ບັນດາເຈົ້າໜ້າທີ່ພະຍາກອນອາກາດ ກ່າວວ່າ ໃນຮອບ 12 ເດືອນທີ່ຜ່ານມານີ້ ສະແດງ
ໃຫ້ເຫັນວ່າເປັນຊ່ວງທີ່ມີອາກາດຮ້ອນທີ່ສຸດ ຢູ່ໃນປະຫວັດສາດຂອງສະ ຫະລັດອາເມຣິກາ.
ອົງການຄຸ້ມຄອງມະຫາສະມຸດ ແລະບັນຍາກາດແຫ່ງຊາດ ຂອງສະຫະລັດ ຫຼື NOAA ກ່າວ
ວ່າ ທຸກໆເດືອນນັບຕັ້ງແຕ່ເດືອນມິຖຸນາ ປີ 2011 ແລະສີ້ນສຸດລົງໃນເດືອນແລ້ວນີ້ ແມ່ນຈັດ
ເປັນຊຸມເດືອນທີ່ມີອາກາດຮ້ອນທີ່ສຸດເທົ່າທີ່ເຄີຍມີການຈົດບັນທຶກນັບແຕ່ປີ 1895 ເປັນຕົ້ນມາ
ແລະຍັງບໍ່ທັນໄດ້ນັບສະພາບອາກາດຮ້ອນເອົ້າທີ່ສຸດຂອງອາທິດທີ່ຜ່ານມານີ້ ພ້ອມທັງອຸນ
ຫະພູມໄດ້ຖີບໂຕຂຶ້ນສູງເປັນປະຫວັດການ ຫຼືສູງເທົ່າກັນກັບສະຖິຕິທີ່ເຄີຍໄດ້ບັນທຶກໄດ້ຢູ່ໃນ
ປະຊາຄົມຫລາຍໆແຫ່ງ.
ອົງການ NOAA ຍັງກ່າວອີກວ່າ ສະພາບອາກາດອົບອຸ່ນສຸດ ໃນເດືອນມີນາ ຜ່ານມາ ແລະ
ສະພາບອາກາດຮ້ອນເອົ້າທີ່ສຸດໃນເດືອນແລ້ວ ເທົ່າທີ່ເຄີຍຈົດບັນ ທຶກມາໃນສະຫະລັດ ໄດ້
ຊ່ວຍເຮັດໃຫ້ເຄິ່ງທຳອິດຂອງປີນີ້ເປັນໄລຍະທີ່ຮ້ອນເອົ້າທີ່ສຸດໃນປະຫວັດສາດ.
ບັນດານັກວິທະຍາສາດ ແລະນັກເຄື່ອນໄຫວ ໄດ້ເຕືອນວ່າ ຄວາມເປື້ອນເປີະ ຂອງບັນຍາກາດ
ອາດຈະນໍາໄປສູ່ສະພາບດິນຟ້າອາກາດທີ່ມີການປ່ຽນແປງຢ່າງໃຫ່ຍນັ້ນ ບັດນີ້ກ່າວວ່າ “ນີ້ລະຄື
ສະພາບອາກາດຮ້ອນເອົ້າຂອງໂລກ ທີ່ເຫັນເປັນຢ່າງນີ້.”