ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ເຈົ້າ​ໜ້າ​ທີ່ ສືບ​ສວນ ການ​​ແຜ່ລະ​ບາດ ຂອງເຊື້ອ HIV ຢ່າງ​ຮຸນ​ແຮງ ຢູ່​ພາກ​ໃຕ້ ​ປາ​ກິ​ສ​ຖານ


ພວກ​ຄົນ​ປ່ວ​ຍເຊື້ອ HIV ເຂົ້າ​ຮ່​ວມ​ການອົບ​ໂຮມຢູ່ອົງ​ການ ​ສັງ​ຄ​ົມ​ປາ​ກິ​ສ​ຖານ ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.
ພວກ​ຄົນ​ປ່ວ​ຍເຊື້ອ HIV ເຂົ້າ​ຮ່​ວມ​ການອົບ​ໂຮມຢູ່ອົງ​ການ ​ສັງ​ຄ​ົມ​ປາ​ກິ​ສ​ຖານ ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ ປ​າ​ກິສ​ຖານ ແລະອົງ​ການ​ສະ​ຫະ​ປະ​ຊ​າ​ຊ​າດ ກຳ​ລັງ​ສືບ​ສວນສອບ
​ສວນສາ​ເຫດ​ການ​ລະ​ບ​າດຄັ້ງ​ໃໝ່​ຂອງ​ການ​ຕິດເຊື້ອ HIV ຢູ່​ເຂດພາກ​ໃຕ້ ບ່ອນ​ທີ່​ເກືອບ
400 ຄົນ​ຖືກ​ກວດ​ພົບ​ເຫັນບໍ່​ເຖິງ​ສອງ​ອາ​ທິດທີ່​ຜ່ານ. ພວກ​ເຈົ້າ​ໜ້າໄດ້ທີ່​ຢືນ​ຢັນ​ໃນ​ວັນ
​ເສົາ​ວານ​ນີ້​ວ່າ ເກືອບ 80 ເປີ​ເຊັນ ແມ່ນ​ພ​ວກ​ເດັກ​ນ້ອຍ,ເກືອບ​ເຄິ່ງ​ນຶ່ງໃນ​ນັ້ນ​ມີ​ອາ​ຍຸ​ຕ່ຳ
​ກວ່າ​ຫ້າ​ປີ.

ສື່​ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ເລີ້ມ​ລາຍ​ງານ ​ກ່ຽວ​ກັບ ​ການ​ແຜ່​ລະ​ບາດ​ສອງ​ອາ​ທິດທີ່​ຜ່ານ​ມາ​
ກ່ອນ​ຈາກເມືອງ ລາກາ​ນາ, ເປັນ​ເມືອງທີ່​ຕັ້ງ​ຢູ່​ໃນ ​ແຂວງ ​ຊິນ (Sindh) ຊຶ່ງເຄີຍ​ປະ​ສົບ​
ກັບການ​ລະ​ບາດ​ສາມ​ຄັ້ງ ໃນ​ຫວ່າງສອງ​ສາມ​ປີ​ທີ່​ຜ່ານ​ມາ, ໄດ້ຖີ້​ມ​ໂທດ​ໃສ່ທ່ານ​ໝໍ​ທ້ອງ
​ຖິ່ນຄົນ​ນຶ່ງ ທີ່​ປິ່ນ​ປົວ​ຄົນ​ເຈັບ​ດ້ວຍ​ເຂັມ​ສັກ​ຢາ​ອັນ​ດຽວກັນ​ ແລະ​ເຂັ​ມ​ສັກ​ຢາທີ່​ແຜ່​ລະ​
ບາດ​ໄວ​ຣັ​ສ​ດັ່ງ​ກ່າວ, ເຊິ່ງ​ແມ່ນ​ສາ​ເຫດ​ຂອງ​ໂຣກເອ​ດ​ສ໌.

ລັດ​ຖະ​ບານ​ແຂວງໄດ້​ຮີບ​ຮ້ອນ​ນຳ​ເອົາ​ທີມ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ ໄປ​ເຂດ ທີ່​ຄາດ​
ວ່າ​ມີ​ພົນ​ລະ​ເມືອງ​ເຖິງ 1 ລ້ານ 5 ແສນ​ຄົນ ເພື່ອ​ປະ​ເມີນ​ສະ​ຖາ​ນະ​ການ ແລະ​ລະ​ດົມ
ແຫຼ່ງ​ຊັ​ບ​ພະ​ຍາ​ກອນຕ່າງໆ ​ເພື່ອກຳ​ຈັດ​ການ​ແຜ່​ລະ​ບາດ​ຂອງເຊື້ອ HIV. ນັບ​ຕັ້ງ​ແຕ່​ນັ້ນ​
ມາຫຼາຍກວ່າ 9,000 ຄົນໄດ້ຖືກຈັດໃຫ້ທຳການກວດຢ່າງໃຫຍ່ຢູ່ໃນເຂດທີ່ໄດ້ຮັບຜົນ
ກະ​ທົບ ແລະ​ ການ​ດຳ​ເນີນການ​ກໍ​ກຳ​ລັງ​ສືບ​ຕໍ່​ໄປ, ອີງ​ຕາມ​ການ​ກ່າວ​ຕໍ່​ນັກ​ຂ່າວ​ໂດຍທ່ານ​
ຊິ​ກັນ​ ດາ​ຣ ເມີ​ມອນ​ ຫົວ​ໜ້າ​ໂຄງ​ການ​ຄວບ​ຄຸມ AIDS ປະ​ຈຳ​ແຂວງ.

ໂຄ​ສົກ​ອົງ​ການ UNAIDS ໄດ້ກ່າວ​ຕໍ່ ວີ​ໂອ​ເອວ່າ ບັນ​ດາ​ຄູ່​ຮ່ວມງ​ານ​ສາ​ກົນ​ໄດ້​ເຂົ້າ​ຮ່ວມ
​ບັນ​ດາ​ທີມໃນ​ທ້ອງ​ຖິ່ນ ເພື່ອໃຫ້​ການ​ຊ່ວຍເຫຼືອ​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ​ການ​ແຜ່
​ລະ​ບາດຢ່າງ​ວ່ອງ​ໄວ ແລ​ະ ​ແກ້​ໄຂຄ​ວາມ​ຕ້ອງ​ການ​ຢ່າງ​ຮຸນ​ແຮງຂອງ​ຄົນ​ທີ່​ຕິດ​ເຊື້ອ HIV
ຮວມ​ທັງ​ການ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປິ່ນ​ປົວ ຮັກ​ສາ ແລະ ​ການ​ບໍ​ລິ​ການ​ຊ່ວຍ​ເຫຼືອ.

ນັກ​ເຄື່ອນ​ໄຫວ​ປາ​ກິ​ສ​ຖານ ຖື​ປ້າຍ​ສັນ​ຍາ​ລັກ ວັນ AIDS ໃນ​ນະ​ຄອ​ນລາ​ຮໍ ວັນ​ທີ 1 ທັນ​ວາ 2016.
ນັກ​ເຄື່ອນ​ໄຫວ​ປາ​ກິ​ສ​ຖານ ຖື​ປ້າຍ​ສັນ​ຍາ​ລັກ ວັນ AIDS ໃນ​ນະ​ຄອ​ນລາ​ຮໍ ວັນ​ທີ 1 ທັນ​ວາ 2016.

ສະ​ພາບ​ການ​ແມ່ນ​ໜ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງ. ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັບປະ​ກັນ​ວ່າ ການ​ສັກ
​ຢາ​ທີ່​ບໍ່​ປອດ​ໄພ ແລະ​ ການ​ປະ​ຕິ​ບັດ​ກ​ານປ່ຽນ​ເລືອດນັ້ນ ແມ່ນ​ກຳ​ລັງ​ຖືກ​ປະ​ຕິ​ບັດ​ຢູ່. ທ່ານ
​ຟາ​ມີ​ດາ ຄານ ໄດ້​ກ່າວ​ຢ້ຳ ແລະ​ ກ່າວ​ວ່າ ໄດ້​ມີ​ລາຍ​ງານ​ທີ່​ຢືນ​ຢັນ​ບໍ່​ໄດ້​ ກ່ຽວ​ກັບ ​ການ​ລະ
​ບາດ HIV ທີ່​ຄ້າຍ​ຄື​ ກັນ​ເກີດ​ຂຶ້ນ​ຢູ່​ອ້ອມ​ແອ້ມເຂດ​ເຫລົ່າ​ນີ້.

ແຂວງ ຊິນ​ ມີ​ພົນ​ລ​ະເມືອງ​ຢູ່ປະ​ມານ 48 ລ້ານ​ຄົນ, 43 ເປີ​ເຊັນຂອງ​ປະ​ຊາ​ຊົນປະ​ມານ 150,000 ຄົນຄາດ​ວ່າດຳ​ລົງ​ຊີ​ວິດຢູ່​ກັບ​ເຊື້ອ​ HIV ໃນ ​ປາ​ກິ​ສ​ຖານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG