ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາ ຈະເດີນທາງ ຢ້ຽມຢາມ ປະເທດ ຄິວບາ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະ ປະທານປະເທດ ຄິວບາ ທ່ານ Raul Castro ພົບປະກັນໃນການເຈລະຈາບໍ່ເປັນທາງການ ນອກກອງປະຊຸມສຸດຍອດ ປະເທດ ອາເມຣິກາ ໃນນະຄອນຫຼວງ ປານາມາ 11 ເມສາ, 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະ ປະທານປະເທດ ຄິວບາ ທ່ານ Raul Castro ພົບປະກັນໃນການເຈລະຈາບໍ່ເປັນທາງການ ນອກກອງປະຊຸມສຸດຍອດ ປະເທດ ອາເມຣິກາ ໃນນະຄອນຫຼວງ ປານາມາ 11 ເມສາ, 2015.

ການຢ້ຽມຢາມປະເທດ ຄິວບາ ຂອງທ່ານ ບາຣັກ ໂອບາມາ ໃນ ເດືອນໜ້ານີ້​ແມ່ນ​ສະ​ແດງ​ໃຫ້​ເຫັນເຖິງບາດກ້າວທີ່ສຳຄັນໃນຄວາມ ພະຍາຍາມ ຂອງທ່ານປະທານາທິບໍດີເພື່ອປັບປຸງສາຍພົວພັນຂອງ ສະຫະລັດ ກັບປະເທດທີ່ນຳພາໂດຍພັກຄອມມູນິສ. ການເຄື່ອນ ໄຫວດັ່ງກ່າວ ​ເຊິ່ງຈະຖືກປະກາດໃນວັນພະຫັດມື້ນີ້, ຍັງ​ສະເໜີວ່າ ທ່ານ ໂອບາມາ ຍັງຄົງມີກຳນົດທີ່ຈະຜັກດັນ ໃນສິ່ງທີ່ທ່ານເຫັນວ່າ ເປັນມູນເຊື້ອຂອງຄວາມສຳ ເລັດກ່ອນທີ່ທ່ານຈະອອກຈາກການ ກຳຕຳແໜ່ງ ປີໜຶ່ງນັບຈາກດຽວນີ້ເປັນຕົ້ນໄປ.

ນັບຕັ້ງແຕ່ການພັດທະນາຄວາມສຳພັນລະຫວ່າງ ປະເທດທັງ​ສອງ ຫຼັງຈາກທີ່ບໍ່ເປັນມິດກັນມາກ່ອນ ໄດ້ຖືກປະກາດໃນເດືອນພະຈິກ 2014, ທ່ານ ໂອບາມາ ໄດ້ມີຄວາມກ້າວໜ້າຢ່າງສະໝ່ຳສະເໜີໃນການທັບມ້າງສິ່ງກີດຂວາງ ທາງດ້ານການທູດ ກັບອະດີດສັດຕູສະໄໝສົງຄາມ ​ເຢັນ. ຄວາມສຳເລັດໄດ້ລວມມີການຟື້ນຟູ ສາຍພົວພັນທາງການທູດ ແລະ ເປີດຄືນໃໝ່ສະຖານທູດໃນນະຄອນຫຼວງຂອງແຕ່ລະປະ ເທດ. ສະຫະລັດ ໄດ້ລຶບ​ ຄິວບາ ອອກຈາກລາຍຊື່ຂອງປະເທດທີ່ໃຫ້ການສະໜັບສະໜູນຕໍ່ລັດ ທິກໍ່ການຮ້າຍ. ທ່ານ ໂອບາມາ ແລະ ປະທານປະເທດ ຄິວບາ ທ່ານ Raul Castro ໄດ້ລົມກັນ ຢ່າງເປັນປະຈຳ ແລະ ເຄີຍພົບປະກັນ 2 ເທື່ອ​ແລ້ວ.

ທ່ານ ໂອບາມາ ໄດ້ເຮັດວຽກຢ່າງໜັກເພື່ອຮັບປະກັນວ່າ ການສ້າງມິດຕະພາບນຳກັນອີກຄັ້ງ ຈະມີຫຼາຍກວ່າສັນຍາລັກຄວາມສຳຄັນເທົ່ານັ້ນ. ໃນການໃຊ້ສິດອຳນາດພິເສດຂອງທ່ານ, ທ່ານໄດ້ຍົກ​ເລີີກຂໍ້ຫ້າມທີ່ມີມາແຕ່ດົນນານ ກ່ຽວກັບການເຮັດທຸລະກິດ, ການລົງທຶນ ແລະ ການເດີນທາງ​ໄປ ຄິວບາ ຂອງ ສະຫະລັດ. ການເອົາບາດກ້າວໃໝ່ຄັ້ງຫຼ້າສຸດນີ້ໄດ້ເກີດຂຶ້ນໃນ ສັບປະດາທີ່ຜ່ານມາ, ເມື່ອທັງສອງປະເທດ ໄດ້ບັນລຸການຈັດການເພື່ອຟຶ້ນຟູຖ້ຽວບິນພານິດ ລະຫວ່າງປະເທດໃນຮອບຫຼາຍກວ່າ 50 ປີ.

ມັນມີຂໍ້ຈຳກັດຕໍ່ສິ່ງທີ່ທ່ານ ໂອບາມາ ສາມາດປະສົບຜົນສຳເລັດດ້ວຍຕົວຂອງທ່ານເອງ. ການ ປິດລ້ອມທາງເສດຖະກິດຂອງ ສະຫະລັດ ຕໍ່ ຄິວບາ, ເຊິ່ງໄດ້ຖືກກຳນົດໄວ້ເປັນເວລາຫຼາຍທົດ ສະວັດແລ້ວນັ້ນ, ມັນຈະສາມາດຖືກລົບລ້າງໄດ້ໂດຍລັດຖະສະພາເທົ່ານັ້ນ. ເຖິງແມ່ນວ່າການ ສະໜັບສະໜູນການປິດລ້ອມທາງເສດຖະກິດແມ່ນກຳລັງຫຼຸດຜ່ອນລົງ, ແຕ່ມັນກໍຍັງໄດ້ຮັບ ການສະໜັບສະໜູນຢ່າງກວ້າງຂວາງ ໂດຍບັນດາສະມາຊິກສະພາຈາກທັງສອງພັກການ ເມືອງຜູ້ທີ່ກ່າວວ່າການຍົກເລີກຂໍ້ຫ້າມອາດຈະເປັນລາງວັນພິເສດ ໃຫ້ກັບປະເທດໜຶ່ງໃນພາກ ພື້ນ ອາເມຣິກາ ລາຕິນ ເຊິ່ງມີ​ການ​ກົດ​ຂີ່​ທາງ​ການ​ເມືອງ​ຮ້າຍ​ແຮງ ທີ່ສຸດໃນໂລກ.

President Obama Announces Reestablishment of US-Cuba Relations
please wait

No media source currently available

0:00 0:06:36 0:00
ລິງໂດຍກົງ

XS
SM
MD
LG