ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈ​ົ້າ​ໜ້າ​ທີ່​ຢ້ານ​ວ່າ ການ​ບິດ​ເບືອນ​ຂໍ້​ມູນ ອາດ​ກໍ​່ໃຫ້​ເກີດ​ຄວາມ​ຮຸນ​ແຮງ ໃນ​ການ​ເລືອກ​ຕັ້ງ ສະ​ຫະ​ລັດ


ທ່ານ​ນາງ ເຈັນ ອີ​ສ​ເຕີ​ລີ, ຜູ້​ອຳ​ນວຍ​ການ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ພື້ນ​ຖານ​ໂຄງ​ລ່າງ ສະ​ຫະ​ລັດ ຫຼື CISA, 14 ສິ​ງ​ຫາ 2021.
ທ່ານ​ນາງ ເຈັນ ອີ​ສ​ເຕີ​ລີ, ຜູ້​ອຳ​ນວຍ​ການ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ພື້ນ​ຖານ​ໂຄງ​ລ່າງ ສະ​ຫະ​ລັດ ຫຼື CISA, 14 ສິ​ງ​ຫາ 2021.

ຍັງ​ເຫຼືອ​ເວ​ລາ​ພຽງ​ນຶ່ງ​ອາ​ທິດ​ກໍ​ຈະ​ຮອດ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ສະ​ຫະ​ລັດ​ ແລ້ວ, ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສທີ່​ສຳ​ຄັນ​ຂອງ ສະ​ຫະ​ລັດ ຄົນ​ນຶ່ງ ​ແມ່ນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ​ການ​ໃຫ້​ຂໍ້​ມູນ​ທີ່​ຜິດ ຫຼື ການ​ປະ​ຕິ​ບັດ​ການ​ຊັກ​ຈູງ​ໂດຍ​ສັດ​ຕູ​ຂອງ ສະ​ຫະ​ລັດ, ອາດ​ກໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຢູ່​ສະ​ຖານ​ທີ່​ເລືອກ​ຕັ້ງ.

ເປັນ​ເວ​ລາຫຼາຍ​ອາ​ທິດ​ແລ້ວ, ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຈາກ​ອົງ​ການ​ສັນ​ຕິ​ບານ​ກາງ ແລະ ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ພົບ​ຮ່ອງ​ຮອຍ​ຂອງ​ໄພ​ຂົ່ມ​ຂູ່​ທີ່​ສະ​ເພາະ​ເຈາະ​ຈົງ ຫຼື ໜ້າ​ເຊື່ອ​ຖື​ຕໍ່​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ທີ 8 ພະ​ຈິກນີ້.

ແຕ່​ມີ​ເຈົ້າ​ໜ້າ​ທີ່ຫຼາຍກວ່າເກົ່າ​ທີ່​ໄດ້​ສະ​ແດງ​ຄວາມ​ຢ້ານ​ກົວ ກ່ຽວ​ກັບ ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດຫຼາຍ​ຂຶ້ນ ທີ່​ໄດ້​ເກີດ​ຢູ່​ໃນຫຼາຍ​ພາກ​ສ່ວນ​ຂອງ​ປະ​ເທດ ແລະ ກ່ຽວ​ກັບ​ວິ​ທີ​ທີ່​ມັນ​ອາດ​ເປັນ​ໃນ​ວັນ​ເລືອກ​ຕັ້ງ ເວ​ລາ​ທີ່ມີ​ການ​ອະ​ທິ​ບາຍ​ທີ່​ຜິດ ແລະ ຂໍ້​ມູນ​ທີ່ບໍ່​ຖືກ​ຕ້ອງ​ປະ​ສົມ​ກັນ, ເຊິ່ງ​ບາງ​ຄັ້ງ​ມາ​ຈາກ​ຕ່າງ​ປະ​ເທດ​ຄື ຮັດ​ເຊຍ, ຈີນ ແລະ ອີ​ຣ່ານ.

ທ່ານ​ນາງ ເຈັນ ອີ​ສ​ເຕີ​ລີ, ຜູ້​ອຳ​ນວຍ​ການ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ພື້ນ​ຖານ​ໂຄງ​ລ່າງ ສະ​ຫະ​ລັດ ຫຼື CISA ໄດ້​ກ່າວ​ວ່າ “ມັນ​ເປັນ​ບັນ​ຫາ​ທີ່​ສຳ​ຄັນ.”

ທ່ານນ​າງ​ໄດ້​ກ່າວ​ວ່າ “ເຈົ້າ​ມີ​ການ​ບິດ​ເບືອນ​ຂໍ້​ມູນ ແລະ ການ​ໃຫ້​ຂໍ້​ມູນ​ທີ່ບໍ່​ຖືກ​ຕ້ອງ, ເຊິ່ງ​ອາດ​ຖືກ​ໃຊ້​ໂດຍ​ສັດ​ຕູ​ຕ່າງ​ປະ​ເທດ​ເພື່ອ​ສ້າງ​ຄວາມ​ຂັດ​ແຍ້ງ​ໃນ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ເພື່ອ​ທຳ​ລາຍ​ຄວາມ​ໝັ້ນ​ໃຈ​ໃນ​ຄວາ​ມ​ຊື່​ສັດ​ຂອງ​ການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ ແລະ ເພື່ອ​ຍຸ​ແຍ່​ຄວາມ​ຮຸນ​ແຮງ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ.”

ທ່ານ​ນາງ ອີ​ສ​ເຕີ​ລີ ໄດ້​ກ່າວ​ເພີ່ມ​ວ່າ “ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ຕໍ່​ຮ່າງ​ກາຍ​ທີ່​ເປັນ​ຕາ​ຢ້ານ​ພວກ​ນີ້ ໃນ​ລະ​ດັບ​ທີ່ບໍ່​ເຄີຍ​ເຫັນ​ມາ​ກ່ອນ, ໄພ​ຂອງ​ການ​ຂົ່ມ​ຂູ່, ຄວາມ​ຮຸນ​ແຮງ, ການ​ຮາ​ວີ​ລົບ​ກວນ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ, ສະ​ຖານ​ທີ່​ເລືອກ​ຕັ້ງ ແລະ ຜູ້​ລົງ​ຄະ​ແນນ​ສຽງ.”

ອົງ​ການ CISA, ເຊິ່ງ​ມີ​ໜ້າ​ທີ່​ເປັນ​ອົງ​ການ​ນຳ​ໜ້າ​ການ​ຈັດ​ການ​ຄວາມ​ສ່ຽງ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງ​ນັ້ນ, ບໍ່​ແມ່ນ​ພຽງ​ແຕ່​ອົງ​ການ​ດຽວ​ທີ່​ມີ​ຄວາມ​ເປັນ​ຫ່ວງ.

ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ໄດ້​ເຕືອນ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ຂອງ​ຄວາມ​ຮຸນ​ແຮງ​ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ, ໂດຍ​ກ່າວ​ວ່າ​ຢ້ອນ​ກັບ​ໄປ​ໃນ​ເດືອນ​ມິ​ຖຸ​ນາ ການ​ເລືອກ​ຕັ້ງ​ອາດ​ເປັນ​ຈຸດຂອງການ​ຊຸມ​ນຸ​ມສຳລັບ​ພວກ​ຫົວ​ຮຸນ​ແຮງ​ພາຍ​ໃນ​ທີ່​ໃຊ້​ຄວາມ​ຮຸນ​ແຮງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG