ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຈະຍົກເອົາ ບັນຫາສິດທິມະນຸດ ຂຶ້ນມາໂອ້ລົມ ລະຫວ່າງ ການຢ້ຽມຢາມຄິວບາ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈັບມືກັບປະທານາທິບໍດີຄິວບາ ທ່ານ Raul Castro .
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈັບມືກັບປະທານາທິບໍດີຄິວບາ ທ່ານ Raul Castro .

ນີ້​ແມ່ນການ​ຢ້ຽມຢາມປະ​ເທດ​ຄອມມິ​ວນິສ ທີ່​ໄດ້ມີ​ການ​ລໍຖ້າ​ມາ
​ເປັນ​ເວລາ​ເກືອບ​ໜຶ່ງ​ສັດຕະ​ວັດ.

ພຽງ​ແຕ່​ 14 ​ເດືອນ​ຫລັງ​ຈາກ​ໄດ້​ສັ່ງ​ໃຫ້​ຮື້​ຟື້ນຄວາມສຳພັນ​ທາງ​
ການ​ທູດ ກັບ​ຄິວ​ບາ ທ່ານ Barack Obama ຈະ​ເປັນປະທານາ
ທິບໍດີອາ​ເມຣິກັນ ຄົນ​ທຳ​ອິດ​ຢູ່​ໃນ​ຕຳ​ແໜ່​ງ ທີ່​ຈະ​ເດີນທາງ​ໄປນະ
ຄອນ​ຮາ​ວາ​ນາ ​ໃ​ນ​ໄລຍະ​ເກືອບ 90 ປີ.

​ຮອງ​ທີ່​ປຶ​ກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດປະຈຳ​ທຳນຽບຂາວ ທ່ານ
Ben Rhodes ກ່າວ​ຕໍ່ ບັ​ນດາ​ນັກ​ຂ່າວ ​ໃນ​ວັນ​ພະຫັດ​ວ່າ​ນນີ້​
ວ່າ “ພວກ​ເຮົາມອງເຫັນ​ວ່າ ​ເປັນ​ວິທີ​ນຶ່ງ ​ເພື່ອ​ຊຸກຍູ້​ໃຫ້​ຂັ້ນຕອນ​
ກາ​ນສ້າງ​ຄວາມ​ສຳພັ​ນປົກກະຕິຊຶ່ງ​ພະຍາຍາມ​ຈະ​ໃຫ້ ບັນລຸ​ການ​ເປີດ​ກວ້າງ​ຫຼາຍຂຶ້ນລະ
ຫວ່າງສະຫະລັດ ​ແລະ​ຄິວ​ບາໃນ​ດ້ານ​ການ​ຄ້າ ​ແຕ່​ຍັງ​ສະໜັບ​ສະ​ໜູນ ​ແລະສ້າງ​ຄວາມ​
ກ້າວໜ້າ​ໃຫ້​ແກ່​ຫຼັກ​ຄຸນ​ຄ່າ​ ທີ່ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​.”

ທ່ານ Rhodes ກ່າວ​ວ່າ ປະທານາທິບໍດີ ຈະ​ກ່າວ​ຢ້ຳ​ເຖິງ​ຫລັກ​ຄຸນຄ່າ​ສາກົນ​ເຫລົ່ານັ້ນ​ໃນ
ລະຫວ່າງ​ການເດີນທາງ​ໄປ​ຢ້ຽມຢາມໃນວັນທີ 21 ຫາ 22 ມີນາ ​ໃນ​ຂະນະ​ທີ່ທ່ານ​ພົບ​ປະ​ກັບ​ບັນດາ​ພວກ​ຄັດຄ້ານ​ລັດຖະບານ​ຄິວ​ບາ ສະມາຊິກ ຂອງກຸ່ມ​ສັງ​ຄົມ​ພົນລະ​ເຮືອນ ​ແລະ​ລັດຖະບານ​ຄິວ​ບາ.

U.S. Deputy National Security Adviser Ben Rhodes' remarks on President Obama's Cuba trip
please wait

No media source currently available

0:00 0:00:21 0:00

ໂດຍ​ສະ​ເພາະ​ແລ້ວ ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ກ່າວ​ວ່າ ທ່ານ Obama ຈະ​ຍົກເອົາເລື້ອງ​
ການ​ກັກ​ຂັງ ​ແລະ​ການຮາວີ​ລົບ​ກວນ ​ຕໍ່​ພວກ​ທີ່​ຕ້ອງການສະ​ແດງ​ອອກ​ຊຶ່ງສິດທິ​ພື້ນຖານ
​ຂອງ​ເຂົາ​ເຈົ້າ ຂຶ້ນມາ​ໂອ້​ລົມມາ​ກັບບັນດາ​ເຈົ້າ​ໜ້າ​ທີ່ຄິວ​ບາ.

​ແຕ່​ວ່າ​ເປັນ​ຫຍັງ ປະທານາທິບໍດີ ຈຶ່ງ​ທຳ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​ດຽວ​ນີ້ ທ່າມ
ກາງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບການລະ​ເມີດ​ສິດທິມະ​ນຸດ ທີ່​ຍັງ​ມີ​ຢູ່​ຕໍ່​ມາ.

ທ່ານ Ben Rhodes ​ໃຫ້​ຂໍ້​ສັງ​ເກດ​ວ່າ “ຖ້າບໍ່​ເດີ​ນທາງ​ໄປ ​ແລະ​ປ່ອຍ​ໃຫ້ຄິວ​ບາຢູ່ໂດດ
ດ່ຽວມັນ​ກໍ​ຈະ​ບໍ່​ຊ່ວຍ​ສ້າງ​ຄວາມ​ຄືບ​ໜ້າ​ຕໍ່ບັນຫາເຫລົ່ານັ້ນ ທີ່​ພວກ​ເຮົາ​ຈະ​ຢູ່​ໃນ​ທ່າ​ທີ​ທີ່​
ດີຂຶ້ນ ເພື່ອໃຫ້ການ​ສະ​ໜັບສະ​ໜຸນ​ໃນ​ດ້ານ​ສິດທິ​ມະນຸດ ​ແລະ​ສະໜັບສະໜູນ​ໃຫ້ຊາວ​
ຄິວ​ບາ ມີ​ຊີວິດການ​ເປັນ​ຢູ່​ທີ່ດີ ໂດຍ​ການ​ພົວພັນ​ເຂົາ​ເຈົ້າ ​ແລະ​ຍົກ​ບັນຫາ​ເຫລົ່າ​ນີ້ຂຶ້ນ
ມາ​ໂອ້​ລົມ​ກັນໂດຍ​ກົງ​.”​

ທ່ານ Obama ຊຶ່ງ​ຮວມ​ທັງ​ສະຕີ​ໝາຍເລກ​ໜຶ່ງ ຈະ​ຈັດການ​ສົນທະນາ​ສອງ​ຝ່າຍກັບ ປະທານາທິບໍດີ ຄິວ​ບາ ທ່ານ Raul Castro ​ແຕ່​ວ່າ ບໍ່​ມີ​ແຜນ ທີ​່ຈະ​ພົບ​ປະ​ກັບ​ອ້າຍ
ຂອງທ່ານ ຄື​ທ່ານ Fidel Castro ຜູ້ນຳ​ການ​ປະຕິວັດ ທີ່​ໄດ້ເຂົ້າຍຶດອຳນາດ​ໃນ​ຄິວ​ບາ
ຫລາຍ​ກວ່າ​ເຄິ່ງສັດຕະ​ວັດ​ທີ່​ຜ່າ​ນມາ ​ແຕ່​ໄດ້​ອອກ​ບຳນານ​ແລ້ວ ເນື່ອງຈາກບັນຫາ
​ດ້ານ​ສຸຂະພາບ.

President Obama Announces Reestablishment of US-Cuba Relations
please wait

No media source currently available

0:00 0:06:36 0:00
ລິງໂດຍກົງ
XS
SM
MD
LG