ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດໂອໄຮໂອ ເລື່ອນການເລືອກຕັ້ງຂັ້ນຕົ້ນ ອອກໄປ ຂະນະທີ່ 3 ລັດເດີນໜ້າຕໍ່ໄປ ໃນການລົງຄະແນນສຽງ


ຜູ້ມີສິດເລືອກຕັ້ງຄົນນຶ່ງ ກຳລັງປ່ອນບັດລົງຄະແນນສຽງ ໃນລະຫວ່າງການປ່ອນບັດກ່ອນກຳນົດ ຢູ່ໃນນະຄອນຊິຄາໂກ ໃນຂະນະດຽວກັນ ໃສ່ຖົງມືປ້ອງກັນໄວຣັສໂຄໂຣນາ.
ຜູ້ມີສິດເລືອກຕັ້ງຄົນນຶ່ງ ກຳລັງປ່ອນບັດລົງຄະແນນສຽງ ໃນລະຫວ່າງການປ່ອນບັດກ່ອນກຳນົດ ຢູ່ໃນນະຄອນຊິຄາໂກ ໃນຂະນະດຽວກັນ ໃສ່ຖົງມືປ້ອງກັນໄວຣັສໂຄໂຣນາ.

ພວກຜູ້ມີສິດປ່ອນບັດຢູ່ໃນ 3 ລັດຂອງສະຫະລັດ ແມ່ນມີກຳນົດຈະໄປໜ່ວຍ ເລືອກຕັ້ງ
ແຫ່ງຕ່າງໆ ໃນວັນອັງຄານມື້ນີ້ ເພື່ອລົງຄະແນນສຽງປ່ອນບັດ ໃນການເລືອກຕັ້ງຂັ້ນຕົ້ນ
ເອົາຜູ້ສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ເຖິງແມ່ນຈະມີຄວາມເປັນຫ່ວງ ກ່ຽວກັບ ການລະບາດຂອງໄວຣັສໂຄໂຣນາ ຢູ່ກໍຕາມ ຊຶ່ງໄດ້ກົດດັນໃຫ້ລັດນຶ່ງ ເລື່ອນ
ການປ່ອນບັດຂອງຕົນອອກໄປ.

ໃນວັນອັງຄານມື້ນີ້ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ກຳລັງນຳໜ້າ ທ່ານເບີນີ
ແຊນເດີສ໌ ສະມາຊິກສະພາສູງຈາກລັດເວີມອນຕ໌ ດ້ວຍຄະແນນທີ່ໄດ້ຮັບຈາກຜູ້ແທນ
898 ຕໍ່ 745 ຄະແນນ.

ພາຍໃຕ້ສະພາບການປົກກະຕິແລ້ວ ການເລືອກຕັ້ງຂັ້ນຕົ້ນໃນວັນອັງຄານມື້ນີ້ ຈະເປັນ
ຈຸດເພັ່ງເລັງທີ່ສຳຄັນ ຂອງການໂຄສະນາຫາສຽງ ເພື່ອໄຊຊະນະໃນ ຕຳແໜ່ງຜູ້ທີ່ຈະໄປ
ແຂ່ງກັບ ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບ ບລີກັນ ໃນເດືອນພະຈິກນີ້ ໂດຍ
ທັງສາມລັດໃຫຍ່ດັ່ງກ່າວ ຈະພາກັນລົງຄະ ແນນສຽງ ໃນມື້ດຽວກັນ.

ໃນລັດຟລໍຣີດາ ມີຜູ້ແທນທັງໝົດຈຳນວນ 219 ທ່ານ ທີ່ຈະສາມາດໄດ້ຮັບໃນພຽງລັດ
ດຽວ ບ່ອນທີ່ບັນດາເຈົ້າໜ້າທີ່ ໄດ້ໃຫ້ການຄ້ຳປະກັນໃນວັນຈັນວານນີ້ ວ່າ ການປ່ອນ
ບັດລົງຄະແນນສຽງຈະປອດໄພດີ ໃນການເດີນໜ້າຕໍ່ໄປ ຂອງ ການເລືອກຕັ້ງໃນວັນ
ອັງຄານມື້ນີ້.

“ບໍ່ຈຳເປັນທີ່ຈະຕື່ນຕົກໃຈເລີຍ” ຜູ້ປົກຄອງລັດຟລໍຣີດາ ທ່ານ ຣອນ ເດີແຊນ-ຕິສ ໄດ້
ກ່າວໄປຊຶ່ງທ່ານກ່າວຕື່ມ ວ່າ ພວກຄົນສ່ວນຫຼາຍພຽງຈະຢູ່ໃນໜ່ວຍເລືອກຕັ້ງ ບໍ່ພໍເທົ່າ
ໃດນາທີເທົ່ານັ້ນ.

ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງລັດຟລໍຣີດາ ໄດ້ລາຍງານວ່າ ມີກໍລະນີ ຕິດເຊື້ອ
ໄວຣັສໂຄໂຣນາ 142 ລາຍ.

ແຕ່ຢູ່ໃນລັດໂອໄຮໂອ ທີ່ມີຜູ້ແທນຈຳນວນ 136 ທ່ານທີ່ສາມາດໄດ້ຮັບ ແລະມີກໍລະນີຕິດ
ເຊື້ອໄວຣັສໂຄໂຣນາ 50 ລາຍ ທີ່ໄດ້ຮັບການຢືນຢັນ ຊຶ່ງບັນດາ ຜູ້ນຳຢູ່ທີ່ນີ້ ໄດ້ສະໜັບ
ສະໜູນພວກມີສິດປ່ອນບັດໃຫ້ຫາທາງຂໍຄຳສັ່ງຈາກສານ ເພື່ອເລື່ອນການລົງຄະແນນ
ສຽງອອກໄປ ຍ້ອນໄວຣັສໂຄໂຣນາ.

ຫຼັງຈາກສານ ໄດ້ປະຕິເສດຕໍ່ຄຳຮ້ອງ ຂອງພວກເຂົ້າເຈົ້າແລ້ວ ຜູ້ປົກຄອງລັດ ທ່ານໄມຄ໌
ເດິວາຍນ໌ ແລະ ຜູ້ອຳນວຍການກົມສາທາລະນະສຸກ ທ່ານນາງ ເອມມີ ແອັກຕັນ ໄດ້ສັ່ງ
ໃຫ້ປິດໜ່ວຍເລືອກຕັ້ງ. ຫົວໜ້າຮັບຜິດຊອບໃນການເລືອກຕັ້ງລັດໂອໄຮໂອ ທ່ານ ແຟຣັງ
ລາໂຣສ ໃນເວລາ ຕໍ່ມາ ໄດ້ກ່າວວ່າ ການເລືອກຕັ້ງ ຈະເລື່ອນອອກໄປໃສ່ເດືອນມິຖຸນາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG