DeWine ຫົວໜ້າພະແນກຍຸຕິທຳຂອງລັດໂອຮາຍໂອ ແລະທ່ານຍັງກ່າວອີກຕື່ມວ່າ
“ພວກເຂົາເຈົ້າຊາບດີວ່າ ພວກເຂົາເຈົ້າຜິດ, ແຕ່ວ່າ ກໍຍັງສືບຕໍ່ປະຕິບັດຢູ່ດີ.”
ລັດດັ່ງກ່າວ ຕ້ອງການບັນດາບໍລິສັດເຫຼົ່ານີ້ຍຸຕິການນຳສະເໜີຢາແບບຜິດໆ ແລະໃຫ້ຈ່າຍ
ຄ່າເສຍຫາຍໃນຈຳນວນເງິນ ທີ່ລັດໄດ້ໃຊ້ຈ່າຍເປັນຄ່າປິ່ນປົວພວກທີ່ກິນຢາທີ່ໝໍສັ່ງ
ເກີນກຳນົດແລະມີຜົນກະທົບໃນຮັກສາການຕິດຢາຂອງພວກຜູ້ປ່ວຍ ແລະຊົດເຊີຍຄ່າ
ເສຍຫາຍຕໍ່ພວກຜູ້ປ່ວຍເຊັ່ນກັນ.
ການຟ້ອງຮ້ອງໄດ້ລະບຸຊື່ບໍລິສັດຜະລິດຢາ Purdue Pharma, Endo Health
Solutions, Allergan, Teva Pharmaceutical Industries ແລະບໍລິສັດ
ທີ່ເປັນເຄືອຂ່າຍ Cephalon ແລະ Johnson and Johnson ຮວມທັງບໍລິສັດ
ທີ່ເປັນເຄືອຂ່າຍ Janssen Pharmaceutical.
ຖະແຫຼງການຂອງ ບໍລິສັດ Janssen ເອີ້ນການຟ້ອງຮ້ອງນີ້ວ່າ ຖືກຕ້ອງຕາມ
ກົດໝາຍ ແລະບໍ່ພົບເຫັນມູນຄວາມຈິງ ແລະໄດ້ກ່າວວ່າ ບໍລິສັດໄດ້ເອົາບາດກ້າວ
ທີ່ເໝາະສົມແລະແບບມີຄວາມຮັບຜິດຊອບ. ບໍລິສັດຜະລິດຢາ Purdue ໄດ້ກ່າວວ່າ
ຕົນຮູ້ເຫັນເຖິງຄວາມເປັນຫ່ວງຂອງທ່ານ DeWine ກ່ຽວກັບວິກິດການໃນການຕິດ
ຢາຕາມສັ່ງ ແລະຕ້ອງການທີ່ຈະເຮັດວຽກຮ່ວມກັນ ເພື່ອຫາທາງອອກທີ່ດີ ນຳກັນ.