ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ​ຊູ​ດານ ມອບ​ອຳ​ນາດ​ຄືນ ໃຫ້​ຜູ້​ນຳ​ທີ່​ຖືກ​ໂຄ່ນ​ລົ້ມ


ໃນ​ຮູບ​ທີ່​ສະ​ໜອງ​ໂດຍ​ສະ​ພາ​ອະ​ທິ​ປະ​ໄຕ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ຊູ​ດານ ສະ​ແດງ​ໃຫ້​ເຫັນ ນາຍ​ພົນ​ອະ​ວຸ​ໂສ Abdel Fattah Al-Burhan, ກາງ​ຊ້າຍ, ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັບ​ດູ​ລ​ລາ ຮາມ​ດັອກ ຖືເອກ​ກະ​ສານ ໃນ​ລະ​ຫວ່າງ​ພິ​ທີ ທີ່​ທ່ານ​ຮາມ​ດັອກ ກັບ​ຄືນ​ເຂົ້າ​ຮັບຕຳ​ແໜ່ງ.
ໃນ​ຮູບ​ທີ່​ສະ​ໜອງ​ໂດຍ​ສະ​ພາ​ອະ​ທິ​ປະ​ໄຕ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ຊູ​ດານ ສະ​ແດງ​ໃຫ້​ເຫັນ ນາຍ​ພົນ​ອະ​ວຸ​ໂສ Abdel Fattah Al-Burhan, ກາງ​ຊ້າຍ, ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັບ​ດູ​ລ​ລາ ຮາມ​ດັອກ ຖືເອກ​ກະ​ສານ ໃນ​ລະ​ຫວ່າງ​ພິ​ທີ ທີ່​ທ່ານ​ຮາມ​ດັອກ ກັບ​ຄືນ​ເຂົ້າ​ຮັບຕຳ​ແໜ່ງ.

ພວກ​ທະ​ຫານ​ຊູ​ດານ ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ມອບ​ອຳ​ນາດ​ຄືນ​ໃຫ້ ​ນາ​ຍົກ​ລັດ ຖ​ະ​ມົນ​ຕີ​ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ ທ່ານອັບ​ດາ​ລ​ລາ ຮາມ​ດັອກ ​ເພື່ອ​ນຳ​ພາ​ລັດ​ຖະ​ບານທີ່​ປະ​ກອບ​ດ້ວຍ​ພວກ​ນັກ​ວິ​ຊາ​ການ ຫຼັງ​ຈາກ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍ​ ມາ​ໄດ້​ຫຼາຍ​ອາ​ທິດໂຄ່ນ​ລົ້ມ​ລັດ​ຖະ​ບານ​ດັ່ງ​ກ່າວ.

ພວກ​ຜູ້​ນຳ​ພົນ​ລະ​ເຮືອນ​ແລະ​ທະ​ຫານ ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແລະ​ພວກ​ນັກ​ການ​ເມືອງ ທີ່​ຖືກ​ຈັບ​ນັບ​ແຕ່​ໄດ້​ມີ​ການ​ກໍ່​ລັດ​ຖະ​ບານ​ໃນ​ທ້າຍ​ເດື​ອນ​ຕຸ​ລາ​ຜ່ານ​ມານັ້ນ ໄດ້​ຖືກ​ປ່ອຍ​ໂຕ ອັນ​ເປັນ​ສ່ວນ​ນຶ່​ງຂອງ​ຂໍ້​ຕົກ​ລົງ ລະ​ຫວ່າງ​ພວກ​ທະ​ຫານແລະ​ພັກ​ການ​ເມືອງ​ຕ່າງໆ ຮວມ​ທັງ​ພັກ​ການ​ເມື​ອງ​ທີ່​ໃຫຍ່​ທີ່​ສຸດ ຄື​ພັກ​ອຸມ​ມາ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ​ຮາມ​ດັອກ​ຈະ​ເປັນ​ຜູ້​ນຳ​ພາ​ຄະ​ນະ​ລັດ​ຖະ​ບານທີ່​ປະ​ກອບ​ດ້ວຍ​ພວກ​ນັກ​ວິ​ຊາ​ການ​ອິດ​ສະ​ຫຼະ. ເຂົາ​ເຈົ້າ​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດແລະ​ສະ​ຫະປະ​ຊາ​ຊາດແລະ​ປະ​ເທດ​ອື່ນໆ​ອີກໄດ້​ມີ “ບົດ​ບາດ​ສຳ​ຄັນ” ໃນ​ການ​ຮ່າງ​ຂໍ້​ຕົກ​ລົງ.

​ການ​ເຮັດ​ລັດ​ຖະ​ປະ​ຫານ ໄດ້​ຖືກ​ນາໆ​ຊາດ​ຕ້ອງ​ຕິ ໂດຍ​ທີ່​ສະ​ຫະ​ລັດ ພ້ອມ​ດ້ວຍ​ພັນ​ທະ​ມິດ ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ປະ​ນາມ​ການ​ໂຈມ​ຕີ​ຕໍ່​ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ປະ​ຫານ.

ໃນ​ຂະ​ນະ​ທີ່​ຂໍ້​ຕົກ​ລົງ ​ໄດ້​ເປັນ​ທີ່​ຮູ້​ກັນ ​ຢູ່​ໃນ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ​ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ​ຂັບ​ໄລ່​ພວກ​ປະ​ທ້ວງ ໃນ​ຂະ​ນະ​ທີ່​ພວກ​ເຂົາເຈົ້າ​ພວມ​ມຸ່ງ​ໜ້າ​ໄປ​ຍັງ ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ບໍ່​ດົນ​ຫຼັງ​ຈາກ​ໄດ້​ມີ​ການ​ເຊັນ​ຂໍ້​ຕົກ​ລົງ​ແລ້ວ ບາງ​ຄົນກໍ​ພາ​ກັນ​ຮ້ອ​ງ​ຂຶ້ນ​ວ່າ “ຮາມ​ດັອກ​ ໄດ້​ຂາຍ​ ການ​ປະ​ຕິ​ວັດ​ແລ້ວ.”

ທ່ານ​ຮາມ​ດັອກ​ກ່າວ​ວ່າ ທ່ານ​ໄດ້​ເຫັນ​ດີ​ກັບ​ຂໍ້​ຕົກ​ລົງ ເພື່ອ​ຍຸ​ຕິ​ການນອງ​ເລືອດ.

ທ່ານ​ກ່າ​ວ​ວ່າ “ເລືອດ​ຂອງ​ຊາວ​ຊູ​ດານ​ແມ່ນ​ມີ​ລາ​ຄາ​ແພງ ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຍຸ​ຕິການນອງ​ເລືອດແລະ​ຫັນ​ກຳ​ລັງ​ວັງ​ຊາ​ຂອງ​ພວກ​ຊາວ​ໜຸ່ມ​ໄປ​ໃສ່​ການ​ສ້າງ​ສາ​ພັດ​ທະ​ນາ​.”

ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຮອບ​ດ້ານ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປະ​ເທດ​ຊູ​ດານ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ນຳ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG