ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສືບສວນຫາສາເຫດ ນໍ້າມັນຮົ່ວທີ່ໃຫຍ່ທີ່ສຸດ ນອກຊາຍຝັ່ງລັດຄາລິຟໍເນຍຂອງສະຫະລັດ


ພວກພະນັກງານຍັງທໍາຄວາມສະອາດນໍ້າມັນ ຢູ່ເຂດເວັທແລນດ໌ ທອລເບີທ ມາສ ຫຼັງຈາກການຮົ່ວໄຫຼຂອງນໍ້າມັນຢູ່ເທິງຫາດ ຮັນທິງຕັນ, ລັດຄາລິຟໍເນຍ, ວັນທີ 4 ຕຸລາ, ປີ 2021.
ພວກພະນັກງານຍັງທໍາຄວາມສະອາດນໍ້າມັນ ຢູ່ເຂດເວັທແລນດ໌ ທອລເບີທ ມາສ ຫຼັງຈາກການຮົ່ວໄຫຼຂອງນໍ້າມັນຢູ່ເທິງຫາດ ຮັນທິງຕັນ, ລັດຄາລິຟໍເນຍ, ວັນທີ 4 ຕຸລາ, ປີ 2021.

ເຈົ້າໜ້າທີ່ ໄດ້ສືບສວນການຮົ່ວໄຫຼທີ່ໃຫຍ່ທີ່ສຸດຂອງນໍ້າມັນ ຢູ່ລັດຄາລິຟໍເນຍກໍາລັງພະຍາຍາມກວດສອບເບິ່ງວ່າ ແມ່ນທໍ່ສົ່ງນໍ້າມັນ ທີ່ຢູ່ໃຕ້ພື້ນນໍ້າທະເລທີ່ປ່ອຍ ນໍ້າມັນດິບຈໍານວນ 572,807 ລິດລົງສູ່ມະຫາສະໝຸດປາຊີຟິກນັ້ນໄດ້ຮັບຄວາມເສຍຫາຍ ຈາກສະໝໍເຮືອຫຼືບໍ່.

ທ່າເຮືອຂອງນະຄອນລອສ ແອນເຈລລິສ ແລະລອງ ບີສ, ແມ່ນເປັນທ່າເຮືອ 2 ແຫ່ງ ທີ່ມີເຮືອບັນທຸກຕູ້ຄອນເທນເນີ້ເຂົ້າອອກຫຼາຍທີ່ສຸດໃນສະຫະລັດ, ອີງຕາມການລາຍງານໃນເວັບໄຊສ໌ ຂອງພວກເຂົາເຈົ້າ. ລວມກັນແລ້ວ, ແມ່ນມີເຮືອບັນທຸກສິນຄ້າຫຼາຍກວ່າ 100 ລໍາຕໍ່ມື້, ແລະບັນດາເຮືອດັ່ງກ່າວກໍແລ່ນຜ່ານ ແລະຈອດຖີ້ິ້ມສະໝໍ ຢູ່ໃນບໍລິເວນທີ່ທໍ່ສົ່ງນໍ້າມັນຜ່ານ.

“ພວກເຮົາກໍາລັງກວດສອບເບິ່ງຢູ່ວ່າ ຖ້າມັນໜ້າຈະເປັນສະໝໍຈາກເຮືອ, ແຕ່ຕອນນີ້ ມັນແມ່ນຂັ້ນຕອນຂອງການປະເມີນຜົນ,” ນັ້ນຄືຄຳເວົ້າຂອງຮ້ອຍຕີຈາກ
ໜ່ວຍຍາມຝັ່ງ ຈີນນີ ເຊ ໄດ້ກ່າວ.

ໃນຂະນະດຽວກັນ, ປະຊາຊົນຜູ້ທີ່ຢູ່ອາໄສໃນເຂດຮັນທິງຕັນ ບີສ, ລັດຄາລິຟໍເນຍກ່າວວ່າ ເຈົ້າໜ້າທີ່ເລີ້ມປະຕິບັດງານຊ້າຫຼາຍໃນການຮັບມືຕໍ່ການຮົ່ວໄຫຼຂະໜາດໃຫຍ່ ຂອງນໍ້າມັນຢູ່ບໍລິເວນນອກຊາຍຝັ່ງດັ່ງກ່າວ.

ການຮົ່ວໄຫຼຂອງນໍ້າມັນ, ໄດ້ເຮັດໃຫ້ຊາຍຫາດເປິເປື້ອນ ແລະເບິ່ງຄືວ່າເປັນການຄຸກຄາມຕໍ່ສິ່ງທີ່ມີຊີວິດທັງຫຼາຍ, ແລະເຊື່ອວ່າມາຈາກການຮົ່ວຂອງທໍ່ສົ່ງນໍ້າມັນທີ່ຢູ່ໃຕ້ນໍ້ານັ້ນເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG