ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສະມາຊິກສະພາສູງ ພັກເດໂມແຄຣັດ ລັດໂອໄຮໂອ ເລືອກ ທ.ນ. ທີນາ ມະຫາຣາດ ໃຫ້ເຂົ້າຮ່ວມທີມຄະນະຜູ້ນຳ


ທ.ນ. ທີນາ ມະຫາລາດ (ຂວາ), ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ປະຈໍາລັດໂອຮາຍໂອ ກັບ ທ.ນ. ຄາມາລາ ແຮຣິສ (ຊ້າຍ), ຜູ້ສະໝັກເລືອກຕັ້ງ ເປັນຮອງປະທານາທິບໍດີ ສຫລ.
ທ.ນ. ທີນາ ມະຫາລາດ (ຂວາ), ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ປະຈໍາລັດໂອຮາຍໂອ ກັບ ທ.ນ. ຄາມາລາ ແຮຣິສ (ຊ້າຍ), ຜູ້ສະໝັກເລືອກຕັ້ງ ເປັນຮອງປະທານາທິບໍດີ ສຫລ.

ອີງຕາມຖະແຫລງຂ່າວຂອງສະພາລັດໂອໄຮໂອ ໃນວັນທີ 2 ທັນວາຜ່ານມານີ້ ກຸ່ມຄະນະສະມາຊິກສະພາສູງສັງກັດພັກເດໂມແຄຣັດຂອງລັດໂອໄຮໂອ ໄດ້ທຳການເລືອກຕັ້ງ ເອົາທີມງານຄະນະຜູ້ນຳສຳລັບສະພາສູງ ຊຸດທີ 134 ຂອງສະ ພາລັດດັ່ງກ່າວ ຊຶ່ງຈະເລີ້ມຕົ້ນປະຕິບັດງານໃນເດືອນມັງກອນ ປີ 2021. ຮວມຢູ່ໃນບັນດາຜູ້ສະໝັກເອົາຕຳແໜ່ງຕ່າງໆໃນຄະນະຜູ້ນຳຂອງພັກເດໂມແຄຣັດນັ້ນ ກໍມີ ທ່ານນາງ ທີນາ ມະຫາຣາດ ສະມາຊິກສະພາສູງຂອງລັດໂອໄຮໂອ ຈາກເຂດເລືອກຕັ້ງທີ 3 ຜູ້ທີ່ເປັນຄົນລາວອາເມຣິກັນທີ່ມີຄວາມມຸ້ງໝັ້ນສູງ ໄດ້ລົງສະໝັກເອົາຕຳແໜ່ງໃດນຶ່ງນຳດ້ວຍ. ກຸ່ມຄະນະສະມາຊິກສະພາສູງ ລັດໂອໄຮໂອຂອງພັກເດໂມແຄຣັດ ໄດ້ລົງຄະແນນສຽງ ເລືອກເອົາທ່ານເຄັນນີ ຢູໂກ ສະມາ ຊິກສະພາສູງຂອງລັດໂອໄຮໂອ ຈາກເມືອງຣິດຈ໌ມັນ ໄຮ້ຕສ໌ ໃຫ້ເປັນຜູ້ນຳສຽງສ່ວນນ້ອຍອີກສະໄໝນຶ່ງ. ສ່ວນຜູ້ຊ່ວຍຜູ້ນຳສຽງສ່ວນນ້ອຍ ທ່ານເສໂຊລ ທອມ ມັສ ຈາກເມືອງເອວອນແດລ ກໍໄດ້ຖືກເລືອກຄືນອີກນຶ່ງສະໄໝໃນຕຳແໜ່ງເກົ່າຂອງທ່ານ.

ບັນດາສະມາຊິກສາພາສູງ ຂອງລັດໂອໄຮໂອ ທ່ານນາງນິກກີ ແອນໂທນີໂອ ຈາກເມືອງເລກວູູດ ແລະທ່ານນາງທີນາ ມະຫາຣາດ ຈາກເມືອງຄາແນລ ວິນແຈສເຕີ້ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານວິບສຽງສ່ວນນ້ອຍ ແລະຜູ້ຊ່ວຍປະທານວິບສຽງສ່ວນນ້ອຍ ຕາມລຳດັບ ຊຶ່ງທັງສອງທ່ານນີ້ ຈະໄດ້ເຂົ້າຮ່ວມໃນທີມງານຄະນະຜູ້ນຳ ຂອງສະພາລັດໂອໄຮໂອ ຊຸດທີ 134.

ປະທານວິບສຽງສ່ວນນ້ອຍ ແລະຜູ້ຊ່ວຍ ປະທານວິບສຽງສ່ວນນ້ອຍນີ້ ເປັນຕຳ ແໜ່ງສະໜັບສະໜຸນພັກພວກ ແລະໃຫ້ການຊ່ວຍເຫຼືອຜູ້ນຳສຽງສ່ວນນ້ອຍດ້ວຍ ການບັງຄັບໃຊ້ວິໄນຂອງພັກ ໃນການລົງຄະແນນສຽງ ທີ່ເຫັນວ່າສຳຄັນຕໍ່ຜູ້ນຳຂອງພັກ ແລະຄ້ຳປະກັນວ່າ ບັນດາສະມາຊິກ ບໍ່ລົງຄະແນນສຽງໂດຍບໍ່ໄດ້ຖືກຮັບຮອງຈາກພັກ.

ທ່ານາງທີນາ ມະຫາຣາດ ຈະເປັນແມ່ຍິງອາເມຣິກັນເຊື້ອສາຍເອເຊຍ ຄົນທຳອິດທີ່ຈະປະຕິບັດໜ້າທີ່ໃນຕຳແໜ່ງຂອງຜູ້ນຳຢູ່ໃນສະພາລັດໂອໄຮໂອ. ທ່ານນາງທີນາ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ຮັບກຽດເປັນຢ່າງສູງທີ່ໄດ້ຖືກເລືອກໂດຍບັນດາເພື່ອນສະມາຊິກສະພາຂອງຂ້າພະເຈົ້າ ສຳລັບຕຳແໜ່ງຜູ້ຊ່ວຍປະທານວິບສຽງສ່ວນ້ອຍ. ຂ້າພະເຈົ້າຫວັງຢ່າງຍິ່ງ ຈະສືບຕໍ່ເຮັດວຽກ ກັບທັງສອງພັກການເມືອງເພື່ອຮັບຜ່ານຮ່າງກົດໝາຍ ທີ່ໃຫ້ຜົນປະໂຫຍດ ແກ່ລັດໂອໄຮໂອ.”

ລິ້ງຂອງຖະແຫລງຂ່າວສະພາລັດໂອໄຮໂອ:

https://www.ohiosenate.gov/senators/maharath/news/maharath-to-serve-as-assistant-minority-whip-for-134th-general-assembly

XS
SM
MD
LG