ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງ ມີການພິຈາລະນາ ແຕ່ງຕັ້ງ ຜູ້ບັນຊາ ຄົນໃໝ່ ໃນອັຟການິສຖານ


ພົນໂທ ສກັອດ ມີລເລີ (Scott Miller) ທີ່ປະຕິບັດໜ້າທີ່ ເປັນຜູ້
ບັງຄັບບັນຊາໃນໜ່ວຍສືບລັບ
ພົນໂທ ສກັອດ ມີລເລີ (Scott Miller) ທີ່ປະຕິບັດໜ້າທີ່ ເປັນຜູ້ ບັງຄັບບັນຊາໃນໜ່ວຍສືບລັບ

ພົນໂທ ສກັອດ ມີລເລີ (Scott Miller) ຄາດວ່າ ຈະໄດ້ຮັບການສະເໜີຊື່ເພື່ອແຕ່ງຕັ້ງ
ໃຫ້ເປັນຜູ້ບັນຊາການກຳລັງສະຫະລັດແລະນາໆຊາດຢູ່ໃນອັຟການິສຖານ ອີງຕາມ
ຄຳເວົ້າຂອງເຈົ້າໜ້າທີ່ຄົນນຶ່ງ ທີ່ຮູ້ເລື້ອງດີ ກ່ຽວກັບຂັ້ນຕອນ ການແຕ່ງຕັ້ງ ໄດ້ກ່າວຕໍ່
ວີໂອເອ.

ກຳລັງນາໆຊາດ ພາຍໃຕ້ການນຳພາຂອງສະຫະລັດໃນອັຟການິສຖານ ໃນປັດຈຸບັນນີ້ ແມ່ນຢູ່ພາຍໃຕ້ການບັງຄັບບັນຊາຂອງນາຍພົນສະຫະລັດ ທ່ານຈອນ ນິໂຄລສັນ (John Nicholson). ທ່ານໄດ້ເຂົ້າຮັບຕຳແໜ່ງເປັນຜູ້ບັນຊາການ ມາແຕ່ເດືອນມີນາ ປີ 2016.

ການພິຈາລະຈາ ກ່ຽວກັບການແຕ່ງຕັ້ງ ນາຍພົນມິລເລີ ຈະຕ້ອງໄດ້ຮັບການຕັດສິນຂັ້ນ
ສຸດທ້າຍໂດຍທຳນຽບຂາວ ແລະຫຼັງຈາກນັ້ນ ກໍຈະຕ້ອງໄດ້ຮັບການຢືນຢັນຈາກສະພາ
ສູງ.

ປັດຈຸບັນນີ້ ນາຍພົນມິລເລີ ເປັນຜູ້ນຳພາກອງບັນຊາການປະຕິບັດງານພິເສດຂອງກອງ
ທັບສະຫະລັດ.

ຖ້າຫາກມີການສະເໜີແຕ່ງຕັ້ງແລະຮັບຮອງເອົາແລ້ວ ນາຍພົນມິລເລີກໍຈະເປັນນາຍພົນ
ອາເມຣິກັນຄົນທີ 9 ທີ່ກຳກັບນຳການເຮັດສົງຄາມເປັນເວລາ 17 ປີຢູ່ອັຟການິສຖານ. ທຳນຽບຫ້າແຈຍັງບໍ່ທັນໃຫ້ການຢືນຢັນກ່ຽວກັບການເລືອກເອົານາຍພົນມິລເລີເທື່ອ.

ໂຄສົກຂອງທຳນຽບຫ້າແຈ ທ່ານເອດຣຽນ ແຣນໄຄນ໌-ກາລໂລເວ ກ່າວຕໍ່ວີໂອເອວ່າ “ພວກເຮົາຍັງບໍ່ມີຫຍັງ ທີ່ຈະປະກາດໃນເວລານີ້ເທື່ອ.”

ນາຍພົນມິລເລີ ທີ່ມີຊອບເປັນການປະຕິບັດງານພິເສດນັ້ນ ໄດ້ຮັບດາວທອງສຳລິດ
ຈາກການປະຕິບັດງານຢູ່ໂຊມາເລຍ ແລະນອກນັ້ນ ຍັງເຄີບຮັບໃຊ້ຢູ່ອັຟການິສຖານ
ແລະອີຣັກນຳດ້ວຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG