ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ທ້ອງຖິ່ນ ໃນລັດ ຟລໍຣິດາ ຖືກຫ້າມ ບໍ່ໃຫ້ຢ້ຽມ ບ່ອນພັກເຊົາ ຂອງເດັກນ້ອຍ


ສະມາຊິກສະພາສູງບິລ ແນລສັນ ແລະ ສະມາຊິກ ສະພາຕ່ຳ ເດັບບີ ວາສເຊີແມນ ຊຸລຕ໌ສ (ຂວາ) ພວມລົມກັບ ພວກນັກຂ່າວ ທີ່ບ້ານພັກ ໂຮມສະເຕດ.
ສະມາຊິກສະພາສູງບິລ ແນລສັນ ແລະ ສະມາຊິກ ສະພາຕ່ຳ ເດັບບີ ວາສເຊີແມນ ຊຸລຕ໌ສ (ຂວາ) ພວມລົມກັບ ພວກນັກຂ່າວ ທີ່ບ້ານພັກ ໂຮມສະເຕດ.

ສະມາຊິກລັດຖະສະພາສະຫະລັດ 5 ຄົນ ໃນວັນເສົາວານນີ້ ໄດ້ຮັບອະນຸຍາດໃຫ້ເຂົ້າ
ໄປໃນ ໂຮມສະເຕດ (Homestead) ຊຶ່ງເປັນສະຖານທີ່ເບິ່ງແຍງ ພວກເດັກນ້ອຍ ໃນ ລັດຟລໍຣິດາ ທີ່ຖືກແຍກຈາກພໍ່ແມ່ເຂົາເຈົ້າ ແຕ່ເຈົ້າໜ້າທີ່ຂອງລັດແລະທ້ອງຖິ່ນ 5 ຄົນ
ໄດ້ຖືກປະຕິເສດ ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສະ ຖານທີ່ດັ່ງກ່າວ.

ສະມາຊິກລັດຖະສະພາກຸ່ມນີ້ ແມ່ນຜູ້ແທນຈາກລັດຟລໍຣິດາ ແລະທ່ານບິລ ແນລສັນ ນຶ່ງໃນສະມາຊິກສະພາສູງ 2 ຄົນຂອງລັດຟລໍຣິດາ.

ໃນການຖະແຫຼງຕໍ່ພວກນັກຂ່າວຫຼັງຈາກການຢ້ຽມຢາມແລ້ວ ທ່ານແນລສັນໄດ້ກ່າວ
ວ່າ ບ່ອນພັກເຊົາຊົ່ວຄາວໂຮມສະເຕດສຳລັບພວກເດັກນ້ອຍທີ່ບໍ່ມີພໍ່ແມ່ຫຼືຜູ້ປົກຄອງ
ມານຳ ຊຶ່ງໃນເວລານີ້ ມີພວກເດັກນ້ອຍເກືອບ 1,200 ຄົນນັ້ນແມ່ນ “ຈົບດີ” ແຕ່ທ່ານ
ກໍເວົ້າວ່າ ພວກທ່ານບໍ່ໄດ້ຮັບອະນຸຍາດ ໃຫ້ພົບພໍ້ ກັບພວກເດັກນ້ອຍ ຫຼືບຸກຄົນທີ່ຮັບ
ຜິດຊອບ ໃນການເຕົ້າໂຮມຄອບຄົວ. ພວກເດັກນ້ອຍສ່ວນໃຫຍ່ເປັນພວກທີ່ຕ່ຳກວ່າ
ກະສຽນ ບໍ່ມີພໍ່ແມ່ຫຼືຜູ້ປົກຄອງຕິດຕາມມານຳ ເວລາຖືກຈັບ ຂະນະທີ່ຂ້າມຊາຍແດນ ເຂົ້າມາໃນສະຫະລັດ.

ທ່ານກ່າວຕໍ່ວີໂອເອ ພະແນກພາສາສະແປນນິສວ່າ ມີພວກເດັກນ້ອຍ 70 ຄົນໄດ້ຖືກ
ແຍກຈາກຄອບຄົວເຂົາເຈົ້າ ຢູ່ໃນສະຖານທີ່ແຫ່ງນີ້ “ສ່ວນໃຫຍ່ແລ້ວໄດ້ໂອ້ລົມກັບພໍ່
ແມ່ເຂົາເຈົ້າໂດຍທາງໂທລະສັບ.”

ທ່ານແນລສັນກ່າວວ່າ “ຂ້າພະເຈົ້າຖາມວ່າ ໄດ້ເຮັດຫຍັງລົງໄປແດ່ແລ້ວເພື່ອຈະໃຫ້
ພວກເດັກນ້ອຍໄດ້ພົບພໍ້ ກັບພໍ່ແມ່ເຂົາເຈົ້າ ທີ່ຖືກແຍກອອກຈາກກັນນັ້ນ ແລະພວກ
ເຂົາເຈົ້າເວົ້າວ່າ ເຂົາເຈົ້າຍັງບໍ່ທັນໄດ້ຮັບຄຳສັ່ງໃດໆກ່ຽວກັບເລື້ອງນີ້.”

ກະຊວງຮັກສາຄວາມປອດໄພພາຍໃນ ໄດ້ອອກຖະແຫຼງການສະບັບນຶ່ງໃນແລງວັນ
ເສົາວານນີ້ກ່າວວ່າ ທາງກະຊວງເອງພ້ອມທັງກະຊວງສາທາລະນະສຸກ ແລະສັງຄົມ
ສົງເຄາະ ໄດ້ຈັດຕັ້ງຂັ້ນຕອນ ເພື່ອຄ້ຳປະກັນ ໃຫ້ບັນດາສະມາຊິກ ໃນຄອບຄົວຮູ້ຈັກ
ບ່ອນຢູ່ ຂອງພວກລູກເຕົ້າເຂົາເຈົ້າ ແລະໄດ້ຕິດຕໍ່ກັນເປັນປະຈຳ ຫຼັງຈາກຖືກແຍກ
ຈາກກັນແລ້ວ.

ຖະແຫຼງການກ່າວຕໍ່ໄປວ່າ ຂັ້ນຕອນດັ່ງກ່າວ ແມ່ນໄດ້ “ມີການປະສານງານກັນເປັນ
ຢ່າງດີ” ແລະລັດຖະບານສະຫະລັດ “ຮູ້ຈັກສະຖານທີ່ຂອງພວກເດັກນ້ອຍ ທີ່ຖືກຕົນ ກັກໄວ້ທັງໝົດ ແລະກຳລັງເຮັດວຽກເພື່ອເຕົ້າໂຮມພວກເຂົາກັບຄອບຄົວ.”

ທ່ານແນລສັນ ຊຶ່ງເປັນສະມາຊິກສະພາສູງ ສັງກັດພັກເດໂມແຄຣັດຈາກລັດຟລໍຣິດາ
ໄດ້ຖືກປະຕິເສດບໍ່ໃຫ້ເຂົ້າໄປໃນສະຖານທີ່ດັ່ງກ່າວໃນຕົ້ນອາທິດແລ້ວ ແຕ່ສະມາຊິກ
ສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດຟລໍຣິດາ ທ່ານມາໂກ ຣູບີໂອ ໄດ້ຮັບອະນຸ
ຍາດໃຫ້ເຂົ້າໄປຢ້ຽມຢາມໃນມື້ວັນສຸກຜ່ານມາ ເຖິງແມ່ນວ່າ ທ່ານບໍ່ໄດ້ຮັບອະນຸຍາດ
ໃຫ້ພົບພໍ້ກັບບຸກຄົນທີ່ຮັບຜິດຊອບໃນການເຕົ້າໂຮມຄອບຄົວກໍຕາມ. ສ່ວນພວກເຈົ້າ
ໜ້າທີ່ຂອງລັດ ແລະທ້ອງຖິ່ນ ໄດ້ຖືກປະຕິເສດ ໃນວັນເສົາວານນີ້ ໂດຍແຈ້ງໃຫ້ຊາບ
ວ່າ ເຂົາເຈົ້າຕ້ອງຂໍອະນຸຍາດ 2 ອາທິດລ່ວງໜ້າ.

Guatemalan Migrant Mother, Son Reunited
please wait

No media source currently available

0:00 0:01:13 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG