ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ທິມ ໄຣແອນ ສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ປະກາດລົງແຂ່ງຂັນ ເປັນປະທານາທິບໍດີ ສຫລ


ສະມາຊິກລັດຖະສະພາ ຈາກລັດໂອຮາຍໂອ ທີ່ນິຍົມແນວທາງ
ປານກາງ ທ່ານ ທິມ ຣາຍແອນ ກ່າວຖະແຫລງ ຢູ່ກອງປະຊຸມ Heartland Forum ໃນວິທະຍາເຂດ ຂອງມະຫາວິທະຍາໄລ Buena Vista ໃນເມືອງ Storm Lake, ລັດໄອໂອວາ, ວັນທີ 30 ມີນາ 2019.
ສະມາຊິກລັດຖະສະພາ ຈາກລັດໂອຮາຍໂອ ທີ່ນິຍົມແນວທາງ ປານກາງ ທ່ານ ທິມ ຣາຍແອນ ກ່າວຖະແຫລງ ຢູ່ກອງປະຊຸມ Heartland Forum ໃນວິທະຍາເຂດ ຂອງມະຫາວິທະຍາໄລ Buena Vista ໃນເມືອງ Storm Lake, ລັດໄອໂອວາ, ວັນທີ 30 ມີນາ 2019.

ເພີ້ມອີກຊື່ນຶ່ງເຂົ້າໃນ ຈຳນວນຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ຂອງພັກ
ເດໂມແຄຣັດ ນັ້ນ ກໍຄື ສະມາຊິກລັດຖະສະພາ ຈາກລັດໂອຮາຍໂອ ທີ່ນິຍົມແນວທາງ
ປານກາງ ທ່ານ ທິມ ຣາຍແອນ ຜູ້ທີ່ໄດ້ປະກາດ ໃນວັນພະຫັດວານນີ້ ວ່າ ທ່ານເຂົ້າ
ຮ່ວມໃນການລົງແຂ່ງຂັນ.

“ຂ້າພະເຈົ້າ ເປັນຄົນນິຍົມແນວທາງຫົວກ້າວໜ້າ ຜູ້ທີ່ຮູ້ ວິທີທີ່ຈະເວົ້າຈັ່ງໃດ ຕໍ່
ພວກຊົນຊັ້ນທຳງານ ແລະຂ້າພະເຈົ້າຮູ້ວິທີ ທີ່ຈະໄດ້ຖືກຮັບເລືອກ ໃນເຂດເລືອກ
ຕັ້ງ ຂອງຊົນຊັ້ນທຳງານ”
ນັ້ນແມ່ນຄຳເວົ້າຂອງທ່ານຣາຍແອນ ທີ່ໄດ້ກ່າວໄປ ຢູ່ໃນ
ລາຍການ The View ຂອງໂທລະພາບ ABC. ທ່ານ ກ່າວຕື່ມວ່າ “ເພາະວ່າໃນທີ່
ສຸດແລ້ວ ເລື້ອງຂອງຄວາມກ້າວໜ້າ ແມ່ນສິ່ງທີ່ດີທີ່ສຸດ ສຳລັບຄອບຄົວຂອງ
ພວກທີ່ທຳງານທັງຫຼາຍ.”

ທ່ານຣາຍແອນ ອາຍຸ 45 ປີ ໄດ້ເປັນຜູ້ແທນ ເຂດຕາເວັນອອກສຽງເໜືອຂອງລັດ
ໂອຮາຍໂອ ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ ອັນເປັນພື້ນທີ່ ທີ່ໄດ້ລົງຄະແນນສຽງ
ໃຫ້ແກ່ ທ່ານປະທານາທິບໍດີ ດໍໂນລ ທຣຳ. ທ່ານຣາຍແອນ ບໍ່ຄ່ອຍຮູ້ຈັກດີ ໃນທົ່ວ
ປະເທດ ຈົນຕົກມາຮອດ ປີ 2016 ໃນເວລາທີ່ທ່ານ ໄດ້ ແຂ່ງຂັນ ກັບທ່ານນາງ
ແນນຊີ ເພໂລຊີ ເພື່ອເອົາຕຳແໜ່ງທີ່ສຳຄັນ ເປັນຜູ້ນຳພັກເດໂມແຄຣັດ ຂອງສະພາ
ຕ່ຳ ຊຶ່ງທ່ານ ກ່າວວ່າ ມັນເຖິງເວລາແລ້ວ ທີ່ຈະນຳເອົາຄົນລຸ້ນໃໝ່ເຂົ້າມາໃນພັກ.

ທ່ານກ່າວອີກວ່າ ການເປັນຕົວແທນເຂດເລືອກຕັ້ງຂອງພວກຊົນຊັ້ນທຳງານ ອຳນວຍ
ໃຫ້ທ່ານ ເຂົ້າໃຈດີ ເຖິງຜົນກະທົບໃນການສູນເສຍວຽກງານໃນການຜະລິດສິນຄ້າ ຕໍ່ພວກຄົນທັງຫຼາຍ. ທ່ານຣາຍແອນ ກ່າວຫາທ່ານທຣຳ ວ່າ ບໍ່ໄດ້ຮັກສາຄຳໝັ້ນ
ສັນຍາຂອງທ່ານ ທີ່ຈະນຳເອົາວຽກເຮັດງານທຳກັບຄືນມາ ແລະວ່າ ທ່ານຈະສ້າງ
ເທັກໂນໂລຈີ ໃໝ່ຂຶ້ນ ເຊັ່ນວ່າ ພະລັງງານຂອງລົມ ແລະແສງຕາເວັນ ແລະລົດໄຟຟ້າ
ໃຫ້ເປັນບຸລິມະສິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG